ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95%

ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95% - 2DZFOevOKZA - ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95%
ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95% - kitchen vibe - ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95%

ທ່ານນາງ ລໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບສ້າງຕັ້ງເມືອງໃໝ່ ລາຍງານ ເນື່ອງໃນໂອກາດການລົງເຄື່ອນໄຫວເຮັດວຍກຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໃນວັນທີ 26 ມິຖຸນາ 2021ໃຫ້ຮູ້ວ່າ: ປັດຈຸບັນການສ້າງຕັ້ງເມືອງໃໝ່ໄດ້ສໍາເລັດການຖາງແລວ ແລະ ປັກຫຼັກໝາຍໄດ້ 33 ຫຼັກ ຕາມລວງຮອບຂອງດິນໄດ້ເກັບກໍາຕອນດິນຂອງປະຊາຊົນຢູ່ໃນຕອນດິນດັ່ງກ່າວມີທັງໝົດ 22 ຕອນ ໄດ້ສໍາຫຼວດຈຸດຕອນດິນ 11,28 ເຮັກຕາ ເພື່ອປຸກສ້າງຫ້ອງການປົກຄອງເມືອງໃໝ່ ເຊິ່ງເປັນດິນລັດທັງໝົດ ພ້ອມນັ້ນ ການປຸກສ້າງຫ້ອງການຢູ່ເຂດຈຸດສຸມນາໂງມ-ນາຕານສໍາເລັດແລ້ວ 95%.

ສໍາລັບຂອບເຂດການສ້າງຕັ້ງເມືອງໃໝ່ ກວມເອົາ 24 ບ້ານທີ່ຂຶ້ນກັບເມືອງໄຊທານີ ປະກອບມີບ້ານ ນາໂງມເກົ່າ ນາໂງມໃໝ່ ນາຄາຍ ນາຄັນທຸງ ໂພນແພງ ຫົວຂົວ ຫົວນາ ນາຕານ ຊໍາບອນ ທົ່ງມັ່ງ ກຸດສາມບາດ ຫາດກ້ຽງ ນາກຸງ ໂພນຄໍ້ ໂພນໄຮ່ຄໍາ ໂພນໂຮງ ຫາດພະອິນ ດວງບຸດດີ ນາແຖ ທ່າດິນແດງເໜືອ ທ່າດິນແດງໃຕ້ ເວີນແທ່ນ ທ່າຈໍາປາ ແລະ ບ້ານໄຮ່.

ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95% - Visit Laos Visit SALANA BOUTIQUE HOTEL - ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95%

ໃນໂອກາດດຽວກັນ ທ່ານເຈົ້າຄອງນະຄອນຫຼວງວຽງຈັນຍັງໄດ້ມອບເງິນຊຸກຍູ້ວຽກງານລວມໃຫ້ກັບອໍານາດການປົກຄອງບ້ານ 8 ບ້ານ ໂດຍບ້ານລະ 1 ລ້ານກີບ ລວມທັງໝົດ 8 ລ້ານກີບ.

ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95% - 5 - ການປຸກສ້າງຫ້ອງການເມືອງໃໝ່ຂອງນະຄອນຫລວງວຽງຈັນ ສຳເລັດແລ້ວ 95%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!