5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ

5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ - 052202 2021 - 5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ
5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ - kitchen vibe - 5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ

ຂໍ້​ດີ​ຂອງ​ການ​ທາ​ສີ​ເລັບ​ເຈວ​ທີ່​ແມ່​ຍິງ​ຫລາຍ​ທ່ານ​ຫລົງ​ໄຫລ​ໃນ​ການ​ທາ​ຕົກ​ແຕ່ງ​ເລັບ​ນັ້ນ ເວົ້າ​ໄດ້​ວ່າ​ມີ​ຫລວງ​ຫລາຍ ສີ​ງາມ​ກ່​ວາ, ເຫລື້ອມ​ເປັນ​ເງົາ​ກ່​ວາ, ທາ​ແລ້ວ​ງາມ​ກ່​ວາ​ສີ​ທາ​ເລັບ​ແບບ​ເກົ່າໆ ສິ່ງ​ສຳ​ຄັນ​ຕິດ​ທົນ​ກ່​ວາ ທາ​ແລ້ວ​ຈະ​ຈັບ​ບາຍ​ຫຍັງ ຫລື ແມ່ນ​ແຕ່​ຊັກ​ເຄື່ອງ​ກໍ​ເຮັດ​ໄດ້​ໂດຍບໍ່​ຕ້ອງ​ກັງ​ວົນ​ເລື່ອງ​ສີ​ເລັບ​ຈະ​ຫລຸດ​ລອກ. ນອກ​ຈາກນີ້, ການ​ທາ​ສີ​ເລັບ​ເຈວ​ໃນ​ປັດ​ຈຸ​ບັນ​ກໍ​ສາ​ມາດ​ຫາ​ທາ​ໄດ້​ງ່າຍ​ຂຶ້ນ​ໃນ​ລາ​ຄາ​ທີ່​ສະ​ບາຍ​ກະ​ເປົ໋າ ຈັບ​ຕ້ອງ​ໄດ້ ເຮັດ​ໃຫ້​ທ່ານ​ຍິງ​ທັງ​ຫລາຍ​ເທ​ໃຈ​ໃຫ້​ການ​ທາ​ເລັບ​ເຈວ, ແຕ່​ແນ່ນອນ​ວ່າ​ທຸກ​ຢ່າງ​ຍ່ອມ​ມີ​ສອງ​ດ້ານ​ສະ​ເໝີ ການ​ທາ​ສີ​ເລັບ​ເຈວ​ມີ​ທັງ​ຂໍ້​ດີ ແລະ ຂໍ້​ເສຍ ເມື່ອ​ຮູ້​ຈັກ​ຂໍ້​ດີ​ຂອງ​ການ​ທາ​ສີ​ເລັບ​ເຈວ​ແລ້ວ ກໍ​ເຖິງ​ເວ​ລາ​ທີ່​ທ່ານ​ຕ້ອງ​ຮູ້​ຈັກ​ກັບ​ຂໍ້​ເສຍ ແລະ ອັນ​ຕະ​ລາຍ​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ການ​ທາ​ສີ​ເລັບ​ເຈວ ເພື່ອ​ທີ່​ຈະ​ໄດ້​ຮູ້​ທັນ ຄິດ​ທົບ​ທວນ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ທາ ມາ​ເບິ່ງ​ກັນ​ວ່າ​ຂໍ້​ເສຍ​ ແລະ ອັນ​ຕະ​ລາຍ​ທີ່​ອາດ​ເກີດ​ຈາກ​ການ​ທາ​ສີ​ເລັບ​ເຈວ​ຫລາຍ​ເກີນ​ໄປ​ນັ້ນ​ມີ​ຫຍັງ​ແດ່ ດັ່ງ​ນີ້ :

5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ - 082202 2021 225x300 - 5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ

5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ - Visit Laos Visit SALANA BOUTIQUE HOTEL - 5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ
