ສາເຫດໜຶ່ງຂອງການແພ່ລະບາດຄືການບໍ່ປະຕິບັດຕາມມາດຕະການຂອງລັດ


ການແພ່ລະບາດຂອງເຊື້ອໂຄວິດ-19 ໃນຮອບນີ້ເລີ່ມແຕ່ວັນທີ 11 ເມສາ 2021 ກໍລະນີ ທີ 50 ທີ່ນັກທຸລະກິດໄທ ນັບວ່າເປັນການເລີ່ມຕົ້ນ ສ້າງຄວາມກັງວົນແກ່ຄະນະສະເພາະກິດ ແລະ ປະຊາຊົນເປັນທີ່ສຸດ ເນື່ອງຈາກເປັນໄລຍະດັ່ງກ່າວພວມຈະເຂົ້າສູ່ເທສະການສະຫລອງປີໃໝ່ລາວ ແລະ ຍັງປາກົດເຫັນມີການລະເມີດລັກຂ້າມຊາຍແດນແບບຜິດກົດໝາຍພ້ອມທັງມີຜູ້ຕິດເຊື້ອໃໝ່ຕໍ່ເນື່ອງ ທາງພາກລັດກໍຄືຄະນະສະເພາະກິດໄດ້ສັ່ງດ່ວນໃຫ້ປິດສະຖານບັນເທີງ, ຮ້ານຄາຣາໂອເກະ, ຮ້ານອິນເຕີເນັດຄາເຟ່, ພ້ອມທັງໃຫ້ງົດການສັງສັນປີໃໝ່ລາວ, ຫ້າມໂຮມຊຸມນຸມ, ຫ້າມຈັດງານເອີກກະເຫລີກ ທີ່ເປັນການມົ້ວສຸມ ແລະ ຈົນເກືອບລັອກດາວນະຄອນຫລວງວຽງຈັນແລ້ວໃນຕອນນັ້ນ.
ເຖິງແມ່ນວ່າຄະນະສະເພາະກິດໄດ້ອອກຄຳສັ່ງຫ້າມແລ້ວກໍຕາມ ແຕ່ປາກົດວ່າປະຊາຊາຊົນຈໍານວນໜຶ່ງ ຍັງເມີນເສີຍບໍ່ໄດ້ເຫັນຄວາມສຳຄັນຕໍ່ມາດຕະການນັ້ນ ໂດຍສະເພາະໄວໜຸ່ມໄວສາວຍັງມີການຫລິ້ນກິນຊຸມແຊວ, ເຂົ້າຮ້ານເທັກບາ ສະປານວດ ກະໂດດໂລດເຕັ້ນເຫັນຄວາມມ່ວນຊວນກັນຫຼົງ ໄປທົ່ວທີບໂດຍສະເພາະກໍລະນີທີ 59 ເປັນຈຸດປະກາຍ.
ອີງຕາມປະຫວັດການເຄື່ອນໄຫວຂອງກໍລະນີດັ່ງກ່າວແລ້ວເປັນການສະສົມເຊື້ອແບບຍືດເຍື້ອຍາວນານ ຍ້ອນບໍ່ສະແດງອາການຂອງເຊື້ອ ໂດຍໃຊ້ເວລາ 12 ວັນ ( ວັນທີ 8-20 ເມສາ ) ຈຶ່ງພົບເຊື້ອກໍຄືຫລັງປີໃໝ່ ເຊິ່ງມັນໄປໄກຫລາຍແລ້ວ ເພາະຜູ້ກ່ຽວມີປະຫວັດການສັງສັນ, ຊຸມແຊວແມວໂພງຢູ່ຫລາຍຈຸດ, ຫລາຍກຸ່ມ ແລະ ຫລາຍສະຖານທີ່.
ເຖິງຢ່າງໃດກໍຕາມ ພາຍຫລັງໄດ້ກວດເຫັນປະຫວັດດັ່ງກ່າວຄະນະສະເພາະກິດໄດ້ຮີບສັ່ງດ່ວນໃນການປິດການເຂົ້າອອກນະຄອນຫລວງ, ຈຳກັດການເຂົ້າອອກນອກເຮືອນຂອງປະຊາຊົນ ແຕ່ຜົນປາກົດອອກມາຍັງບໍ່ຈົບສິ້ນ ຜູ້ຕິດເຊື້ອເພີ່ມຂຶ້ນລາມໜ້າເລື້ອຍໆ ນັບແຕ່ວັນທີ 21-ວັນທີ 30 ເມສາ ຈາກນະຄອນຫລວງໄປສູ່ 15 ແຂວງ ພາຍໃນ 10 ວັນຂອງການລະບາດ ຈາກໂຕເລກຫລັກ 10 ກໍກາຍເປັນຫລັກຮ້ອຍ ແລະ ສະສົມຂ້ອນເຄິ່ງພັນ (708 ເປັນຕົວເລກເພີ່ມໃໝ່)ເຊິ່ງຄະນະສະເພາະກິດຄາດວ່າຈະມີຜູ້ຕິດເຊື້ອບໍ່ຕໍ່າກວ່າ 2 ພັນຄົນ.
