25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ

25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ - WhatsApp Image 2021 04 25 at 3 - 25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ
25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ - kitchen vibe - 25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ

ໃນວັນທີ 25 ເມສາ 2021, ກະຊວງສາທາລະນະສຸກ ຢືນຢັນວ່າມີຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ 76 ຄົນ ເຊິ່ງຫລຸດຈາກມື້ວານນີ້ 12 ຄົນ, ໃນນັ້ນ ຈາກນະຄອນຫລວງວຽງຈັນ 64 ຄົນ, ຫລວງນໍ້າທາ 4 ຄົນ, ສາລະວັນ 5 ຄົນ, ສະຫວັນນະເຂດ 2 ຄົນ ແລະ ແຂວງບໍ່ແກ້ວ 1 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໂດຍຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວ່າ: ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.115 ຄົນ ເຊິ່ງຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ 76 ຄົນ. ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 1 ແສນກວ່າຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 323 ຄົນ. ປັດຈຸບັນ, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 49 ສູນ ໂດຍມີຜູ້ຈຳກັດບໍລິເວນທັງໝົດ 3.678 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19.

25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ - Visit Laos Visit SALANA BOUTIQUE HOTEL - 25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ

ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງດ້ານສາທາລະນະສຸກ ໃນທົ່ວໂລກ ລວມທັງ ສປປ ລາວ ທີ່ກວດຜູ້ຕິດເຊື້ອເພິ່ມທະວີຂຶ້ນຢ່າງເນື່ອງ, ດັ່ງນັ້ນ ຄະນະສະເພາະກິດ ກໍຄື ກະຊວງສາທາລະນະສຸກ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າກະກຽມໂຮງໝໍພາກສະໜາມ ໃນແຕ່ລະຈຸດ ໂດຍສະເພາະຢູ່ໃນນະຄອນ ຫລວງວຽງຈັນ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອຢ່າງທົ່ວເຖິງໃຫ້ຫລາຍຂຶ້ນ.

ບັນຫາສຳຄັນ ແມ່ນພວກເຮົາໝົດທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ກໍຄື ແຈ້ງການຂອງຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຄຽງຄູ່ກັນກັບສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກວິທີ ໂດຍການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ, ລ້າງມືດ້ວຍສະບູ່ໃສ່ນ້ຳສະອາດ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ເວັ້ນລະຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ, ຫລີກລ້ຽງການໄປສະຖານທີ່ແອອັດ.

ການປະຕິບັດທັງໝົດນີ້ ກໍແມ່ນເພື່ອປ້ອງກັນຕົວທ່ານເອງ, ຄົນໃນຄອບຄົວຂອງທ່ານ ແລະ ສັງຄົມໃຫ້ປອດໄພຈາກເຊື້ອພະຍາດໂຄວິດ-19. ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ມີສ່ວນສຳຄັນຢ່າງຍິ່ງ ທີ່ຈະນຳພາປະເທດຂອງພວກເຮົາ ກ້າວຂ້າມຜ່ານວິກິດໃນຄັ້ງນີ້ໄດ້. ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫລື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.

25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ - 5 - 25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!