ຄອນໂດ 12 ຊັ້ນ ຢູ່ລັດຟໍຣິດາຖະຫລົ່ມລົງສ່ວນໜຶ່ງ ມີຄົນສູນຫາຍ 99 ຄົນ
June 25, 2021 - 12:11 PM


ສຳນັກຂ່າວ ບີບີຊີ ລາຍງານວ່າ: ເຊົ້າວັນທີວັນທີ 24 ມິຖຸນາ 2021 ນີ້ ໄດ້ເກີດເຫດຄອນໂດຫລູ ແຊມເພລນ ທາວເວີ (Champlain Tower) ທີ່ໄດ້ກໍ່ສ້າງມາໄດ້ 40 ປີ, ມີຄວາມສູງ 12 ຊັ້ນ ຢູ່ເຂດໄມອາມີ-ເດດ ເຄົາຕີ ລັດຟໍຣິດາ ສະຫະລັດອາເມລິກາ ພັງຖະຫລົ່ມລົງບາງສ່ວນຂອງຕຶກ, ເຫດການດັ່ງກ່າວພົບມີຜູ້ເສຍຊີວິດແລ້ວ 1 ຄົນ ແລະ ມີຜູ້ສູນຫາຍ 99 ຄົນ.
ໜ່ວຍກູ້ໄພໄດ້ຊ່ວຍຜູ້ລອດຊີວິດອອກໄດ້ 35 ຄົນ, ໂດຍ 10 ຄົນໃນຈຳນວນນີ້ໄດ້ຮັບບາດເຈັບ ແລະ 2 ຄົນ ຕ້ອງໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ເຈົ້າໜ້າທີ່ຍັງໄດ້ໃຊ້ເຄນຍົກເຂົ້າໄປຊ່ວຍອົບພະຍົບຜູ້ອາໃສຢູ່ໃນຫ້ອງພັັກທີ່ຕິດກັນ ທີ່ຍັງບໍ່ຖະຫລົ່ມ ອອກຈາກອາຄານ.
ຄອນໂດຫລູ ແຊມເພລນ ທາວເວີ ສ້າງຕັ້ງຂື້ນແຕ່ປີ 1981 ມີທັງໝົດ 130 ຫ້ອງ ຊື່ງເກືອບເຄີ່ງໜຶ່ງໄດ້ຮັບຜົນກະທົບຈະການຖະຫລົ່ມຄັ້ງນີ້.