ຣັດເຊຍອະນຸມັດໃຊ້ສະປຸດນິກ ວີ ວັກຊີນຕ້ານໂຄວິດໂດສດຽວ
May 7, 2021 - 12:09 PM


ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ກ່າວໃນວັນທີ 6 ພຶດສະພາວ່າ: ລັດຖະບານຣັດເຊຍໄດ້ອະນຸມັດໃຫ້ສາມາດໃຊ້ວັກຊີນປ້ອງກັນໂຄວິດ-19 ສະປຸດນິກ ວີ ໃນຮູບແບບ 1 ໂດສໄດ້ແລ້ວ.
ປະທານາທິບໍດີ ປູຕິນ ລະບຸຜ່ານກອງປະຊຸມຜ່ານລະບົບວິດີໂອຄໍ ກັບຮອງນາຍົກລັດຖະມົນຕີຝ່າຍນະໂຍບາຍສັງຄົມວ່າ: ປັດຈຸບັນ ວັກຊີນສະປຸດນິກ ວີ ໂດສດຽວ ຫລື ສະປຸດນິກ ໄລ ນັ້ນ ພ້ອມແລ້ວທີ່ຈະສັກໃຫ້ຜູ້ທີ່ຕ້ອງການ ແລະ ຢືນຢັນອີກວ່າ: ວັກຊີນ ສະປຸດນິກໂດສດຽວນັ້ນ ມີປະສິດທິພາບເທົ່າກັບການສັກສະປຸດນິກ ວີ 2 ໂດສ.
ປະທານາທິບໍດີ ປູຕິນ ເນັ້ນວ່າ: ວັກຊີນປ້ອງກັນໂຄວິດຂອງຣັດເຊຍນັ້ນປອດໄພ ແລະ ເຊື່ອຖືໄດ້. ທັງນີ້ ປະທານາທິບໍດີ ປູຕິນ ລະບຸອີກວ່າ: ທ່ານພ້ອມຈະສະໜັບສະໜູນແບບບໍ່ມີເງື່ອນໄຂຕໍ່ການແບ່ງປັນຂໍ້ມູນສິດທິ