ຄະນະເລຂາທິການສູນກາງພັກ ອອກຄຳສັ່ງແນະນຳ ໃຫ້ຄະນະພັກທຸກຂັ້ນ ເພີ່ມທະວີຄວາມຮັບຜິດຊອບ ໃນການສະກັດກັ້ນ ແລະ ແກ້ໄຂ ພະຍາດໂຄວິດ-19
April 25, 2021 - 4:41 PM


ຄະນະເລຂາທິການສູນກາງພັກ ໄດ້ອອກ ຄຳສັ່ງແນະນຳ ມາຍັງຄະນະພັກທຸກຂັ້ນ ໂດຍສະເພາະຄະນະພັກ ກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງວຽງຈັນ ສະບັບ ເລກທີ 82 /ຄລສພ, ລົງວັນທີ 25 ເມສາ 2021 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນໃນການສືບຕໍ່ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ດັ່ງນີ້:
- ຄະນະພັກແຕ່ລະຂັ້ນ ຕ້ອງມີຄວາມເປັນເອກະພາບກັນວ່າ ຕ້ອງຖືກການຕ້ານ, ສະກັດກັນ, ຄວບຄຸມ ແລະ ປ້ອງກັນ ພະຍາດ ໂຄວິດ-19 “ເປັນໜ້າທີ່ຍຸດທະສາດສຳຄັນ ແລະ ຮີບດ່ວນໃນການນຳພາຊີ້ນຳ ແລະ ບັນຊາຕົວຈິງ ຄືໃນພາວະສົງຄາມ”. ອັນນີ້ ຖືເປັນປັດໄຈສຳຄັນຕັດສິນກວ່າໝູ່ ທີ່ຈະຮັບປະກັນໃຫ້ປະເທດເຮົາ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດດັ່ງກ່າວ, ຄາດໝາຍໃຫຍ່ ແມ່ນຕ້ອງຮັບປະກັນ “ບໍ່ໃຫ້ມີການລະບາດຄັ້ງໃໝ່ ແລະ ລະບາດຮອບໃຫຍ່ທີ່ທະວີຄູນຂຶ້ນກວ່າເກົ່າ” ເຊິ່ງຈະນຳໄປສູ່ການສ້າງຄວາມສູນເສຍດ້ານຊີວິດ, ສຸຂະພາບ ກໍຄື ຜົນກະທົບທີ່ບໍ່ສົມເຫດສົມຜົນ ຕໍ່ເສດຖະກິດ-ສັງຄົມ ແລະ ເດັດຂາດບໍ່ໃຫ້ມີຄວາມສັບສົນວາຍເກີດຂຶ້ນໃນສັງຄົມ.
- ໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ຕິດຕາມ, ຕີລາຄາ ແລະ ປະເມີນສະຖານະການ ການລະບາດ ຂອງພະຍາດ ໂຄວິດ-19 ຢ່າງໃກ້ສິດ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ທິດຊີ້ນຳທີ່ກຳ ນົດອອກໃນຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 07/ຄລສພ ລົງວັນທີ 6 ເມສາ 2020 ວ່າດ້ວຍເພີ່ມທະວີການນຳພາຊີ້ນຳ, ຕໍ່ການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ຄໍາສັ່ງ ຂອງນາຍົກລັດຖະ ມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນສູງ. ພ້ອມກັນນັ້ນ ກໍໃຫ້ນຄວ້າ, ວາງມາດຕະການ ຮັບມື, ແກ້ໄຂ ແລະ ຟື້ນຟູຜົນກະທົບດ້ານເສດຖະກິດ-ສັງຄົມ ແຕ່ຫົວທີ, ນັບທັງມາດຕະການແກ້ໄຂຜົນກະທົບໂດຍກົງຕໍ່ການດຳລົງຊີວິດປະຈຳວັນ ກໍຄື ການເຄື່ອນໄຫວວຽກງານ ຂອງພະນັກງານ, ທະຫານ, ຕຳຫລວດ, ການຜະລິດ-ທຸລະກິດ ຂອງຜູ້ປະກອບການ ແລະ ປະຊາຊົນທົ່ວໄປ. ໃຫ້ເອົາໃຈໃສ່ປະກອບເຄື່ອງມື, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ ຂອງພະນັກງານ, ແພດໝໍ ແລະ ບຸກຄະລາກອນອື່ນໆ ທີ່ມີໝ້າທີ່ໂດຍກົງກັບພະຍາດ ໂຄວິດ-19, ທັງຄົ້ນຄວ້າປະຕິບັດນະໂຍບາຍ ທາງດ້ານວັດຖຸ ແລະ ຈິດໃຈ ຕໍ່ເຂົາເຈົ້າຢ່າງເໝາະສົມ; ຕ້ອງສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ເຄັ່ງຄັດ ກ່ຽວກັບມາດຕະການປ້ອງກັນ ໂດຍມີການຕິດຕາມ, ກວດກາ ແລະ ປະເມີນຜົນ ຢ່າງເປັນປະຈຳ; ບໍລິເວນໃດ, ທ້ອງຖິ່ນໃດ ຫລື ຂະແໝງການ ວຽກງານໃດ ທີ່ຍັງມີຄວາມສ່ຽງສູງ ກໍໃຫ້ສືບຕໍ່ປິດ (Lock Down) ແລະ ພິຈາລະນາຫລຸດຜ່ອນມາດຕະການຄວບຄຸມລົງເປັນກ້າວໆ ໃນແຕ່ລະໄລຍະຕາມການປ່ຽນແປງທີ່ຕັ້ງ ຂອງການປ້ອງກັນ ແລະ ຄວບຄຸມໄດ້ພະຍາດ ໂຄວິດ-19 ເຂົ້າສູ່ປົກກະຕິ.
- ລັດຖະບານ ກໍຄື ອົງການປົກຄອງແຕ່ລະຂັ້ນ ປະເມີນຄວາມສ່ຽງ ການລະບາດ ຂອງພະຍາດ ເພື່ອກະກຽມບຸກຄະລາກອນ, ເຄື່ອງມື, ອຸປະກອນການແພດ, ຢາປະເພດຕ່າງໆ ນັບທັງຄວາມອາດສາມາດຮອງຮັບດ້ານສະຖານທີ່ກັກກັນ ແລະ ປິ່ນປົວພະຍາດ ໃນກໍລະນີຕ່າງໆ; ເພີ່ມທະວີຄວາມເປັນເຈົ້າ ໃນການປະສານງານ, ການຍາດແຍ່ງຄວາມຊ່ວຍເຫລືອ, ການຮ່ວມມື ດ້ານການແພດ, ດ້ານສາທາລະນະສຸກກັບປະເທດໃກ້ຄຽງ, ປະເທດເພື່ອນມິດຕ່າງໆ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ເພື່ອສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ- 19
- ໃຫ້ຈັດຕັ້ງນຳພາການວາງແຜນ, ຈັດສັນ ແລະ ສັກຢາວັກຊີນ ປ້ອງກັນພະຍາດ ໂຄວິດ-19 ໃຫ້ແຕ່ລະເປົ້າໝາຍໃນແຕ່ລະໄລຍະ ຢ່າງເປັນລະບົບ, ຄົບຖ້ວນ, ທົ່ວເຖິງ ແລະ ຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ; ຕ້ານປະກົດການຫຍໍ້ທໍ້ ກໍຄືການສວຍໂອກາດທຸກຮູບແບບທີ່ບໍ່ດີ ຕໍ່ບັນຫາດັ່ງກ່າວ.
