ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ

ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ -           1 - ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ
ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ - kitchen vibe - ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ

ຂະນະທີ່ໃນບາງປະເທດເຊັ່ນ: ອາເມລິກາ ແລະ ອັງກິດ ຫລາຍຄົນໄດ້ກັບໄປພົບໜ້າ ແລະ ກອດບຸກຄົນອັນເປັນທີ່ຮັກອີກ ຫລັງຈາກຕ້ອງແຍກຈາກກັນມາເພາະໂຄວິດ-19 ຕັດພາບມາທີ່ອິນເດຍ ຫລາຍຄອບຄົວພັດຕ້ອງພັດພາກ ເມື່ອໄວຣັສຮ້າຍຂ້າຊີວິດຍາດພີ່ນ້ອງຂອງພວກເຮົາ.

ຜູ້ຕິດເຊື້ອໂຄວິດ-19 ໃນອິນເດຍຖືກໂຮງໝໍປະຕິເສດ ເພາະບໍ່ມີຕຽງ ແລະ ອົກຊີ ທ່າມກາງຈຳນວນຜູ້ຕິດເຊື້ອໃໝ່ທີ່ເພີ່ມຂຶ້ນເຖິງລະດັບສູງເປັນປະຫວັດສາດໃນແຕ່ລະວັນ ກໍ່ໃຫ້ເກີດວິກິດລະດັບປະເທດ ຕະຫລອດຈົນສົ່ງຜົນສະທ້ອນກັບໄປທົ່ວໂລກ.

ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ - Visit Laos Visit SALANA BOUTIQUE HOTEL - ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ

ຜູ້ຊ່ຽວຊານເຕືອນວ່າ: ຍິ່ງໄວຣັສແຜ່ກະຈາຍຫລາຍເທົ່າໃດ ຍິ່ງມີໂອກາດຈະເກີດການກາຍພັນ ແລະ ສ້າງສາຍພັນໃໝ່ໆ ທີ່ສາມາດຕ້ານວັກຊີນທີ່ມີຢູ່ໃນປັດຈຸບັນໄດ້ຫລາຍຂຶ້ນ ເຊິ່ງຈະເປັນການທຳລາຍຄວາມກ້າວໜ້າຂອງປະເທດອື່ນໆໃນການຄວບຄຸມການແຜ່ລະບາດ.

ນັ້ນຈຶ່ງເປັນເຫດຜົນທີ່ວ່າ: ເຫດໃດການແຜ່ລະບາດຂອງໂຄວິດ-19 ໃນອິນເດຍຈຶ່ງເປັນບັນຫາລະດັບໂລກ ທີ່ປະເທດຕ່າງໆຕ້ອງປະສານການຮ່ວມມືໃນການຕອບສະໜອງຕໍ່ວິກິດຄັ້ງນີ້.

ທັງນີ້ມີລາຍງານວ່າ: ເຄື່ອງຜະລິດອົກຊີ ເຊິ່ງເປັນອຸປະກອນທາງການແພດທີ່ບີບອັດອົກຊີຈາກອາກາດ ເດີນທາງຈາກອາເມລິກາໄປເຖິງອິນເດຍເມື່ອຕົ້ນອາທິດນີ້ ແລະ ໃນວັນທີ 28 ເມສາຜ່ານມາ, ອັງກິດ, ອິຕາລີ ແລະ ເຢຍລະມັນ ໄດ້ໃຫ້ຄຳໝັ້ນຈະຈັດຫາອຸປະກອນທາງການແພດໃຫ້ອິນເດຍເພີ່ມຂຶ້ນ, ຂະນະທີ່ເຮືອບິນຂອງຣັດເຊຍບິນອອກຈາກເມືອງຊູຄອບສະກີ ເພື່ອຂົນສົ່ງຢາ ແລະ ເຄື່ອງຊ່ວຍຫາຍໃຈໄປນະຄອນຫລວງນິວເດລີຂອງອິນເດຍ.

ເຖິງວ່າສິ່ງສຳຄັນຮີບດ່ວນລຳດັບທຳອິດຄືການຊ່ວຍຊີວິດຜູ້ຕິດເຊື້ອ, ແຕ່ຂະນະດຽວກັນ ການສັກວັກຊີນໃນປະເທດກໍຖືເປັນເລື່ອງສຳຄັນເຊັ່ນກັນທີ່ຈະຊ່ວຍຢຸດຢັ້ງການແຜ່ລະບາດຂອງໄວຣັສ. ເຖິງຢ່າງໃດກໍຕາມ, ເຖິງວ່າອິນເດຍຈະເປັນທີ່ຕັ້ງຂອງບໍລິສັດຜູ້ຜະລິດວັກຊີນລາຍໃຫຍ່ຂອງໂລກ ແຕ່ປະລິມານຍັງບໍ່ພຽງພໍ ແລະ ບໍ່ມີວິທີຈະຜະລິດວັກຊີນເພີ່ມຂຶ້ນໄດ້ຢ່າງວ່ອງໄວ.