5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ - Visit Laos Visit SALANA BOUTIQUE HOTEL - 5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ
  1. ລາ​ຄາ​ແພງ​ກ່​ວາ​ການ​ທາ​ສີ​ເລັບ​ທົ່ວ​ໄປ : ເຖິງວ່າ​ຄ່າ​ບໍ​ລິ​ການ​ທາ​ສີ​ເລັບ​ເຈວ​ໂດຍ​ຊ່າງ​ເຮັດ​ເລັບ​ຜູ້​ຊຳ​ນານ​ຈະ​ມີ​ອັດ​ຕາ​ໃຫ້​ເລືອກ​ຫລວງ​ຫລາຍ​ລາ​ຄາ, ແຕ່​ກໍ​ຍັງ​ມີ​ລາ​ຄາ​ທີ່​ສູງ​ກ່​ວາ​ການ​ທາ​ສີ​ເລັບ​ແບບ​ເກົ່າ ໂດຍ​ສະ​ເພາະ​ຫາກ​ທ່ານ​ເລືອກ​ຮ້ານ​ທີ່​ໃຊ້​ຂອງ​ດີ​ມີ​ຄຸນ​ນະ​ພາບ ເພື່ອ​ຄວາມ​ໝັ້ນ​ໃຈ​ໃນ​ຄຸນ​ນະ​ພາບ​ຂອງ​ການ​ບໍ​ລິ​ການ ແລະ ສີ​ເລັບ​ເຂວ​ທີ່​ໃຊ້ ວ່າ​ໃຊ້​ຂອງ​ດີ​ແທ້ໆ ບໍ່​ເຮັດ​ໃຫ້​ເລັບ​ເສຍ​ຫາຍ​ແນ່ນອນ ກໍ​ຕ້ອງ​ເລືອກ​ຮ້ານ​ທີ່​ເບິ່ງ​ໜ້າ​ເຊື່ອ​ຖື, ຄ່າ​ບໍ​ລິ​ການ​ຈຶ່ງ​ອ່າວ​ສູງ ຫາກ​ເຮັດ​ເປັນ​ປະ​ຈຳ ລາ​ຄາ​ທີ່​ອາດ​ພໍ​ຮັບ​ໄດ້​ກໍ​ຈະ​ກາຍ​ເປັນ​ບໍ່​ສະ​ບາຍ​ກະ​ເປົ໋າ​ແນ່ນອນ.
  2. ເຫັ​ນກົກ​ເລັບ​ : ຍ້ອນ​ຄຸນ​ສົມ​ບັດ​ທີ່​ຕິດ​ແໜ້ນ​ດົນ​ນານ ສີ​ເລັບ​ເຈວ​ຈຶ່ງ​ຕິດ​ເລັບ​ຄົງ​ທົນ​ຈົນ​ເລັບ​ຍາວ ກໍ​ຈະ​ເຫັນ​ກົກ​ເລັບ​ປົ່ງ​ອອກ​ມາ ເຮັດ​ໃຫ້​ເບິ່ງບໍ່​ງາມ ຈຶ່ງ​ຕ້ອງ​ເດືອດ​ຮ້ອນ​ເຮັດ​ໃຫ້​ທ່ານ​ຕ້ອງ​ຮີບ​ເຂົ້າ​ໄປ​ຮ້ານ​ລ້າງ​ອອກ​ແລ້ວ​ທາ​ສີ​ໃໝ່ ເຮັດ​ໃຫ້​ເສຍ​ເງິນ​ຕື່ມ​ອີກ​ໜຶ່ງ​ຂັ້ນ​ຕອນ.
  3. ສ່ຽງ​ເປັນ​ມະ​ເຮັງ​ຜິວ​ໜັງ : ຂໍ້​ນີ້ບອກ​ເລີຍ​ວ່າ​ອ່າວ​ຮ້າຍ​ແຮງ ເພາະ​ມີ​ການ​ຢັ້ງ​ຢືນ​ຈາກ America Academy Of Dermatology ວ່າ : ການ​ທາ​ສີ​ເລັບ​ເຈວ​ອາດ​ເຮັດ​ໃຫ້​ທ່ານ​ສ່ຽງ​ເປັນ​ມະ​ເຮັງ​ຜິວ​ໜັງ ນັ້ນ​ກໍ​ຍ້ອນ​ຂັ້ນ​ຕອນ​ໃນ​ການ​ເຮັດ​ໃຫ້​ສີ​ເລັບ​ເຈວ​ແຫ້ງ ຈະ​ໃຊ້​ວິ​ທີ​ອົບ​ສີ​ດ້ວຍ​ແສງ UV  ຫາກ​ເຮັດ​ເປັນ​ປະ​ຈຳ​ທ່ານ​ກໍ​ມີ​ຄວາມ​ສ່ຽງ​ເປັນ​ພະ​ຍາດ​ມະ​ເຮັງ​ຜິວ​ໜັງ​ໄດ້​ຫລາຍ​ຂຶ້ນ ຫາກ​ທ່ານ​ເປັນ​ຄົນ​ໜຶ່ງ​ທີ່​ມັກ​ໃນ​ການ​ທາ​ສີ​ເລັບ​ເຈວ ເພື່ອ​ຄວາມ​ປອດ​ໄພ ຄວນ​ທາ​ຄ​ຣີມ​ກັນ​ແດດ​ໃສ່​ມື​ກ່ອນ​ເຂົ້າ​ເຄື່ອງ​ອົບ​ດ້ວຍ UV ຫລື ໃສ່​ຖົງ​ມື​ກັນ UV ສະ​ເພາະ​ພາກ​ສ່ວນ​ກໍ​ພໍ​ຈະ​ຊ່ວຍ​ໄດ້.