- ໃຫ້ຄະນະພັກແຕ່ລະຂັ້ນ ຊີ້ນຳເອົາໃຈໃສ່ບັນຫາການໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ປະຕິບັດຖືກຕ້ອງ ວິທີການປ້ອງກັນພະຍາດ, ເຮັດເປັນປະຈຳ ແລະ ກາຍເປັນວັດທະນະທຳໃໝ່ ໃນການດຳລົງຊີວິດປະຈຳວັນ ຢູ່ໃນສັງຄົມ (ປິດປາກ-ດັງ, ລ້າງມື, ເວັນໄລຍະຫ່າງ), ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳ ຫລວດ ຕ້ອງເປັນແບບຢ່າງນຳໜ້າ ແລະ ເປັນເຈົ້າການ ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂພະຍາດ ໂຄວິດ-19, ພ້ອມນັ້ນກໍປະຕິບັດມາດຕະການທາງວິໄນ, ການລົງໂທດ ຕໍ່ພະນັກງານ, ເຈົ້າໜ້າທີ່ ແລະ ບຸກຄົນໃດ ທີ່ລະເມີດຄຳສັ່ງ, ລະບຽບການຕ່າງໆ ຢ່າງເຂັ້ມງວດ ແລະ ເດັດຂາດ.
- ໃຫ້ສືບຕໍ່ຊີ້ນຳການຜັນຂະຫຍາຍ ຈັດຕັ້ງປະຕິບັດການຫັນເປັນທັນສະໄໝ ເພື່ອຮັບໃຊ້ການບໍລິຫານ-ຄຸ້ມຄອງ ແລະ ແກ້ໄຂວຽກງານ ຢ່າງຮອບດ້ານ, ໃນເງື່ອນໄຂສະພາບຫຍຸ້ງຍາກແນວນີ້ ບັນຫາການຫັນເປັນທັນສະໄໝ ຖືເປັນປັດໄຈພື້ນຖານຮັບປະກັນໃຫ້ວຽກງານຕ່າງໆ ບໍ່ພຽງແຕ່ບໍ່ໃຫ້ຢຸດສະຫງັກ ຫາກຍັງເພີ່ມປະສິດທິຜົນ ແລະ ເພີ່ມຄຸນນະພາບຂຶ້ນຕື່ມອີກ; ຮັບປະການພົວພັນປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ລວມທັງການປະຊຸມທາງໄກ.
- ຄະນະພັກແຕ່ລະຂັ້ນ ຊີ້ນຳການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອປະຊາພັນ, ແຈ້ງຂໍ້ມູນຂ່າວສານ ທີ່ຖືກຕ້ອງ, ຕົວຈິງ, ເປັນທາງການ ໃຫ້ແກ່ສັງຄົມ ຢ່າງວ່ອງໄວ, ທັນການ, ຕີຖອຍຂໍ້ມູນທີ່ບິດເບືອນ, ສ້າງສະຖານະການ ເຮັດໃຫ້ສັງຄົມເກີດຄວາມສັບສົນ, ລະແວງສົງໃສ ແລະ ຂາດຄວາມເຊື່ອໝັ້ນ ຕໍ່ການບໍລິຫານຄຸ້ມຄອງ ຂອງລັດເຮົາ.
- ທົ່ວພັກ, ທົ່ວລັດ, ທົ່ວກຳລັງ ປະກອບອາວຸດ ແລະ ພົນລະເມືອງລາວ ທຸກຄົນ ມີໜ້າທີ່, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການ ເຂົ້າຮ່ວມຂະບວນການ ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ ໂຄວິດ-19; ປະກອບ ສ່ວນດ້ານສະຕິປັນຍາ, ເຫື່ອ ແຮງ, ກຳລັງຊັບ, ວັດຖຸສິ່ງຂອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ຮັບມື ແລະ ແກ້ໄຂ ການລະບາດ ຂອງພະຍາດ ໂຄວິດ-19 ໄດ້ຮັບຜົນເລັດ ແລະ ຜ່ານພົ້ນມະຫັນຕະໄພຮ້າຍດັ່ງກ່າວ.