6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ

6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ - 695 - 6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ
6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ - kitchen vibe - 6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບວຽກງານການຈັດຕັ້ງພັກ,ສະຫລຸບວຽກງານການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ຈັດຂຶ້ນໃນວັນທີ 22 ມິຖຸນາ 2021 ທີ່ພະແນກການເງິນແຂວງຄຳມ່ວນ. ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທັງເປັນຫົວໜ້າພະແນກການເງິນແຂວງ ລາຍງານຕໍ່ກອງປະຊຸມສະຫລຸບວຽກງານການຈັດຕັ້ງພັກ ແລະ ວຽກງານວິຊາສະເພາະໄລຍະ 6 ເດືອນ 2021 ວ່າ: ແຜນເກັບລາຍຮັບເຂົ້າງົບປະມານປີ 2021 ແມ່ນ 756,18 ຕື້ກີບ, ໃນໄລຍະ 6 ເດືອນສາມາດປະຕິບັດການຈັດເກັບລາຍຮັບໄດ້ທັງໝົດ 332,98 ຕື້ກີບ ເທົ່າກັບ 44,03% ຂອງແຜນການ, ທຽບໃສ່ປີ 2020 ແມ່ນເພີີ່ມຂຶ້ນ 55,03 ຕື້ກີບ ຫລື ເທົ່າກັບ 19,79%. ດ້ານລາຍຈ່າຍ ແຜນປີ 482,79 ຕື້ກີບ ປະຕິບັດໄດ້ 187,44 ຕື້ກີບ ເທົ່າກັບ 38,82% ຂອງແຜນການ, ທຽບໃສ່ປີຜ່ານມາແມ່ນຫລຸດລົງ 11,04 ຕື້ກີບ ຫລື ເທົ່າກັບ 5,89%. ສາມາດເບີກຈ່າຍເງິນເດືອນໃຫ້ພະນັກງານ– ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງໄດ້ເປັນປົກກະຕິ, ສ່ວນເງິນບໍລິຫານ ແລະ ຮ່ວງອື່ນໆ ໄດ້ສືບຕໍ່ແກ້ໄຂຕາມເງື່ອນໄຂຄວາມຈໍາເປັນ ແລະ ຄວາມສາມາດໃນການສະໜອງໄດ້.

6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ - 9655 300x200 - 6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ

6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ - Visit Laos Visit SALANA BOUTIQUE HOTEL - 6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ

ນອກນີ້, ກໍຍັງບັນຫາດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ໄດ້ຖອດຖອນບົດຮຽນໄດ້ໃນໄລຍະຜ່ານມາຕະຫລອດຮອດທິດທາງແຜນການ 6 ເດືອນທ້າຍ ແລະ ໝົດປີ 2021 ດ້ານລາຍຮັບທັງໝົດຄາດຄະເນຈະໄດ້ 658,45 ຕື້ກີບ ເທົ່າກັບ 87,07%; ໃນນັ້ນ, ລາຍຮັບສູນກາງຄາດວ່າຈະໄດ້ 380,68 ຕື້ກີບ ເທົ່າກັບ 84,48% ແລະ ລາຍຮັບທ້ອງຖິ່ນ 227,76 ຕື້ກີບ ເທົ່່າກັບ 90,89%, ດ້ານລາຍຈ່າຍຄາດວ່າປະຕິບັດໄດ້ 100%.

6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ - 4 - 6 ເດືອນຕົ້ນປີ ແຂວງຄຳມ່ວນ ຈັດເກັບລາຍຮັບໄດ້ 332 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!