  4. ລ້າງ​ອອກ​ຍາກ ເຮັດ​ໃຫ້​ເລັບ​ອ່ອນ​ແອ : ດ້ວຍ​ຄຸນ​ສົມ​ບັດ​ທີ່​ຕິດ​ທົນ ຈົນ​ຕ້ອງບອກວ່າ ດີ​ຫລາຍ​ເກີນ​ໄປ ວິ​ທີ​ການ​ລ້າງ​ສີ​ເລັບ​ເຈວ​ຈຶ່ງ​ອ່າວ​ຍາກ ແລະ ຮຸນ​ແຮງ​ແບບບໍ່​ຖະ​ໜອມ​ໜ້າ​ເລັບ ເພາະ​ຕ້ອງ​ແຊ່​ນ້ຳ​ຢາ ທັງ​ຂູດ ແລະ ຂຸດ​ເອົາ​ສີ​ເຈວ​ອອກ ຈຶ່ງ​ເຮັດ​ໃຫ້​ໜ້າ​ເລັບ​ຖືກ​ທຳ​ຮ້າຍ ທັງ​ກ່ອນ​ທາ​ຍັງ​ຈະ​ຕ້ອງ​ຕະ​ໄບ​ໜ້າ​ເລັບ​ນຳ​ອີກ ຫາກ​ເຮັດ​ເປັນ​ປະ​ຈຳ​ໜ້າ​ເລັບ​ຈະ​ບາງ ເຮັດ​ໃຫ້​ເລັບ​ບາງ, ອ່ອນ​ແອ, ຈີກ​ຂາດ​ງ່າຍ, ເລັບ​ເປັນ​ຄື້ນ ບໍ່​ເປັນ​ຕາ​ເບິ່ງ ແລະ ຕ້ອງ​ຟື້ນ​ບຳ​ລຸງ​ໄປ​ອີກ​ດົນ​ຫລາຍ.
  5. ເຮັດ​ໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ ສ່ຽງ​ຕິດ​ເຊື້ອ : ອ​ະ​ຊິ​ໂຕນ ຫລື ນ້ຳ​ຢາ​ລ້າງ​ເລັບ​ສຳ​ລັບ​ສີ​ເຈວ ຈະ​ເຮັດ​ໃຫ້​ຜິວ​ໜັງ​ບໍ​ລິ​ເວນ​ອ້ອມໆ​ເລັບ​ເກີດ​ການ​ລະ​ຄາຍ​ເຄືອງ ເຮັ​ດ​ໃຫ້​ເກີດ​ການ​ອັກ​ເສບ​ໄດ້​ງ່າຍ ຫາກ​ຍັງ​ຝືນ​ເຮັດ​ຕໍ່​ໄປ ຈ​ະ​ສ່ຽງ​ນຳ​ໄປ​ສູ່​ບັນ​ຫາ​ການ​ຕິດ​ເຊື້ອ, ເລັບ​ເປັນ​ເຊື້ອ​ລາ ຕ້ອງ​ຮັບ​ການ​ປິ່ນ​ປົວ​ແບບ​ຍາວໆ​ໄປ​ເລີຍ.
5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ - 4 - 5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ
5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ - 3 - 5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ
5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ - 5 - 5 ຂໍ້​ເສຍ​ຈາກ​ການ​ທາ​ເລັບ​ເຈວ ຄິດ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ເຮັດ