ສິງກະໂປຂາດແຮງງານ ຫລັງອາຊີຜະເຊີນໂຄວິດຮອບໃໝ່ ຕ້ອງປະກາດຫ້າມເຂົ້າປະເທດ

- thumbs b c e017ab257138151132869cc6fbf87079 - ສິງກະໂປຂາດແຮງງານ ຫລັງອາຊີຜະເຊີນໂຄວິດຮອບໃໝ່ ຕ້ອງປະກາດຫ້າມເຂົ້າປະເທດ
- kitchen vibe - ສິງກະໂປຂາດແຮງງານ ຫລັງອາຊີຜະເຊີນໂຄວິດຮອບໃໝ່ ຕ້ອງປະກາດຫ້າມເຂົ້າປະເທດ

ສິງກະໂປກຳລັງຜະເຊີນບັນຫາຂາດເຂີນແຮງງານຕ່າງປະເທດ ຫລັງຈາກຫລາຍປະເທດໃນອາຊີກຳລັງຜະເຊີນໂຄວິດຮອບໃໝ່ ເຊິ່ງເຮັດໃຫ້ສິງກະໂປຕ້ອງຫ້າມແຮງງານຕ່າງປະເທດຈາກປະເທດທີ່ໂຄວິດລະບາດໜັກເດີນທາງເຂົ້າສິງກະໂປ.

ຫລັງຈາກປີຜ່ານມາ ຕອນໂຄວິດລະບາດໃນສິງກະໂປ ແຮງງານຕ່າງປະເທດຫລາຍໝື່ນຄົນຕ້ອງກັບບ້ານເກີດເມືອງນອນ ແລະ ບາງສ່ວນຖືກເລີກຈ້າງ ໂດຍໃນປີຜ່ານມາ ຈຳນວນພະນັກງານທີ່ບໍ່ແມ່ນພົນລະເມືອງສິງກະໂປຫລຸດລົງເກືອບ 2 ແສນຄົນ ຫລື ປະມານ 4,8% ຂອງຄົນເຮັດວຽກທັງໝົດໃນສິງກະໂປ.

ເຖິງວ່າເສດຖະກິດສິງກະໂປຈະຟື້ນຕົວກັບມາຢ່າງວ່ອງໄວ, ແຕ່ຍັງມີການຄວບຄຸມການເດີນທາງເຂົ້າປະເທດຢູ່ ເຊິ່ງຂໍ້ມູນຈາກສູນແຮງງານຕ່າງປະເທດສິງກະໂປລະບຸວ່າ: ນັບແຕ່ໂຄວິດລະບາດ ຈຳນວນແຮງງານຕ່າງປະເທດຫລຸດລົງເຖິງ 15% ແລະ ທຸລະກິດຈຳນວນຫລາຍບໍ່ສາມາດຈ້າງແຮງງານທີ່ແພງໄດ້ ລວມທັງຕ້ອງຄວບຄຸມຄ່າໃຊ້ຈ່າຍ ແລະ ບາງສ່ວນຕ້ອງຫລຸດຂະໜາດທຸລະກິດ ແລະ ຍົກເລີກກິດຈະການໄປແລ້ວ.

ສ່ວນສະມາຄົມທຸລະກິດສິງກະໂປກັງວົນວ່າ: ການຂາດເຂີນແຮງງານຈະຫລຸດຄວາມເຊື່ອໝັ້ນຂອງນັກລົງທຶນທີ່ມີຕໍ່ສິງກະໂປ ເຊິ່ງໝາຍເຖິງຄວາມສູນເສຍມະຫາສານຕໍ່ເສດຖະກິດທ້ອງຖິ່ນ ແລະ ການຈ້າງງານນຳອີກ. ດັ່ງນັ້ນຕອນນີ້ ການເພີ່ມຈຳນວນແຮງງານ, ການຫາວິທີແກ້ໄຂບັນຫາໃນໄລຍະຍາວ ພ້ອມເພີ່ມຜະລິດຕະພາບໂດຍໃຊ້ເຕັກໂນໂລຊີເຂົ້າມາຊ່ວຍພາລະກິດສຳຄັນອັນດັບຕົ້ນທີ່ຕ້ອງເຮັດ.

- 3 - ສິງກະໂປຂາດແຮງງານ ຫລັງອາຊີຜະເຊີນໂຄວິດຮອບໃໝ່ ຕ້ອງປະກາດຫ້າມເຂົ້າປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!