ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້

ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້ - 0258 1 - ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້
ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້ - kitchen vibe - ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້
ພາຍຫຼັງຖືກຜົນກະທົບຈາກນໍ້າຖ້ວມໃນກາງເດືອນມິຖຸນາ 2021 ຜ່ານມາ ເຮັດໃຫ້ການຜະລິດນໍ້າປະປາຢຸດສະງັກລົງຊ່ວງໄລຍະໜຶ່ງ ຍ້ອນນໍ້າຖ້ວມຈັກປໍ້າເສີມນໍ້າດິບ ແລະ ທໍ່ເຫຼັກປໍ້ານໍ້າເສີມ ແລະ ລະບົບສາຍທໍ່ສົ່ງນໍ້າບໍລິການຂາດຮົ່ວ ບວກໃສ່ແຫຼ່ງນໍ້າທີ່ນໍາມາຜະລິດມີຄວາມຂຸ່ນສູງເຖິງ 800-900 NTU ມີຂີ້ຊາຍ, ຂີ້ຕົ້ມຫຼາຍ ເຮັດໃຫ້ການຜະລິດນໍ້າປະປາບໍ່ທົ່ວເຖິງ ຫຼືບາງຈຸດບໍ່ໄດ້ຊົມໃຊ້ນໍ້າປະປາ.
ທ່ານ ສຸກັນ ສິງງາມ ຮອງອໍານວຍການລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ປັດຈຸບັນພວກເຮົາໄດ້ສົ່ງວິຊາການລົງກວດກາ, ປັບປຸງລະບົບການຜະລິດນໍ້າ ແລະ ກວດກາແຮງດັນຕາມລະບົບສາຍທໍ່ນໍ້າປະປາ ເພື່ອໃຫ້ນໍ້າປະປາໄປທົ່ວເຖິງ ແລະ ກັບຄືນມາສະພາບປົກກະຕິໃນທ້າຍເດືອນມິຖຸນານີ້. ໃນນີ້ມີ 10 ບ້ານ ຍັງຂາດນໍ້າປະປາຊົມໃຊ້ ຍ້ອນວ່າແຮງດັນນໍ້າປະປາຕໍ່າ, ການຜະລິດນໍ້າໜ້ອຍ ແຕ່ປະຊາຊົນມີຄວາມຕ້ອງການໃຊ້ນໍ້າຫຼາຍໃນຊ່ວງຟື້ນຟູຜົນກະທົບ. ເຫດນ້ຳນໍ້າຖ້ວມໃນຄັ້ງນີ້ ເຮັດໃຫ້ປໍ້ານໍ້າເສີມນໍ້າດິບຖືກນໍ້າພັດເສຍຫາຍ 2 ໜ່ວຍ, ທໍ່ເຫຼັກປໍ້ານໍ້າເສີມຍາວ 24 ແມັດ ແລະ ກົງເຕີນໍ້າຖືກນໍ້າຖ້ວມ 3.000 ກວ່າໜ່ວຍ ມູນຄ່າເສຍຫາຍ 1 ຕື້ 100 ກວ່າລ້ານກີບ.
ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້ - 4 - ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້
ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້ - 3 - ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້
ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້ - 5 - ການຊົມໃຊ້ນໍ້າປະປາໃນເທດສະບານເມືອງໄຊຍະບູລີຈະກັບເຂົ້າສູ່ພາວະປົກກະຕິໃນທ້າຍເດືອນມິຖຸນານີ້