ມູນນິທິ GX Foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ

ມູນນິທິ gx foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ - 0562 - ມູນນິທິ GX Foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ
ມູນນິທິ gx foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ - kitchen vibe - ມູນນິທິ GX Foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ
ມູນນິທິ ກອງທຶນ ແບ່ງປັນເຊິ່ງກັນ ແລະ ກັນ (GX Foundation) ກຽມຈັດຕັ້ງປະຕິບັດ ເພື່ອຊ່ວຍເຫລືອ ໃນການຜ່າຕັດຄົນເຈັບທີ່ເປັນພະຍາດຕາຂຸ້ນ ຢູ່ ສປປ ລາວ ພາຍຫລັງສະພາບການລະບາດຂອງພະຍາດ ໂຄວິດ-19 ໄດ້ຈາງຫາຍເຂົ້າສູ່ສະພາບປົກກະຕິ.
ມູນນິທິ gx foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ - 5554 300x200 - ມູນນິທິ GX Foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ
ທ່ານ ຫລຽງ ເຈິນ ຢິງ ປະທານ ມູນນິທິ GX Foundation ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ແລະ ຈີນ ໃນວັນທີ 4 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ ວ່າ: ໂຄງການປິ່ນປົວພະຍາດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າຄາດວ່າຈະເລີ່ມດໍາເນີນການຢູ່ທີ່ນະຄອນຫຼວງວຽງຈັນ ໃນ 6 ເດືອນທ້າຍປີນີ້ ທັງຍັງຈະສືບຕໍ່ດໍາເນີນວຽກງານນີ້ຢູ່ແຂວງຕ່າງໆໃນຂອບເຂດທົ່ວປະເທດລາວ ພາຍຫຼັງການແຜ່ລະບາດໂຄວິດ-19 ສິ້ນສຸດລົງ.  ເຊິ່ງໂຄງການຊ່ວຍເຫຼືອປິ່ນປົວພະຍາດແກ່ນຕາຂຸ້ນ ແມ່ນເປັນການຜັນຂະຫຍາຍແຜນແມ່ບົດ 5 ປີ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ມູນນິທິຊົມໃຊ້ຮ່ວມກັນໄດ້ເຊັນບົດບັນທຶກການຮ່ວມມືກັບກະຊວງສາທາລະນະສຸກຂອງລາວໃນລະຫວ່າງທ້າຍປີ 2019.
ສໍາລັບບຸກຄົນໃດທີ່ມີພະຍາດແກ່ນຕາຂຸ້ນທີ່ເບິ່ງບໍ່ເຫັນ ຈະສາມາດເຂົ້າເຖິງການບໍລິການ ແລະໄດ້ຮັບການຮັກສາໃຫ້ຫາຍຂາດໄດ້ໃນໄວໆນີ້ ດ້ວຍອຸປະກອນຜ່າຕັດທາງການແພດທີ່ທັນສະໄໝ ແລະຮັບປະກັນຄວາມປອດໄພ ເຊິ່ງໃຊ້ເວລາພຽງ 30 ນາທີໃນການຜ່ານຕັດ, ທີ່ສໍາຄັນການຜ່າຕັດແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ເພາະເປັນການຊ່ວຍເຫຼືອຈາກມູນນິທິຊົມໃຊ້ຮ່ວມກັນຂອງ ສປ ຈີນ ໂດຍການນໍາໃຊ້ລົດປິ່ນປົວເຄື່ອນທີ່ຈໍານວນ 2 ຄັນ ພ້ອມກັບຊ່ຽວຊານການແພດຈາກ ສປ ຈີນຈໍານວນໜຶ່ງ ພາຍຫຼັງສະຖານະການໂຄວິດ-19 ເບົາບາງລົງ ແລະຄາດວ່າ 5 ປີຂ້າງໜ້າ ຈະສາມາດປິ່ນປົວຜູ້ທີ່ເປັນພະຍາດແກ່ນຕາຂຸ້ນໃນ ສປປ ລາວໃຫ້ໝົດໄປ.
ນອກຈາກນີ້, ຜູ້ປ່ວຍທີ່ເປັນພະຍາດແກ່ນຕາຂຸ້ນຈະໄດ້ຮັບການປະເມີນເງື່ອນໄຂທາງສະພາບຮ່າງກາຍໂດຍຊ່ຽວຊານການແພດ ກ່ອນດໍາເນີນການຜ່າຕັດໜ່ວຍຕາທຸກຄັ້ງ. ປັດຈຸບັນ, ລົດເຄື່ອນທີ່ທັງສອງຄັນ ແລະທິມງານຊ່ຽວ ຊານປິ່ນປົວຊຸດທໍາອິດໄດ້ກະກຽມສໍາເລັດແລ້ວ, ພາຍຫຼັງສະພາບ ໂຄວິດ-19 ໄດ້ຈາງຫາຍລົງແລ້ວ ຈະຮີບຮ້ອນແຕ່ງຕັ້ງມາລາວເພື່ອຊ່ວຍເຫຼືອແພດໝໍລາວໃນການຜ່າຕັດ.
ມູນນິທິ gx foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ - 4 - ມູນນິທິ GX Foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ
ມູນນິທິ gx foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ - 3 - ມູນນິທິ GX Foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ
ມູນນິທິ gx foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ - 5 - ມູນນິທິ GX Foundation ສປ ຈີນ ກຽມຊ່ວຍເຫລືອປິ່ນປົວພະຍາດຕາຂຸ້ນໂດຍບໍ່ເສຍຄ່າ ໃຫ້ກັບ ສປປ ລາວ