ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບການຊ່ວຍເຫລືອໃຫ້ ແຂວງຈໍາປາສັກ ເພື່ອຕ້ານພະຍາດໂຄວິດ-19

ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບການຊ່ວຍເຫລືອໃຫ້ ແຂວງຈໍາປາສັກ ເພື່ອຕ້ານພະຍາດໂຄວິດ-19 - 008 - ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບການຊ່ວຍເຫລືອໃຫ້ ແຂວງຈໍາປາສັກ ເພື່ອຕ້ານພະຍາດໂຄວິດ-19
ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບການຊ່ວຍເຫລືອໃຫ້ ແຂວງຈໍາປາສັກ ເພື່ອຕ້ານພະຍາດໂຄວິດ-19 - kitchen vibe - ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບການຊ່ວຍເຫລືອໃຫ້ ແຂວງຈໍາປາສັກ ເພື່ອຕ້ານພະຍາດໂຄວິດ-19

ວັນທີ 9 ມິຖຸນາ 2021 ທີ່ດ່ານສາກົນໜອງນົກຂຽນ ແຂວງຈຳປາສັກ ສປປ ລາວ-ດ່ານສາກົນ ຕະປຽງກຣຽນ ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ຕ່າງໜ້າໂດຍ ທ່ານ ມົມ ຊາເຣືອນ ເຈົ້າແຂວງຊຽງເເຕງ ພ້ອມດ້ວຍຄະນະ, ນຳເຄື່ອງຊ່ວຍເຫລືອມາມອບໃຫ້ ແຂວງຈຳປາສັກ ຕາງໜ້າຮັບໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ ເຂົ້າສານ ຈຳນວນ 5 ໂຕນ, ປາກະປ໋ອງ 30 ແກັດ, ໝີ່ສຳເລັດຮູບ 300 ແກັດ, ຜ້າອັດປາກ-ດັງ 30ແກັດ, ເຫລົ້າ90 300 ຂວດ (15 ແກັດ) ແລະ ນ້ຳຢາລ້າງປາກ 1.000 ຂວດ (50 ແກັດ) ລວມມູນຄ່າ 128 ລ້ານກວ່າກີບ.

ທ່ານ ວິໄລວົງ ບຸດດາຄຳ ຕາງໜ້າໃຫ້ອົງການປົກຄອງ ແລະ ປະຊາຊົນລາວ ບັນດາ ເຜົ່າຊາວແຂວງຈຳປາສັກ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ນໍ້າໃຈ ໃນການປະກອບສ່ວນຊ່ວຍ ເຫລືອແບ່ງເບົາ ໃນຍາມປະສົບຄວາມຫຍຸ້ງຍາກລຳບາກ. ທັງເປັນການເພີ່ມທະວີການຮ່ວມມື, ສາຍພົວພັນການທູດ ກໍ່ຄື 65 ປີ (15/6/1956-15/6/2021) ຂອງການສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ກຳປູເຈຍ ທີ່ຈະມາເຖິງນີ້ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບການຊ່ວຍເຫລືອໃຫ້ ແຂວງຈໍາປາສັກ ເພື່ອຕ້ານພະຍາດໂຄວິດ-19 - 3 - ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບການຊ່ວຍເຫລືອໃຫ້ ແຂວງຈໍາປາສັກ ເພື່ອຕ້ານພະຍາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!