ອິສລາແອນສົ່ງກຳລັງພາກພື້ນດິນໂຈມຕີກາຊາ ຂະນະທີ່ຍອດເສຍຊີວິດຈາກການໂຈມຕີທາງອາກາດສູງເຖິງ 113 ຄົນ

- kitchen vibe - ອິສລາແອນສົ່ງກຳລັງພາກພື້ນດິນໂຈມຕີກາຊາ ຂະນະທີ່ຍອດເສຍຊີວິດຈາກການໂຈມຕີທາງອາກາດສູງເຖິງ 113 ຄົນ

ວັນທີ 14 ພຶດສະພາ 2021, ກອງທັບອິສລາແອນຍັງເດີນໜ້າໂຈມຕີເຂດກາຊາຢ່າງຕໍ່ເນື່ອງ ດ້ວຍການໂຈມຕີທາງອາກາດໄປພ້ອມກັບຍິງລູກປືນໃຫຍ່, ຂະນະທີ່ມີການສົ່ງກຳລັງທະຫານ ພ້ອມລົດຖັງເຂົ້າໃກ້ຊາຍແດນກາຊາ.

Safwat Al Kahlout ນັກຂ່າວຂອງ AI Jazeera ລາຍງານຈາກກາຊາວ່າ: ເຊົ້າວັນທີ 14 ພຶດສະພານີ້ ກອງກຳລັງທະຫານອິສລາແອນ ໄດ້ເຄື່ອນພົນເຂົ້າໃກ້ຊາຍແດນ ສວນທາງທ່າທີຈາກກອງທັບອິສລາແອນທີ່ອອກຖະແຫລງການປະຕິເສດວ່າຍັງບໍ່ໄດ້ເລີ່ມການໂຈມຕີພາກພື້ນດິນ. ຂະນະທີ່ Kahlout ເບິ່ງວ່າ: ກອງທັບອິສລາແອນຍັງຕ້ອງມີການກະກຽມອີກ ເນື່ອງຈາກຈຳນວນທະຫານ, ລົດຖັງ ແລະ ລູກປືນໃຫຍ່ນັ້ນຍັງບໍ່ຫລາຍສຳລັບການບຸກເຂົ້າກາຊາ.

- Visit Laos Visit SALANA BOUTIQUE HOTEL - ອິສລາແອນສົ່ງກຳລັງພາກພື້ນດິນໂຈມຕີກາຊາ ຂະນະທີ່ຍອດເສຍຊີວິດຈາກການໂຈມຕີທາງອາກາດສູງເຖິງ 113 ຄົນ

ຜົນຈາກການໂຈມຕີທາງອາກາດຂອງອິສລາແອນທີ່ເດີນໜ້າເຂົ້າສູ່ວັນທີ 5 ຂ້າຊີວິດຊາວປາແລັສຕິນແລ້ວ 113 ຄົນ ໃນຈຳນວນນີ້ລວມທັງເດັກນ້ອຍ 31 ຄົນ ແລະ ບາດເຈັບ 580 ກວ່າຄົນ.

ທາງຝັ່ງອິສລາແອນ ມີພົນລະເຮືອນຊາວອິສລາແອນຢ່າງໜ້ອຍ 6 ຄົນ ແລະ ຊາວອິນເດຍ 1 ຄົນ ເສຍຊີວິດຈາກການຍິງຈະຫລວດໂຈມຕີຂ້າມຊາຍແດນຈາກກາຊາ ໂດຍຝີມືກອງກຳລັງຕິດອາວຸດຮາມາດ. ຂະນະທີ່ເຊົ້າວັນທີ 14 ພຶດສະພານີ້ ມີຈະຫລວດຍິງໃສ່ອາຄານຫລັງໜຶ່ງໃນເມືອງອັສເຄລອນ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ ເຊິ່ງກ່ອນໜ້ານີ້ທາງການອິສລາແອນໄດ້ສັ່ງອົບພະຍົບປະຊາຊົນໃນພື້ນທີ່ໄປຢູ່ຂຸມລົບໄພແລ້ວ.

ຂະນະທີ່ກຸ່ມຮາມາດເປີດເຜີຍວ່າ: ໃນໄລຍະບໍ່ເທົ່າໃດຊົ່ວໂມງຜ່ານມາ ໄດ້ຍິງຈະຫລວດໃສ່ອິສລາແອນຫລາຍກວ່າ 250 ລູກ ເພື່ອຕອບໂຕ້ການໂຈມຕີທາງອາກາດຂອງອິສລາແອນ.

ນອກຈາກນີ້ ຍັງມີເຫດປະທ້ວງ ແລະ ການປະທະກັນລະຫວ່າງຊາວຢິວກັບຊາວປາແລັສຕິນເກີດຂຶ້ນໃນຫລາຍເມືອງ ລວມທັງໃນເຂດເວສແບັງ, ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ ຫລື ບາດເຈັບ ເຊິ່ງກ່ອນໜ້ານີ້ ອິສລາແອນຍັງໄດ້ປະກາດພາວະສຸກເສີນໃນບາງເມືອງເຊັ່ນ: ເມືອງລ໊ອດ ໃກ້ນະຄອນຫລວງເທວອາວີບ ຫລັງເກີດຈະລາຈົນການຊຸມນຸມຂອງຊາວອິສລາແອນເຊື້ອສາຍອາຣັບທີ່ອອກມາປະທ້ວງຕໍ່ຕ້ານການໂຈມຕີທາງອາກາດຂອງອິສລາແອນ ແລະ ເກີດການປະທະກັບຕຳຫລວດ.

ສ່ວນທ່ານ ນາງ ລິນດາ ໂທມັດ-ກຣີນຟິລ ທູດອາເມລິກາປະຈຳສະຫະປະຊາຊາດ ເປີດເຜີຍວ່າ: ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກຽມປະຊຸມຮ່ວມກັນໃນວັນທີ 16 ພຶດສະພານີ້ ເພື່ອຫາລືສະຖານະການໃນອິສລາແອນ ແລະ ກາຊາ.

ຂະນະທີ່ນາງຢືນຢັນວ່າ: ອາເມລິກາ ຈະສະໜັບສະໜູນ ແລະ ມີສ່ວນຮ່ວມຢ່າງຕໍ່ເນື່ອງໃນຄວາມພະຍາຍາມທາງການທູດລະດັບສູງສຸດ ເພື່ອພະຍາຍາມຢັບຢັ້ງສະຖານະການເຄັ່ງຕຶງທີ່ເກີດຂຶ້ນ.

ອ້າງອີງ:

- 3 - ອິສລາແອນສົ່ງກຳລັງພາກພື້ນດິນໂຈມຕີກາຊາ ຂະນະທີ່ຍອດເສຍຊີວິດຈາກການໂຈມຕີທາງອາກາດສູງເຖິງ 113 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!