ແຈ້ງເຕືອນຝົນຕົກຫນັກ ໃນວັນທີ 08 ຫາ 11 ມິຖຸນາ 2021


ວັນທີ 8 ມີຖຸນາ 2021 ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການເຕືອນ ວ່າ: ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່ໄດ້ພັດຜ່ານເຂດພາກເໜືອລົງຫາພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 8 ຫາ 11 ມິຖຸນາ 2021 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີ ສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ຕິດຕໍ່ກັນຫຼາຍວັນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດີນ ເຈື່ອນ ນ້ໍາຖ້ວມກະທັນຫັນ ແລະ ນ້ໍາຖ້ວມຊູ ເກີດຂື້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ຫນ້ານີ້.

