ສ.ເກົາຫລີ ທົດລອງສັກວັກຊີນ ແບບປະສົມ
May 21, 2021 - 9:33 AM


ຂ່າວຕ່າງປະເທດ ວັນທີ 21 ພຶດສະພານີ້ໃຫ້ຮູ້ວ່າ ສ.ເກົາຫຼີ ໄດ້ດໍາເນີນສັກວັກຊີນແບບປະສົມຂັ້ນຄລີນິກລະຫວ່າງ AstraZeneca ກັບ Pfizer ແລະ ຊະນິດອື່ນໆຕື່ມອີກ. ໃນຂະນະທີ່ມີຫຼາຍຊາດອອກມາເຕືອນວ່າ ການໃຊ້ວັກຊີນຫຼາຍຊະນິດທີ່ແຕກຕ່າງກັນໃນເຂັມທີໜຶ່ງ ແລະ ເຂັມທີສອງ ນັ້ນຈະເກີດຄວາມສ່ຽງເປັນອັນຕະລາຍ ແລະ ຈະມີຄວາມຊັກຊ້າໃນແຜນການສັກວັກຊີນປ້ອງກັນໂຄວິດ-19.
ເຈົ້າໜ້າທີ່ການແພດຂອງເກົາໃຕ້ໃຫ້ຮູ້ວ່າ ການສັກທົດລອງນີ້ ມີປະຊາຊົນປະມານ 500 ຄົນເຂົ້າຮ່ວມສັກເຂັມທຳອິດເປັນວັກຊີນຈາກ AstraZeneca.
ວົງການການແພດ ໃຫ້ຄວາມເຫັນວ່າ ການຄົ້ນຄວ້າຄັ້ງນີ້ ຈະເປັນການກວດສອບເບິ່ງຈຸລັງ T ຊຶ່ງເປັນຈຸລັງຕ້ານພະຍາດ ຊຶ່ງມັນອາດສາມາດທຳລາຍຈຸລັງທີ່ຕິດເຊື້ອໄວຣັດ ຫຼື ເຮັດໃຫ້ເກີດຄວາມສົມດູນພູມຄຸ້ມກັນໃນຮ່າງກາຍຂອງຜູ້ທີ່ໄດ້ຮັບສັກວັກຊີນແບບປະສົມປະສານ.