ສວນສະໜຸກຈີນສ້າງເຮືອ Titanic ຈຳລອງຂະໜາດເທົ່າຂອງແທ້ ແລະ ເປີດໃຫ້ພັກໄດ້

- https  www - ສວນສະໜຸກຈີນສ້າງເຮືອ Titanic ຈຳລອງຂະໜາດເທົ່າຂອງແທ້ ແລະ ເປີດໃຫ້ພັກໄດ້
- kitchen vibe - ສວນສະໜຸກຈີນສ້າງເຮືອ Titanic ຈຳລອງຂະໜາດເທົ່າຂອງແທ້ ແລະ ເປີດໃຫ້ພັກໄດ້

Titanic ເຮືອສຳລານຫລູສັນຊາດອັງກິດ ທີ່ເຄີຍໄດ້ຮັບຂະໜານນາມວ່າເປັນສິ່ງກໍ່ສ້າງໃຫຍ່ທີ່ສຸດຈາກຝີມືມະນຸດກຳລັງຈະມີຊີວິດອີກ ຫລັງ Romandisea Seven Star International Cultural Tourism Resor ໂຄງການສວນສະໜຸກຂະໜາດໃຫຍ່ຂອງຈີນສ້າງຂຶ້ນມາ.

ເຮືອດັ່ງກ່າວຕັ້ງຢູ່ໃນເຂດຕ້າຍິງ ເມືອງສຸຍຍິງ ມົນທົນເສສວນ ເຊິ່ງຢູ່ທາງທິດຕາເວັນອອກຂອງເມືອງເສິງຕູ ຖືກສ້າງຂຶ້ນໃນອັດຕາ 1:1 ມີຄວາມຍາວ 269,06 ແມັດ, ກວ້າງ 28,19 ແມັດ, ອົງປະກອບທັງໝົດ ບໍ່ວ່າຈະເປັນຫ້ອງຈັດລ້ຽງ, ໂຮງລະຄອນ, ສະລອຍນໍ້າ, ຫໍສັງເກດການ ຫລື ລູກບິດ, ປະຕູ ທຸກຢ່າງສ້າງຂຶ້ນຕາມສະບັບເຮືອ Titanic ດັ້ງເດີມທັງໝົດ ຕາມສະບັບເຮືອກົນໄຟອັງກິດ.

- Visit Laos Visit SALANA BOUTIQUE HOTEL - ສວນສະໜຸກຈີນສ້າງເຮືອ Titanic ຈຳລອງຂະໜາດເທົ່າຂອງແທ້ ແລະ ເປີດໃຫ້ພັກໄດ້

ສຳນັກຂ່າວ AFP ລາຍງານວ່າ: ເຮືອລຳນີ້ໃຊ້ແຮງງານຫລາຍກວ່າ 100 ຄົນ, ເຫລັກຫລາຍເຖິງ 23.000 ໂຕນ, ໃຊ້ງົບປະມານກວ່າພັນລ້ານຢວນໃນການກໍ່ສ້າງ ໂດຍຈັດພິທີວາງກະດູກງູໃນເດືອນພະຈິກ 2016 ຜ່ານມາ ແລະ ໃຊ້ເວລາໃນການສ້າງເຖິງ 6 ປີ ເຊິ່ງຫລາຍກວ່າເຮືອ Titanic ທົບເທົ່າ.

ນອກຈາກຈະເປັນເຮືອ Titanic ຈຳລອງທີ່ສະເໝືອນຈິງແລ້ວ ທາງລີສອດຍັງເປີດໃຫ້ນັກທ່ອງທ່ຽວສາມາດເຂົ້າພັກໄດ້ໃນລາຄາຄືນລະ 2.000 ຢວນ ໂດຍຈະຈອດຢູ່ກັບທີ່ ແຕ່ເປີດກົນໄກທຸກຢ່າງຄືກັບລ່ອງເຮືອ.

ເຖິງຢ່າງໃດກໍດີ, Titanic ລຳນີ້ບໍ່ແມ່ນ Titanic ຈຳລອງລຳທຳອິດ ກ່ອນໜ້ານັ້ນ Blue Star Line ບໍລິສັດແລ່ນເຮືອໃນປະເທດອົດສະຕຣາລີ ປະກາດສ້າງ Titanic II ເຊິ່ງຄາດວ່າຈະເປີດຕົວ ແລະ ເດີນທາງຂ້າມມະຫາສະໝຸດອັດລັງຕິກໄດ້ໃນປີ 2022.

ອ້າງອີງ:

http://edition.cnn.com/…/titanic-replica-china/index.html

http://www.travelandleisure.com/…/titanic-replica…

- 4 - ສວນສະໜຸກຈີນສ້າງເຮືອ Titanic ຈຳລອງຂະໜາດເທົ່າຂອງແທ້ ແລະ ເປີດໃຫ້ພັກໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!