ການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ ມີໝາກຜົນສຳເລັດຫລາຍດ້ານ
ວັນທີ 7 ມິຖຸນາ 2021 ນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ທີ່ ເມືອງຊົງຊິງ, ສປ. ຈີນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຫວາງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ. ຈີນ ແລະ ທ່ານ Teodoro Locsin, ລັດຖະມົນຕີຕ່າງປະເທດ ຂອງ ຟິລິບປິນ. ນອກຈາກນີ້, ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມ.
ປະຊຸມ ໄດ້ຕີລາຄາຄືນບັນດາໝາກຜົນແຫ່ງການຮ່ວມມືອາຊຽນ-ຈີນທີ່ເປັນຮູບປະທໍາໃນໄລຍະ 30 ປີຜ່ານມາ, ເຊິ່ງກວມເອົາສາມເສົາຄ້ຳການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ), ພ້ອມທັງ ຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ, ເຊິ່ງ 2 ຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ທີ່ປະກອບດ້ວຍແຜນການຮ່ວມມືໄລຍະສັ້ນ ແລະ ໄລຍະຍາວ.
ໄລຍະສັ້ນ ຫຼື ຮີບດ່ວນ, ອາຊຽນ ແລະ ຈີນ ຈະສຸມໃສ່ຮັດແໜ້ນການຮ່ວມມື ໃນການຮັບມືກັບພະຍາດໂຄວິດ-19 ແລະ ສິ່ງທ້າທາຍຫຼັງການລະບາດຂອງພະຍາດໂຄວິດ-19, ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ເປັນຕົ້ນ ການຄົ້ນຄວ້າ-ພັດທະນາ (R&D) ຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກແຊັງ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຫຼື ໂຄແວັກ (COVAX) ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19 ໂດຍເນັ້ນໃສ່ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານ ຂອງ ອາຊຽນ ແລະ ການສະໜັບສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າ ທາງເອເລັກໂຕຼນິກຮ່ວມກັນໄດ້.
ໄລຍະຍາວ, ອາຊຽນ ແລະ ຈີນ ຈະສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); ການຈັດ ຕັ້ງປະຕິບັດເຂດການ ຄ້າເສລີ ອາຊຽນ-ຈີນ ແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP; ແລະ ການສົ່ງເສີມການ ຮ່ວມມືອະນຸພາກພື້ນ ໂດຍສະເພາະຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ນອກນີ້, ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການສົ່ງເສີມການພົວພັນຮ່ວມມືທີ່ສ້າງສັນ ລະຫວ່າງບັນດາປະເທດມະຫາອໍານາດ ແລະ ອື່ນໆ.
ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງ ສປ. ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ການສະໜອງທຶນຊ່ວຍເຫຼືອ ເພື່ອຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ; ພິເສດ, ແມ່ນການຊ່ວຍເຫຼືອໃນການສະໜອງວັກແຊັງຕ້ານໂຄວິດ-19 ທັງຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ພ້ອມທັງສະເໜີໃຫ້ກອງປະຊຸມ ພິຈາລະນາບາງຂົງເຂດບູລິມະສິດການຮ່ວມມື ອາຊຽນ-ຈີນ ໃນໄລຍະຕໍ່ໜ້າ ເຊັ່ນ: ຂະແໜງສາທາລະນະສຸກ ໂດຍສະເພາະການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານ ຂອງອາຊຽນ; ການສະໜັບສະໜູນການເຊື່ອມຈອດອາຊຽນ ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ 2025; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການພັດທະນາຊັບພະຍາກອນມະນຸດ ແລະ ການຖ່າຍທອດບົດຮຽນ ແລະ ປະສົບການໃນວຽກງານການຫຼຸດຜ່ອນຄວາມທຸກຍາກ.
ກອງປະຊຸມຍັງໄດ້ປຶກສາຫາລື ການກະກຽມດ້ານເນື້ອໃນ ແລະ ພິທີການ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ (PMC) ໃນເດືອນສິງຫາ ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ ທີ່ ໃນເດືອນ ຕຸລາທີ່ຈະມາເຖິງນີ້.