ສິງກະໂປໄຟຂຽວວັກຊີນ Sinovac ຫລັງ WHO ອະນຸມັດໃຊ້ກໍລະນີສຸກເສີນ


ກະຊວງສາທາລະນະສຸກຂອງສິງກະໂປ ອອກຖະແຫລງການໃນວັນທີ 3 ມິຖຸນາວ່າ: ສິງກະໂປອະນຸຍາດໃຫ້ໃຊ້ວັກຊີນປ້ອງກັນໂຄວິດ-19 ຈາກບໍລິສັດ Sinovac Biotech Ltd. ຂອງຈີນ ຫລັງຈາກອົງການອະນາໄມໂລກ (WHO) ອະນຸມັດວັກຊີນດັ່ງກ່າວສຳລັບການໃຊ້ໃນກໍລະນີສຸກເສີນແລ້ວໃນວັນທີ 1 ມິຖຸນາຜ່ານມາ.
ການອະນຸຍາດດັ່ງກ່າວໝາຍຄວາມວ່າ: ຜູ້ໃຫ້ບໍລິການເບິ່ງແຍງສຸຂະພາບເອກະຊົນຂອງສິງກະໂປຈະສາມາດໃຫ້ບໍລິການສັກວັກຊີນຂອງ Sinovac ໄດ້ ໂດຍເປັນສ່ວນໜຶ່ງຂອງໂຄງການທີ່ອະນຸຍາດໃຫ້ໃຊ້ວັກຊີນໂຄວິດ-19 ທີ່ຍັງບໍ່ໄດ້ຂຶ້ນທະບຽນ ເຊິ່ງໃນປັດຈຸບັນໂຄງການວັກຊີນແຫ່ງຊາດຂອງສິງກະໂປບໍ່ໄດ້ມີວັກຊີນ Sinovac ລວມຢູ່ນຳ.
ອົງການອະນາໄມໂລກໄດ້ໃຫ້ການຮັບຮອງວັກຊີນ Sinovac ເມື່ອວັນທີ 1 ມິຖຸນາ ເຊິ່ງເປັນການປູທາງສຳລັບການເລັ່ງດຳເນີນການສັກວັກຊີນໃນປະເທດຕ່າງໆ ໂດຍການຕັດສິນໃຈດັ່ງກ່າວຂອງສິງກະໂປເກີດຂຶ້ນປະມານ 3 ເດືອນຫລັງຈາກສິງກະໂປໄດ້ຮັບມອບວັກຊີນ Sinovac ຊຸດທຳອິດຈຳນວນ 200.000 ໂດສ ເມື່ອວັນທີ 23 ກຸມພາ ແລະ ມີຂຶ້ນທ່າມກາງການຖົກຖຽງເລື່ອງປະສິດທິພາບຂອງວັກຊີນ.
ທັງນີ້ ຈາກການທົດລອງທາງຄລີນິກພົບວ່າ: ວັກຊີນຂອງ Sinovac ຫລື ທີ່ມີຊື່ເອີ້ນວ່າ: CoronaVac ມີອັດຕາປະສິດທິພາບຕໍ່າທີ່ສຸດໃນບັນດາວັກຊີນໂຄວິດ-19 ທີ່ມີການໃຊ້ງານໃນປັດຈຸບັນ ໂດຍພົບວ່າມີປະສິດທິພາບພຽງ 50,7% ໃນການປ້ອງກັນການຕິດເຊື້ອໂຄວິດ-19 ຈາກການທົດລອງໃນບຣາຊິນ ເຊິ່ງເກືອບບໍ່ຜ່ານເກນຂັ້ນຕໍ່າທີ່ໜ່ວຍງານເບິ່ງແຍງດ້ານຢາທົ່ວໂລກກຳນົດ.
ເຖິງຢ່າງໃດກໍດີ, ຈາກຫລັກຖານການນຳໃຊ້ຕົວຈິງປາກົດວ່າ: ວັກຊີນມີປະສິດທິພາບຫລາຍກວ່ານັ້ນ ໂດຍໃນການສຶກສາເມື່ອມໍ່ໆນີ້ກັບເຈົ້າໜ້າທີ່ສາທາລະນະສຸກໃນອິນໂດເນເຊຍປະມານ 130.000 ຄົນ ພົບວ່າວັກຊີນປ້ອງກັນການຕິດເຊື້ອໄດ້ 94%, ປ້ອງກັນການປ່ວຍໜັກຈົນຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍໄດ້ 96% ແລະ ປ້ອງກັນການເສຍຊີວິດ 98%.
ຜ່ານມາ, ສິງກະໂປໃຫ້ການຮັບຮອງວັກຊີນ Pfizer Inc.-BioNTech SE ແລະ Moderna Inc. ແລະ ມີອັດຕາການສັກວັກຊີນຕໍ່ປະຊາກອນທີ່ດີທີ່ສຸດປະເທດໜຶ່ງໃນອາຊີ ໂດຍປະມານ 40% ຂອງປະຊາກອນໄດ້ຮັບວັກຊີນເຂັມທຳອິດແລ້ວ. ນອກຈາກນີ້ ສິງກະໂປຍັງອະນຸຍາດໃຫ້ເດັກນັກຮຽນໄດ້ຮັບການສັກວັກຊີນນັບແຕ່ເດືອນນີ້ ເຊິ່ງເປັນສ່ວນໜຶ່ງຂອງຍຸດທະສາດການເປີດເສດຖະກິດອີກ.
ກະຊວງສາທາລະນະສຸກລະບຸໃນຖະແຫລງການອີກວ່າ: ຈະມີການເປີດເຜີຍລາຍລະອຽດເພີ່ມຕື່ມໃນມໍ່ໆນີ້ ໂດຍປັດຈຸບັນກຳລັງສຶກສາຄວາມເປັນໄປໄດ້ທີ່ສະຖາບັນເບິ່ງແຍງສຸຂະພາບເອກະຊົນຈະເຂົ້າເຖິງວັກຊີນ 200.000 ໂດສ ຕະຫລອດຈົນກຳລັງສຶກສາລາຍລະອຽດກ່ຽວກັບລາຄາຂະບວນການຂໍຄວາມຍິນຍອມ ແລະ ຄວາມປອດໄພຂອງຜູ້ທີ່ເລືອກສັກວັກຊີນຊະນິດນີ້.
ອ້າງອີງ: