ອາເມລິກາຜະລິດເງິນມາບໍ່ພໍໃຊ້ ! ຫລ້າສຸດກະຊວງການເງິນຍັງຕ້ອງປະມູນຂາຍພັນທະບັດສູງເປັນປະຫວັດສາດ 1,26 ແສນລ້ານໂດລາອີກ ພ້ອມສະແດງເຖິງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ


ກະຊວງການເງິນອາເມລິກາຍັງອອກປະມູນຂາຍພັນທະບັດໄລຍະຍາວລາຍໄຕມາດໃນລະດັບທີ່ສູງເປັນປະຫວັດສາດ ເພື່ອຊ່ວຍສະໜັບສະໜູນການໃຊ້ຈ່າຍເພື່ອກະຕຸ້ນເສດຖະກິດຂອງລັດຖະບານຢ່າງຕໍ່ເນື່ອງ.
ໃນຖະແຫລງການ ກະຊວງບໍ່ໄດ້ເວົ້າເຖິງການປ່ຽນແປງທີ່ສຳຄັນໃນກົນລະຍຸດການອອກກາປະທັບໜີ້ ແລະ ກ່າວວ່າ: ລັດຖະບານຈະປະມູນຂາຍຫລັກຊັບໄລຍະຍາວເປັນມູນຄ່າ 1,26 ແສນລ້ານໂດລາ ໃນການປະມູນອາທິດໜ້າ.
ກະຊວງການເງິນເນັ້ນວ່າ: ເສດຖະກິດອາດຜະເຊີນກັບຄວາມທ້າທາຍ ຖ້າສະພາຄອງເກຣດບໍ່ສາມາດປົດຂີດຈຳກັດ ຫລື ມີການເພີ່ມຈຳນວນເງິນໜີ້ຂອງລັດຖະບານກາງ ເມື່ອມາດຕະການເພີ່ມເພດານໜີ້ໃນປັດຈຸບັນໝົດລົງໃນທ້າຍເດືອນກໍລະກົດນີ້.
ໃນໄລຍະກ່ອນໜ້ານີ້ ກະຊວງການເງິນໄດ້ໃຊ້ມາດຕະການຕ່າງໆ ເພື່ອຊຳລະໜີ້ຂອງລັດຖະບານກາງ, ຂະນະທີ່ຝ່າຍນິຕິບັນຍັດ ແລະ ທຳນຽບຂາວຖົກຖຽງກັນເລື່ອງການປັບເພີ່ມເພດານໜີ້ ແລະ ໃນປີີນີ້ຄວາມເຄັ່ງຕຶງອາດເພີ່ມຂຶ້ນ.
Janet Yellen ລັດຖະມົນຕີວ່າການກະຊວງການເງິນ ແລະ ທີມບໍລິຫານຂອງນາງ ຈະຕ້ອງຕັດສິນໃຈວ່າຈະເດີນໜ້າຕໍ່ໄປ ຫລື ບໍ່ ເພື່ອຂະຫຍາຍອາຍຸສະເລ່ຍຂອງມາດຕະການຂະຫຍາຍເພດານໜີ້ເພື່ອໃຊ້ປະໂຫຍດຈາກອັດຕາດອກເບ້ຍທີ່ຕໍ່າເປັນປະຫວັດສາດ.
ກຸ່ມ Dealer ຫລື ຕົວແທນຈຳໜ່າຍພັນທະບັດໃນ Wall Street ສ່ວນຫລາຍຄາດຄະເນວ່າ: ກະຊວງການເງິນຈະບໍ່ມີການປ່ຽນແປງໃດໆຕໍ່ການປະມູນພັນທະບັດ, ແຕ່ໃນອີກມຸມໜຶ່ງ ມີການຄາດຄະເນວ່າລັດຖະບານຈະຫລຸດການປະມູນຂາຍພັນທະບັດລົງ ນັບແຕ່ຕົ້ນເດືອນສິງຫາ (ເຊິ່ງໝາຍຄວາມວ່າ: FED ຈະຕ້ອງຫລຸດການຊື້ພັນທະບັດລົງນຳ ຫລື ເອີ້ນວ່າ: QE Tapering).