ອົດສະຕຣາລີ ຮຽກຮ້ອງປະຊາຊົນ ອາຍຸ 50 ປີຂື້ນໄປສັກວັກຊິນໂຄວິດ-19

- 885 - ອົດສະຕຣາລີ ຮຽກຮ້ອງປະຊາຊົນ ອາຍຸ 50 ປີຂື້ນໄປສັກວັກຊິນໂຄວິດ-19
- kitchen vibe - ອົດສະຕຣາລີ ຮຽກຮ້ອງປະຊາຊົນ ອາຍຸ 50 ປີຂື້ນໄປສັກວັກຊິນໂຄວິດ-19

ຕາມ​​ແຫ​ລ່ງຂ່າວ ຊິດ​ນີ ຂອງ​ອົດ​ສະຕຣາລີ ວັນ​ທີ 21 ພຶດສະພາ, ອົດ​ສະຕຣາລີ ​ໄດ້ຮຽກຮ້ອງ​ໃຫ້ປະຊາຊົນ​ທ່ີ​ມີອາຍຸ 50 ປີ​ ຂື້ນໄປ​ສັກ​ວັກ​ຊີນປ້ອງກັນໂຄ​ວິດ-19 ​ເນື່ອງ​ຈາກ​ວ່າ ຄວາມ​ກັງວົນໃນ​ການ​ສັກ​ວັກ​ຊີນ ຫລາຍຂຶ້ນ ຈະ​​ເຮັດ​ໃຫ້​ອົດ​ສະຕຣາລີ ປະ​ເຊີນກັບການ​ແຜ່​ລະ​ບາດ​ເພີ່ມ​ຂຶ້ນອົດ​ສະຕຣາລີ ​ເປັນ ປະ​ເທດ​ໜຶ່ງທີ່​ຄວບ​ຄຸມການ​ແຜ່​ ລະບາດຂອງ ​ພະຍາດ​ໂຄ​ວິດ-19 ​ໄດ້​ດີສົ​ມຄວນ ​ແຕ່​ຕ້ອງ​ພົບກັບ​ບັນຫາຊັກ​ຊ້າ ​ໃນການ​ສັກ​ວັກ​ຊີນ​ໃຫ້​ແກ່​ປະຊາຊົນ ​ແລະ ພົບ​ຂໍ້​ມູນ ທີ່​ຢືນຢັນ​ວ່າປະຊາຊົນ ສູງ​ອາຍຸມີ​ຄວາມຮູ້​ສື​ກກັງວົນ​ຫລາຍຂື້ນກ່ຽວ​ກັບຜົນ​ຂ້າງຄຽງ​ ຫລັງ​ຈາກ​ການ​ສັກວັກ​ຊີນປ້ອງ​ກັນ​ໂຄ​ວິດ-19​ ຂອງ ​ແອ​ສຕຣາ​ເຊ​ເນ​ກາ  ຫລາຍ​ກວ່າການ​ຕິດ​ເຊື້ອ​ໂຄ​ວິດ-19.

ນອກຈາກ​ນັ້ນ, ທ່ານ ສະ​ກອດ ມໍຣີສັນ ນາຍົກລັດຖະມົນ​ຕີ ອົດ​ສະຕຣາລີ ກ່າວ​ວ່າ​ ທ່ານ​ ສະໜັບສະໜູນ ​ໃຫ້​ປະຊາຊົນທີ່​ມີ​ ອາຍຸ 50 ປີ​ຂື້ນ​ໄປເຂົ້າ​ຮ່ວມ​​ໃນການ​ສັກ​ວັກ​ຊິນໂຄ​ວິດ-19 ​ແລະ ຖ້າ​ຜູ້ໃດທີ່​ມີ​ ອາຍຸ 70 ປີ​ຂື້ນ​ໄປກໍຍິ່ງ​ສະໜັບສະໜູນ​ໃຫ້​ສັກ ວັກ​ຊິນ.

- Visit Laos Visit SALANA BOUTIQUE HOTEL - ອົດສະຕຣາລີ ຮຽກຮ້ອງປະຊາຊົນ ອາຍຸ 50 ປີຂື້ນໄປສັກວັກຊິນໂຄວິດ-19
- 5 - ອົດສະຕຣາລີ ຮຽກຮ້ອງປະຊາຊົນ ອາຍຸ 50 ປີຂື້ນໄປສັກວັກຊິນໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!