ດ້ານປະເທດຕາເວັນຕົກຖືກວິພາກວິຈານເລື່ອງການກັກຕຸນວັກຊີນ ຈົນເຮັດໃຫ້ປະເທດທຸກຍາກຫລາຍປະເທດຍັງບໍ່ສາມາດເລີ່ມຕົ້ນການສັກວັກຊີນໃຫ້ປະຊາຊົນຂອງຕົນໄດ້. ເຖິງຢ່າງໃດກໍດີ, ໃນວັນທີ 28 ເມສາຜ່ານມາ, ທ່ານ ແມດ ແຮນຄ໊ອກ ລັດຖະມົນຕີກະຊວງສາທາລະນະສຸກຂອງອັງກິດ ເປີດເຜີຍວ່າ: ອັງກິດເອງກໍບໍ່ມີວັກຊີນສຳຮອງທີ່ຈະສົ່ງໄປປະເທດອື່ນໆໃນເວລານີ້ເຊັ່ນກັນ.

ສ່ວນປະທານາທິບໍດີ ໂຈ ໄບເດັນ ຂອງອາເມລິກາ ກ່າວໃນວັນທີ 27 ເມສາວ່າ: ທ່ານໄດ້ເຈລະຈາກັບນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ແລະ ຢືນຢັນວ່າ: ອາເມລິກາຕັ້ງໃຈຈະສົ່ງວັກຊີນໂຄວິດ-19 ໄປໃຫ້ອິນເດຍ ໂດຍອາເມລິກາປະກາດໃນຕົ້ນອາທິດນີ້ວ່າ: ຈະແບ່ງປັນວັກຊີນ AstraZeneca ຈຳນວນ 60 ລ້ານໂດສໃຫ້ປະເທດອື່ນໆ, ແຕ່ບໍ່ໄດ້ລະບຸວ່າປະເທດໃດ ຫລື ເມື່ອໃດ. ຂະນະທີ່ທຳນຽບຂາວເຕືອນວ່າ: ການສົ່ງມອບວັກຊີນອາດໃຊ້ເວລາຫລາຍເດືອນ.

ຜູ້ຊ່ຽວຊານເຕືອນວ່າ: ຖ້າບໍ່ສາມາດຄວບຄຸມການລະບາດໃນອິນເດຍ ແລະ ເຊື້ອໄວຣັສໄດ້ແຜ່ກະຈາຍຈາກອິນເດຍໄປປະເທດເພື່ອນບ້ານທີ່ມີປະລິມານວັກຊີນຕໍ່າ ແລະ ລະບົບສຸຂະພາບທີ່ອ່ອນແອ ເຮົາອາດໄດ້ເຫັນພາບແບບທີ່ເກີດຂຶ້ນໃນອິນເດຍເວລານີ້ໃນປະເທດອື່ນໆ ໂດຍສະເພາະ ຖ້າໄວຣັສສາຍພັນໃໝ່ແຜ່ກະຈາຍໄດ້ງ່າຍ ແລະ ໄວຂຶ້ນ, ຍິ່ງໄປກວ່ານັ້ນ ເນື່ອງຈາກອິນເດຍມີບົດບາດສຳຄັນໃນການຜະລິດ ແລະ ແຈກຢາຍວັກຊີນສຳລັບປະເທດອື່ນໆ ການທີ່ເຮົາບໍ່ສາມາດຢຸດຢັ້ງການແຜ່ກະລາດໃນອິນເດຍ ຈຶ່ງອາດສົ່ງຜົນກະທົບໄປເຖິງໂຄງການສັກວັກຊີນທົ່ວໂລກນຳອີກ.

ອ້າງອີງ:

https://edition.cnn.com/2021/04/29/india/india-covid-crisis-world-problem/index.html

ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ - 5 - ວິກິດໂຄວິດ-19 ໃນອິນເດຍບໍ່ແມ່ນເລື່ອງໃນປະເທດ ແຕ່ເປັນບັນຫາທີ່ທົ່ວໂລກຕ້ອງຮ່ວມມືກັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!