ອັດຕາການສັກວັກຊີນໂຄວິດ-19 ຂອງຈີນຈະບັນລຸເຖິງ 80% ໃນທ້າຍປີນີ້
May 31, 2021 - 9:12 AM

ຕາມຂ່າວ CRI ລາຍງານວ່າ, ທ່ານຈົ່ງນານຊ່ານ ບັນດິດສະຖາບັນວິສະວະກຳຈີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ເມື່ອຮອດທ້າຍປີນີ້, ອັດຕາການສັກວັກຊີນໂຄວິດ-19 ຂອງຈີນຈະສາມາດບັນລຸເຖິງ 80%, ປັດຈຸບັນ ຕ້ອງເພີ່ມທະວີຄວາມສາມາດໃນການຜະລິດວັກຊີນ.
ເມື່ອບໍ່ດົນມານີ້, ຢູ່ແຜ່ນດິນໃຫຍ່ຈີນໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນໃໝ່ຈຳນວນໜ້ອຍ, ປະຊາຊົນຈີນຈິ່ງມີຄວາມປາຖະໜາໃນການສັກວັກຊີນເພີ່ມຂຶ້ນ. ທ່ານຈົ່ງນານຊ່ານກ່າວວ່າ: ເປັນຍ້ອນວ່າພາຍໃນປະເທດມີຄວາມຕ້ອງການຢ່າງແຂງແຮງຕໍ່ວັກຊີນໂຄວິດ-19 ແລະ ອົງການອະນາໄມໂລກກໍມີຄວາມຕ້ອງການທີ່ຮີບດ່ວນເຊັ່ນກັນ, ຫຼາຍປະເທດຍັງຫວັງວ່າຈີນຈະສາມາດສະໜອງວັກຊີນ. ດັ່ງນັ້ນ, ຈີນຕ້ອງເພີ່ມທະວີຄວາມສາມາດໃນການຜະລິດວັກຊີນໂຄວິດ-19 ຕື່ມອີກ.
ອີງຕາມຕົວເລກຂໍ້ມູນທີ່ຄະນະກຳມະການສຸຂະພາບແລະສາທາລະນະສຸກແຫ່ງຊາດຈີນປະກາດນັ້ນ: ມາຮອດວັນທີ 27 ພຶດສະພານີ້, ການສັກວັກຊີນໂຄວິດ-19 ຢູ່ແຜ່ນດິນໃຫຍ່ຈີນໄດ້ບັນລຸຫຼາຍກວ່າ 580 ລ້ານເທື່ອຫຼອດ. ທ່ານຈົ່ງນານຊ່ານກ່າວວ່າ: ອີງຕາມ 70% ທີ່ເປັນອັດຕາການສັກວັກຊີນທີ່ມີຜົນປົກປ້ອງໄດ້ນັ້ນ, ອັດຕາການສັກວັກຊີນຂອງຈີນຕ້ອງບັນລຸເຖິງ 80%, ຈິ່ງມີຄວາມອາດເປັນໄປໄດ້ທີ່ມີພູມຕ້ານທານລວມໝູ່.