ແຂວງວຽງຈັນ ສຳເລັດການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີທັງໝົດແລ້ວ


ຄະນະສະເພາະກິດຕ້ານ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງວຽງຈັນ ແລະ ທີມງານແພດໝໍຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ, ພ້ອມດ້ວຍປະຊາຊົນບັນດາເຜົ່າຊາວແຂວງວຽງຈັນໄດ້ພ້ອມກັນບັດຕິບັດຕາມມາດຕະການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງວຽງຈັນມີພຽງແຕ່ 18 ຄົນ ແລະ ໄດ້ເລີ່ມເຂົ້າຮັບການປິ່ນປົວຢູ່ສູນປິ່ນປົວພະຍາດໂຄວິດ19 ແຂວງວຽງຈັນ ແຕ່ວັນທີ 23 ເມສາ 2021 ເປັນຕົ້ນມາ. ປັດຈຸບັນ 18 ຄົນນັ້ນ ແມ່ນໄດ້ຮັບການປິ່ນປົວຫາຍດີໝົດແລ້ວ ແລະ ໄດ້ມີການມອບ-ຮັບສົ່ງກັບບ້ານເປັນ 4 ຄັ້ງ. ຄັ້ງທຳອິດ ວັນທີ 7 ພຶດສະພາ 2021 ມີຈຳນວນ 3 ຄົນ. ຄັ້ງທີ 2 ໃນວັນທີ 10 ພຶດສະພາ 2021 ມີ 4 ຄົນ, ຄັ້ງທີ 3 ໃນວັນທີ 14 ພຶດສະພາ 2021 ມີ 5 ຄົນ ແລະ ຄັ້ງສຸດທ້າຍ ໃນວັນທີ 20 ພຶດສະພາ 2021. ທັງໝົດ 18 ຄົນນີ້ ແມ່ນໄດ້ສົ່ງກັບບ້ານໝົດແລ້ວ ແລະ ໄດ້ໃຫ້ສືບຕໍ່ກັກໂຕອີກ 14 ມື້.
ປັດຈຸບັນສູນປິ່ນປົວພະຍາດໂຄວິດ-19 ແຂວງວຽງຈັນໄດ້ປິດແລ້ວ ແລະ ຄະນະສະເພາະກິດແຂວງວຽງຈັນແມ່ນໄດ້ສຸມໃສ່ຕິດຕາມເຝົ້າລະວັງກໍລະນີທີ່ມີຄວາມສ່ຽງ, ກຳນົດເຂດທີ່ມີຄວາມສ່ຽງ ສີແດງ, ສີເຫລືອງ ແລະ ສີຂຽວ ພ້ອມທັງສຸມໃສ່ປຸກລະດົມຊຸກຍູ້ປະຊາຊົນໃຫ້ເຂົ້າຮ່ວມຮັບການສັກວັກຊີນຢ່າງທົ່ວເຖິງ.