ອັນທີ່ເວົ້າມາທັງໝົດນັ້ນເປັນການຍົກໃຫ້ເຫັນວ່າພະຍາດມັນລະບາດຢ່າງໄວວາ ບໍ່ແມ່ນຍ້ອນໂຕຂອງຍາດມີລິດໃນການແພ່ເຊື້ອໄດ້ໄວ ແຕ່ເປັນຍ້ອນປະຊາຊົນຄົນລາວບາງກຸ່ມໄຮ້ສາມັນສຳນຶກ ບໍ່ຕຶກຕອງເຖິງເພດໄພທີ່ຈະບັງເກີດ ເລີຍຕະເຫລີດຕາມອາລົມ ແລະ ຄວາມເຫັນແກ່ຕົວ.
ອັນເນື່ອງຈາກບໍ່ພາກັນປະຕິບັດຕາມມາດຕະການຫ້າມ ຍິ່ງຫ້າມກໍຍິ່ງເຮັດ ທັງຜູ້ມັກມ່ວນ ແລະ ຮ້ານທີ່ຕອບສະໜອງຄວາມມ່ວນຂອງກຸ່ມຄົນ ໂດຍອີງຕາມປະຫວັດເຄື່ອນໄຫວຜູ້ຕິດເຊື້ອສ່ວນຫລາຍກວມເອົາຫລາຍກວ່າ 80% ແມ່ນມາຈາກການຫລິ້ນກິນຊຸມແຊວ, ງານສັງສັນໄລຍະປີໃໝ່ ແລະ ທີ່ສຸດກວ່ານັ້ນຄືມີຫລາຍກໍລະນີໄດ້ຕິດເຊື້ອຈາກການໄປທ່ຽວຄາຣາໂອເກະ ແລະ ຮ້ານບັນເທີງ ໃນວັນທີຕ້ອງຫ້າມເປີດໃຫ້ບໍລິການຄືດັ່ງກໍລະນີລ່າສຸດອີງຕາມການຖະແຫລງຂ່າວຂອງຄະນະສະເພາະກິດໃນວັນທີ 28 ເມສາ 2021 ຜູ້ກ່ຽວໄດ້ຮ້ອງເພງຢູ່ຮ້ານຄາຣາໂອເກະແຫ່ງໜຶ່ງໃນວັນທີ່ 17 ເມສາ ນັ້ນສະແດງໃຫ້ເຫັນຍັງມີຮ້ານຄາຣາໂອເກະ ແລະ ຮ້ານບັນເທີງຝ່າຝືນຄໍາສັ່ງ ແລະ ຂໍ້ຫ້າມຂອງຄະນະສະເພາະກິດ ຈົນກາຍເປັນສະຖານແພ່ເຊື້ອ.
ຄຳສັ່ງໃຫ້ປິດສະຖານບັນເທີງ, ຮ້ານຄາຣາໂອເກະ, ຮ້ານອິນເຕີເນັດຄາເຟ່, ພ້ອມທັງໃຫ້ງົດການສັງສັນປີໃໝ່ລາວ, ຫ້າມໂຮມຊຸມນຸມ, ຫ້າມຈັດງານເອີກກະເຫລີກຕ່າງໆ ລົງລາຍເຊັນຄຳສັ່ງວັນທີ 13 ເມສາ 2021 ແລະ ໃຫ້ຈັດຕັ້ງປະຕິບັດແຕ່ວັນທີ 13-30 ເມສາ 2021 ອັນນີ້ມັນຊີ້ໃຫ້ເຫັນຊັດເຈນວ່າ ບັນຫາທັງໝົດທັງມວນທີ່ພວກເຮົາພວມປະເຊີນຢູ່ແມ່ນເກີດຈາກຄວາມປະໝາດ ແລະ ເຫັນແກ່ຄວາມມັກມ່ວນ ແຕ່ຄົນສ່ວນຫລາຍໄປໂທດແຕ່ກໍລະນີທີ 59 ຈົນລືມສະຖານທີ່ຝ່າຝືນຄໍາສັ່ງກໍເປັນສ່ວນໜຶ່ງຂອງການແຜ່ລະບາດເຊື້ອຢ່າງໄວວາໃນຄັ້ງນີ້.
ເຖິງຢ່າງໃດກໍຕາມໃນເມື່ອສະພາບມັນເກີດຂຶ້ນແລ້ວ ກໍຈົ່ງພ້ອມກັນແກ້ໄຂ ບໍ່ຄວນຕິຜູ້ນັ້ນ ຕໍາໜິຜູ້ນີ້ ຈົນສັງຄົມວຸ່ນວາຍ, ສິ່ງທີ່ພວກເຮົາເຮັດໄດ້ຕອນນີ້ກໍຄືປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ, ປະຕິບັດຕົນຕາມມາດຕະການປ້ອງກັນ ບໍ່ອອກຈາກບ້ານຫາກບໍ່ຈຳເປັນ ໃສ່ຜ້າອັດປາກ-ດັງ, ຢູ່ຫ່າງ ແລະ ລ້າງມື.
ສ່ວນມາດຕະການປັບໃໝໃສ່ໂທດຕໍ່ຜູ້ລະເມີດນັ້ນ ທາງຄະນະສະເພາະກິດ ແລະ ເຈົ້າໜ້າທີທີ່ກ່ຽວຂ້ອງ ກໍບໍ່ຄວນຈະປ່ອຍປະລະເລີຍຄວນໃຫ້ພວກເຂົາມີສ່ວນຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນຄັ້ງນີ້ດ້ວຍ.
#ຂໍໃຫ້ທຸກຄົນຈົ່ງປິ່ນປົວດີໄວໆ ດ້ວຍເຖີດ.