ສິງກະໂປລໍ້າໜ້າ ກວດຫາເຊື້ອໂຄວິດຈາກລົມຫາຍໃຈຮູ້ຜົນພາຍໃນ 1ນາທີ
May 25, 2021 - 11:59 AM

ວັນທີ 25 ພຶດສະພາ 2021 ນີ້ ສຳນັກຂ່າວສິງກະໂປໄດ້ລາຍງານວ່າ: ກະຊວງວິທະຍາສາດຂອງສິງກະໂປເຜີຍແຜ່ກ່ຽວກັບນະວັດຕະກຳ ແລະ ວິທີການກວດຫາເຊື້ອໂຄວິດ-19 ແບບໃໝ່ “ໃຊ້ສະເພາະໜ້າ” ດ້ວຍການກວດຈາກລົມຫາຍໃຈ ພັດທະນາໂດຍບໍລິສັດ ເບຣໂທນິກ ເປັນສະຕາດອັບຂອງມະຫາວິທະຍາໄລແຫ່ງໜຶ່ງໃນສັງກະໂປ.
ຈາກການພິສູດການນຳໃຊ້ຕົວຈິງສາມາດກວດຫາເຊື້ອຖືກຕ້ອງສູງເຖິງ 90% ພາຍໃນ 60 ວິນາທີ ຫລື 1ນາທີ ເທົ່ານັ້ນ ດ້ານລາຄາຕົກຢູ່ປະມານ 5-20 ໂດລາສິງກະໂປ ຫລື ປະມານ 35 ພັນກີບ -120.000 ກີບ.
ເຖິງຢ່າງໃດກໍຕາມ ກະຊວງສາທາລະນະສຸກສິງກະໂປຍັງບໍ່ທັນໄດ້ໃຊ້ເຄື່ອງມືກວດອັນນີ້ຢ່າງເປັນທາງການເທື່ອ ປັດຈຸບັນ ຍັງໃຊ້ແບບວິເຄາະທາງວິທະຍາເປັນຕົ້ນຕໍ ແລະ ໃຊ້ເຄື່ອງມືນີ້ຄວບຄູ່ກັນໄປເພື່ອພິສູດຄວາມຖືກຕ້ອງ ແຕ່ອີກບໍ່ດົນຈະມີການນຳໃຊ້ຢ່າງເປັນທາງການຫາກໄດ້ຜົນແທ້ແນ່ນອນ.