ຄວາມໝັ້ນຄົງທາງອາລົມ ແມ່ນກຸນແຈສູ່ຄວາມສຳເລັດໃນອາຊີບ


ຄວາມສຳເລັດໃນໜ້າທີ່ວຽກງານເປັນສິ່ງທີ່ຄົນເຮັດວຽກທຸກຄົນຍ່ອມປາຖະໜາ, ແຕ່ຮູ້ຫລືບໍ່ວ່າເລື່ອງບຸກຄະລິກກະພາບ ແລະ ອາລົມເປັນສິ່ງທີ່ສາມາດບົ່ງບອກໄດ້ວ່າເຮົາຈະປະສົບຄວາມສຳເລັດໃນອາຊີບໄດ້ແນວໃດ.
ໂດຍຜົນການສຶກສາຫລ້າສຸດທີ່ເຜີຍແຜ່ໃນ Psychological Science ພົບວ່າ : ການປ່ຽນແປງໃນໄລຍະເປັນໄວໜຸ່ມສາວ ສາມາດບົ່ງບອກເຖິງການເຕີບໃຫຍ່ທາງບຸກຄະລິກກະພາບຂອງຄົນເຮົາໄດ້ ເຊິ່ງເປັນປະໂຫຍດຕໍ່ຄວາມກ້າວໜ້າໃນອາຊີບ.
ຄວາມໝັ້ນຄົງທາງອາລົມ ແມ່ນກຸນແຈແຫ່ງຄວາມສຳເລັດ : ໂດຍມະຫາວິທະຍາໄລຮຸສຕັນໃນສະຫະລັດອາເມລິກາໃຊ້ເວລາ ເຖິງ 12 ປີ ເພື່ອສຶກສາກ່ຽວກັບການເຕີບໃຫຍ່ດ້ານບຸກຄະລິກກະພາບໃນໄວໜຸ່ມສາວວ່າສົ່ງຜົນຕໍ່ໜ້າທີ່ວຍກງານແທ້ຫລືບໍ່ ເຊິ່ງ ປະກົດວ່າ : ຄົນທີ່ມີຄວາມໝັ້ນຄົງທາງອາລົມ (Emotional Stability) ໃນລະດັບທີ່ສູງກ່ວາຈະມີໂອກາດປະສົບຄວາມສຳເລັດ ໃນໄລຍະທຳອິດຂອງການເລີ່ມຕົ້ນອາຊີບ (ບາງສາຍອາຊີບ) ໄດ້ຫລາຍກ່ວາ.


ທ່ານ Kevin Hoff ຜູ້ຊ່ວຍສາດສະດາຈານດ້ານຈິດຕະວິທະຍາອົງກອນ – ອຸດສາຫະກຳ ແຫ່ງມະຫາວິທະຍາໄລຮຸສຕັນ ລະບຸວ່າ : ຈາກການສຶກສາດ້ານການປ່ຽນແປງບຸກຄະລິກກະພາບຂອງຄົນເຮັດວຽກທີ່ຢູ່ໃນໄວໜຸ່ມສາວ ພົບວ່າ : ຮູບແບບການ ເຕີບໃຫຍ່ຂອງບຸກຄະລິກກະພາບບາງຢ່າງສາມາດທວາຍຜົນໃນອາຊີບໄດ້ຫລາຍກ່ວາບຸກຄະລິກກະພາບ ແລະ ຄວາມສາມາດ ຂອງໄວໜຸ່ມ.
ຄວາມໝັ້ນຄົງທາງອາລົມສົ່ງຜົນຕໍ່ ລາຍຮັບ ແລະ ຄວາມເພິງພໍໃຈ : ການວິໄຈດັ່ງກ່າວ ທີມຂອງ ທ່ານ Kevin Hoff ໄດ້ຕິດຕາມພັດທະນາການຈາກກຸ່ມຕົວຢ່າງທີ່ເປັນໄວໜຸ່ມສັນຊາດອຽກລັງ ເຊິ່ງຢູ່ໃນໄລຍະໄວໜຸ່ມສາວ (ອາຍຸປະມານ 17 ປີ) ເປັນເວລາດົນເຖິງ 12 ປີ ຈົນພວກເຂົາຢູ່ໃນໄວໜຸ່ມສາວ (ອາຍຸປະມານ 29 ປີ) ກ່ອນຈະໄດ້ຂໍ້ສະຫລຸບທີ່ຈະແຈ້ງວ່າ : ບຸກຄົນທີ່ ມີບຸກຄະລິກກະພາບໃນລະດັບທີ່ສູງຂຶ້ນຈະປະສົບຄວາມສຳເລັດຫລາຍຂຶ້ນເມື່ອເປັນຜູ້ໃຫຍ່.
