ໄລຍະເວລາທີ່ເໝາະສົມໃນການນອນ


ຫລາຍຄົນມັກສົງໄສກັນຢູ່ສະເໝີວ່າ ນອນຫລັບດົນປານໃດຈຶ່ງຈະພຽງພໍ ແລະ ເໝາະສົມກັບຄວາມຕ້ອງການຂອງຮ່າງກາຍ ເຊິ່ງເມື່ອມໍ່ໆນີ້ມີວຽກງານວິໄຈໃໝ່ເລື່ອງນີ້ຕີພິມເຜີຍແຜ່ໃນວາລະສານສະລີບ ໃຫ້ຂໍ້ມູນກ່ຽວກັບການນອນຫລັບທີ່ໜ້າສົນໃຈໄວ້ພິຈາລະນາ ດັ່ງນີ້ :
ວຽກງານວິໄຈຈາກທີມວິໄຈແຟັງລັງດັ່ງກ່າວໃຊ້ການວິໄຈໂດຍການກວດສອບວິເຄາະຂໍ້ມູນກ່ຽວກັບການນອນຫລັບທີ່ເກັບລວບລວມໄດ້ຈາກໂຄງການ ສຸຂະພາບປີ 2020 ຂອງທາງການແພດແຟັງລັງ ທີ່ລວບລວມຈາກກຸ່ມໂຕຢ່າງຊາຍ 1.875 ຄົນ, ຍິງ 1.875 ຄົນ ຂໍ້ມູນເຫລົ່ານັ້ນມີທັງປະລິມານການນອນ ແລະ ຄຸນນະພາບໃນການນອນຂອງກຸ່ມໂຕຢ່າງ ລວມທັງຂໍ້ມູນດ້ານສຸຂະພາບກ່ຽວກັບເລື່ອງນີ້ ເຊັ່ນ : ມີອາການພະຍາດນອນບໍ່ຫລັບຫລືບໍ່ ແລະ ມີອາການເຫງົານອນຫລາຍປານໃດໃນຕອນກາງເວັນ. ນອກຈາກນັ້ນ, ຍັງດຶງເອົາຂໍ້ມູນຂອງກຸ່ມໂຕຢ່າງຈາກສະຖາບັນປະກັນສັງຄົມມາເບິ່ງວ່າ ກຸ່ມໂຕຢ່າງລາປ່ວຍຫລາຍໜ້ອຍປານໃດນຳອີກ.


ຜົນສະແດງໃຫ້ເຫັນວ່າ ໃນກຸ່ມແມ່ຍິງຜູ້ທີ່ລາປ່ວຍໜ້ອຍທີ່ສຸດ ນອນສະເລ່ຍ 7,6 ຊົ່ວໂມງ. ສ່ວນຜູ້ຊາຍ 7,8 ຊົ່ວໂມງ ເຊິ່ງຖືເປັນໄລຍະເວລາການນອນທີ່ສົມບູນແບບຂອງກຸ່ມໂຕຢ່າງ. ໃຜກໍຕາມທີ່ມີຄ່າສະເລ່ຍການນອນຫລາຍກ່ວາ ຫລື ໜ້ອຍກ່ວາເວລາດັ່ງກ່າວຈະສ່ຽງຕໍ່ການລາປ່ວຍເພີ່ມຫລາຍຂຶ້ນ ຈົນເຖິງຢ່າງຫລາຍທີ່ສຸດ 8 ມື້ໃນໄລຍະເວລາ 1 ປີ ໂດຍຜູ້ຊາຍທີ່ນອນເປັນໄລຍະເວລາດົນເໝາະສົມທີ່ສຸດ ລາປ່ວຍສະເລ່ຍພຽງປີລະ 5,93 ມື້. ສ່ວນແມ່ຍິງຈະລາປ່ວຍປີລະ 7,64 ມື້ເທົ່ານັ້ນ. ວຽກງານວິໄຈນີ້ສອດຄ່ອງກັບຜົນການວິໄຈກ່ອນໜ້ານີ້ ເຊິ່ງພົບວ່າໄລຍະເວລາທີ່ເໝາະສົມຂອງການນອນໃນແຕ່ລະຄືນນັ້ນຢູ່ລະຫ່ວາງ 5 – 9 ຊົ່ວໂມງ ແລະ ຂຶ້ນຢູ່ກັບເພດ, ອາຍຸ ແລະ ຄຸນນະພາບໃນການນອນນຳອີກ.