ຟີລິບປິນອະນຸມັດວັກຊີນ “ໂມເດິນາ” ໄດ້ຊຸດທຳອິດ 2 ແສນໂດສເດືອນໜ້າ

- 537318c5 9fc1 4400 b2ad 5bc76a526314 scaled - ຟີລິບປິນອະນຸມັດວັກຊີນ “ໂມເດິນາ” ໄດ້ຊຸດທຳອິດ 2 ແສນໂດສເດືອນໜ້າ
- kitchen vibe - ຟີລິບປິນອະນຸມັດວັກຊີນ “ໂມເດິນາ” ໄດ້ຊຸດທຳອິດ 2 ແສນໂດສເດືອນໜ້າ

ອຢ ຟີລິບປິນໄຟຂຽວໃຫ້ໃຊວັກຊີນຂອງໂມເດິນາເປັນກໍລະນີສຸກເສີນ ໂດຍລັດ ແລະ ເອກະຊົນຈັບມືກັນສັ່ງຊື້ເຂົ້າມາຊ່ວຍແກ້ວິກິດໂຄວິດ-19.

ວັນທີ 5 ພຶດສະພາ 2021, ເວັບໄຊຂອງສະຖານີເອບີເອັສ-ຊີບີເອັນ (ABS-CBN News) ລາຍງານວ່າ: ອົງການອາຫານ ແລະ ຢາຂອງຟີລິບປິນອະນຸມັດໃຫ້ນຳໃຊ້ວັກຊີນປ້ອງກັນພະຍາດໂຄວິດ-19 ຂອງໂມເດິນາ (Moderna) ພາຍໃນປະເທດໄດ້ເປັນກໍລະນີສຸກເສີນແລ້ວ ໂດຍໃຊ້ເວລາພຽງ 9 ວັນໃນການອະນຸມັດນັບແຕ່ວັນທີຂໍຂຶ້ນທະບຽນ.

- Visit Laos Visit SALANA BOUTIQUE HOTEL - ຟີລິບປິນອະນຸມັດວັກຊີນ “ໂມເດິນາ” ໄດ້ຊຸດທຳອິດ 2 ແສນໂດສເດືອນໜ້າ
- Visit Laos Visit SALANA BOUTIQUE HOTEL - ຟີລິບປິນອະນຸມັດວັກຊີນ “ໂມເດິນາ” ໄດ້ຊຸດທຳອິດ 2 ແສນໂດສເດືອນໜ້າ

ຟີລິບປິນມີການສັ່ງຊື້ວັກຊີນສັນຊາດອາເມລິກາຊະນິດນີ້ 20 ລ້ານໂດສ ໂດຍແບ່ງເປັນການສັ່ງຊື້ຂອງລັດ 13 ລ້ານ ແລະ ເອກະຊົນອີກ 7 ລ້ານໂດສ ຄາດວ່າຈະໄດ້ຮັບວັກຊີນຊຸດທຳອິດພາຍໃນວັນທີ 15 ມິຖຸນາ ຈຳນວນ 2 ແສນໂດສ.

ລັດຖະບານຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ເລີ່ມດຳເນີນການສັ່ງຊື້ວັກຊີນຈຳນວນດັ່ງກ່າວນັບແຕ່ກາງເດືອນມັງກອນ ພ້ອມລະບຸວ່າວັກຊີນຊະນິດນີ້ເປັນທີ່ຕ້ອງການຫລາຍ ແລະ ມີລາຄາສູງ ຈຶ່ງໄດ້ມີການນຳເອົາເອກະຊົນເຂົ້າມາຊ່ວຍເຫລືອ.

ນອກຈາກວັກຊີນຂອງໂມເດິນາແລ້ວ, ຟີລິບປິນຫວັງວ່າຈະໄດ້ຮັບວັກຊີນໄຟເຊີ (Pfizer) ຈຳນວນ 1 ແສນໂດສ ພາຍໃນເດືອນນີ້ ແລະ ວັກຊີນສະປຸດນິກ ວີ (Sputnik V) ຈາກຣັດເຊຍອີກ 5 ແສນໂດສ ໃນທ້າຍປີນີ້.

ອ້າງອີງ:

https://news.abs-cbn.com/…/fda-approves-emergency-use…

https://www.philstar.com/…/philippines-approves…

- 4 - ຟີລິບປິນອະນຸມັດວັກຊີນ “ໂມເດິນາ” ໄດ້ຊຸດທຳອິດ 2 ແສນໂດສເດືອນໜ້າ
- 5 - ຟີລິບປິນອະນຸມັດວັກຊີນ “ໂມເດິນາ” ໄດ້ຊຸດທຳອິດ 2 ແສນໂດສເດືອນໜ້າ
- 3 - ຟີລິບປິນອະນຸມັດວັກຊີນ “ໂມເດິນາ” ໄດ້ຊຸດທຳອິດ 2 ແສນໂດສເດືອນໜ້າ