ຜົນການສຶກສາດັ່ງກ່າວຍັງພົບຕື່ມວ່າ : ການປ່ຽນແປງດ້ານຄວາມໝັ້ນຄົງທາງອາລົມມີຄວາມກ່ຽວຂ້ອງກັບລາຍຮັບ ແລະ ຄວາມເພິງພໍໃຈໃນອາຊີບ. ຂະນະທີ່ການປ່ຽນແປງດ້ານຄວາມສາມາດພິເສດກໍມີຄວາມກ່ຽວຂ້ອງກັບຄວາມເພິງພໍໃຈໃນອາຊີບ ແລະ ໜ້າທີ່ວຽກງານນຳຄືກັນ ນັ້ນໝາຍຄວາມວ່າ ການພັດທະນາດ້ານບຸກຄະລິກກະພາບ ແລະ ຄວາມໝັ້ນຄົງທາງອາລົມໃນ ໄລຍະທີ່ເປັນໄວໜຸ່ມສາມາດສົ່ງເສີມຄວາມສຳເລັດໃນສາຍອາຊີບດ້ານຕ່າງໆເມື່ອເຂົ້າສູ່ໄວເຮັດວຽກໄດ້.
ຄວາມໝັ້ນຄົງທາງອາລົມກ່ຽວຂ້ອງກັບຄວາມສະຫລາດທາງອາລົມ : ການທີ່ເຮົາຈະມີຄວາມໝັ້ນຄົງທາງອາລົມໄດ້ນັ້ນ ຍ່ອມຕ້ອງມີຄວາມສະຫລາດທາງອາລົມ Emotional Intelligence) ນຳ ເຊິ່ງຄວາມສະຫລາດທາງອາລົມແມ່ນຄວາມສາມາດ ຂອງແຕ່ລະບຸກຄົນໃນການຮັບຮູ້ອາລົມຄວາມຮູ້ສຶກຂອງຜູ້ອື່ນ, ສາມາດໄຈ້ແຍກລະຫ່ວາງອາລົມທີ່ແຕກຕ່າງກັນ ແລະ ສະແດງອອກໄດ້ຢ່າງເໝາະສົມ ດ້ວຍເຫດນີ້ ຄວາມໝັ້ນຄົງທາງອາລົມໃນລະດັບທີ່ສູງຈຶ່ງມາຈາກຜູ້ທີ່ມີລະດັບຄວາມສະຫລາດ ທາງອາລົມສູງໄປນຳ.
ນອກຈາກນີ້, ຄວາມໝັ້ນຄົງທາງອາລົມຍັງສົ່ງຜົນຕໍ່ຄວາມເປັນຜູ້ນຳ ໂດຍຈາກກໍລະນີສຶກສາຂອງ FedEx ເມື່ອປີ 2014 ພົບວ່າ : ຜູ້ນຳທີ່ມີທັງຄວາມໝັ້ນຄົງທາງອາລົມ ແລະ ມີຄວາມສະຫລາດທາງອາລົມນັ້ນ ນອກຈາກຈະມີຄວາມສາມາດໃນການ ຕັດສິນໃຈທີ່ເພີ່ມຂຶ້ນ, ມີຄຸນນະພາບຊີວິດທີ່ດີເພີ່ມຂຶ້ນແລ້ວ ກໍຍັງມີປະສິດທິຜົນໃນການເຮັດວຽກຫລາຍຂຶ້ນນຳ. ທີ່ເປັນແນວນີ້ ຍ້ອນວ່າຜູ້ນຳທີ່ມີຄວາມໝັ້ນຄົງທາງອາລົມສາມາດຄວບຄຸມອາລົມໄດ້ ຈຶ່ງສາມາດສະຫງົບສະຕິອາລົມ ແລະ ຮັບມືໄດ້ໃນຍາມທີ່ ເກີດວິກິດ ເມື່ອໃດທີ່ພະເຊີນກັບຄວາມໃຈຮ້າຍ ແລະ ຄວາມຜິດຫວັງ ກໍສາມາດຈັດການກັບຄວາມຮູ້ສຶກເຫລົ່ານັ້ນໄດ້ເປັນຢ່າງດີ. ຂະນະດຽວກັນ, ຜູ້ນຳທີ່ມີຄວາມໝັ້ນຄົງທາງອາລົມຈະມີຄວາມນັບຖືຕົນເອງຢູ່ໃນລະດັບສູງນຳ ເຊິ່ງຖືເປັນຄຸນສົມບັດໜຶ່ງທີ່ ສົ່ງເສີມຄວາມເປັນຜູ້ນຳ ທັງຍັງສາມາດຈັດການບັນຫາຕ່າງໆໃຫ້ກັບພະນັກງານຂອງຕົນເອງໄດ້ຢ່າງມີປະສິດທິພາບ ເຊິ່ງເປັນ ຍ້ອນການຕັດສິນໃດໆທີ່ເກີດຂຶ້ນຈະບໍ່ແລ່ນດ້ວຍອາລົມຂອງຕົນເອງ, ແຕ່ຈະຍຶດຖືເຫດຜົນເປັນສຳຄັນນັ້ນເອງ.