ກອງທັບ ສ.ເກົາຫລີ ກຽມເພີ່ມ “ຄ່າອາຫານທະຫານ” ໃນປີໜ້າ ຫລັງຖືກວິຈານຄຸນນະພາບ


ວັນທີ 7 ພຶດສະພາ 2021, ກອງທັບ ສ.ເກົາຫລີ ປະກາດແຜນປັບເພີ່ມຄ່າອາຫານແຕ່ລະວັນຂອງບັນດາທະຫານ ຫລັງເກີດສຽງວິພາກວິຈານຈາກສາທາລະນະກ່ຽວກັບການກະກຽມອາຫານທີ່ດ້ອຍຄຸນນະພາບໃຫ້ສະມາຊິກກອງທັບ.
ຊໍອຸກ ລັດຖະມົນຕີປ້ອງກັນຄວາມສະຫງົບ ສ.ເກົາຫລີ ຕັດສິນໃຈຈະເພີ່ມຄ່າອາຫານສະເລ່ຍແຕ່ລະວັນຂອງກອງກຳລັງທະຫານ ຈາກ 8.790 ວອນ ໃນປີນີ້ ຂຶ້ນເປັນ 10.500 ວອນ ໃນປີໜ້າ ຫລັງຮ່ວມຫາລືກັບຄະນະຜູ້ບັນຊາການທະຫານລະດັບສູງ.
ລາຍງານລະບຸວ່າ: ຄ່າອາຫານຕໍ່ຄາບຂອງທະຫານ ສ.ເກົາຫລີ ໃນປີນີ້ມີ 2.930 ວອນ ຕໍ່າກວ່າຄ່າອາຫານຂອງນັກຮຽນຊັ້ນມັດທະຍົມ ເຊິ່ງມີ 3.625 ວອນ.
ການດຳເນີນຄັ້ງນີ້ເກີດຂຶ້ນເນື່ອງຈາກກອງທັບຖືກວິພາກວິຈານເລື່ອງອາຫານດ້ອຍຄຸນນະພາບ ຫລັງມີພາບຖ່າຍອາຫານບາງສ່ວນຖືກເຜີຍແຜ່ໃນໂລກອອນລາຍ ບວກກັບມາດຕະການກັກກັນຫລາຍເກີນຄວາມຈຳເປັນ.
ຂະນະດຽວກັນ ກອງທັບ ສ.ເກົາຫລີ ຍັງຕັດສິນໃຈອະນຸຍາດເພີ່ມມື້ລາພັກໃຫ້ທະຫານ ເລີ່ມແຕ່ວັນທີ 10 ພຶດສະພາ ເປັນຕົ້ນໄປ ຫລັງຈຳກັດມື້ລາດັ່ງກ່າວ ເພາະການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ອ້າງອີງ: ສຳນັກຂ່າວຊິນຮົວ