ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ

ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ - 1 43 1024x768 1 - ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ
ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ - kitchen vibe - ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ

ໂດຍ: ບົດທິດກ່ຳ
ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທົ່ວໂລກປາກົດວ່າຍັງບໍ່ມີທ່າທີຫລຸດຜ່ອນ ແລະ ຫລຸດໜ້ອຍຖອຍລົງແຕ່ປະການໃດ. ກົງກັນຂ້າມ ມັນຍິ່ງກາຍພັນມາເປັນຫລາຍຊະນິດທີ່ອັນຕະລາຍກວ່າເກົ່າ. ຕົວຢ່າງ ຈາກເຊື້ອພະຍາດໂຄວິດ-19 ທຳມະດາກາຍມາເປັນສາຍພັນອັງກິດ, ສາຍພັນອິນເດຍ ແລະ ຫລ້າສຸດກໍກາຍມາເປັນພັນປະສົມອິນເດຍ ແລະ ອັງກິດ. ນອກຈາກນີ້ ຍັງແຕກໜໍ່ຈໍ່ແນວອອກມາເປັນສາຍພັນອາຟຣກາ, ບຣາຊິນ ແລະ ຕໍ່ໄປກໍອາດເກີດມີຫລາຍສາຍພັນທີ່ອັນຕະລາຍຮ້າຍກາດເໝືອນເພັດຊະຄາດຕາມລ່າຂ້າຄົນ ອັນເປັນການສ້າງຄວາມກະທົບກະເທືອນ ແລະ ສັງເວີຍຊີວິດອິນຊີຂອງຊາວໂລກ ກໍຄືຊາວລາວເຮົາບໍ່ໃຫ້ມີໂອກາດໄດ້ສ້າງສາພັດທະນາຕົນເອງ ແລະ ປະເທດຊາດ.

ຍິ່ງໄປກວ່ານັ້ນ, ໃນປະເທດອ້ອມຂ້າງທີ່ເປັນເພື່ອນບ້ານເຮົາເຊັ່ນ: ປະເທດໄທ ໃນປັດຈຸບັນໄດ້ມີຜູ້ຕິດເຊື້ອແຕ່ລະມື້ສູງເຖິງສອງສາມພັນຄົນ, ຕາຍມື້ລະຊາວສາມສິບຄົນ ໃນສະພາບປັດຈຸບັນວ່າລົ້ນໂຮງໝໍພາກສະໜາມບໍ່ມີຕຽງຈະໃຫ້ນອນປິ່ນປົວແລ້ວ. ສຳລັບປະເທດເຮົາ ສິ່ງທີ່ຄວນລະວັງ ແລະ ອັນຕະລາຍທີ່ສຸດ ກໍຄືແຮງງານລາວທີ່ກັບມາແຕ່ປະເທດໄທເຂົ້າມາລາວຍັງສືບຕໍ່ມີລຽນຕິດ ໃນແຕ່ລະວັນສາມາດກວດເຫັນເຊື້ອໂຄວິດ-19 ທີ່ໄດ້ນຳເຂົ້າຈາກພວກດັ່ງກ່າວສະເລ່ຍມື້ລະສາມສີ່ຄົນໃນທົ່ວປະເທດ.

ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ - Visit Laos Visit SALANA BOUTIQUE HOTEL - ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ

ຈາກສາເຫດທີ່ກ່າວມານີ້ ເຮົາສາມາດເວົ້າໄດ້ວ່າ ສະພາບປັດຈຸບັນປະເທດຂອງພວກເຮົາແມ່ນມີຄວາມສ່ຽງສູງທີ່ສຸດໃນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ລະຊະນິດ ຍ້ອນແຮງງານນຳເຂົ້າມາ ຫລື ກໍລະນີອື່ນໆ ທີ່ຈະເປັນຕົ້ນເຫດໃນການຕິດເຊື້ອແບບລາມພະລາມຈົວກວ້າງຂວາງ.

ເພາະສະນັ້ນເຮົາຈຶ່ງເຫັນໄດ້ວ່າ ການສັກຢາວັກຊິນແມ່ນທາງອອກໜຶ່ງທີ່ຈະເຮັດໃຫ້ພົນລະເມືອງລາວໜີພົ້ນຈາກການຕິດເຊື້ອໂຄວິດ-19. ອີງຕາມແຜນຂອງລັດຖະບານ ກໍຄືການຖະແຫລງຂອງຄະນະສະເພາະກິດລະດັບຊາດ ໄດ້ໃຫ້ຂໍ້ມູນວ່າ: ລາວເຮົາມີແຜນຈະໄດ້ຮັບວັກຊິນເຖິງ 6 ລ້ານກວ່າໂດສ. ນີ້ກໍສະແດງວ່າ ພົນລະເມືອງລາວຈະສາມາດເຂົ້າເຖິງຢາວັກຊິນ 80% ຫາ 90% ຂອງຈຳນວນພົນລະເມືອງທັງໝົດທີ່ມີໃນທົ່ວປະເທດ. ນອກຈາກພົນລະເມືອງລາວແລ້ວ ຊາວຕ່າງດ້າວຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວກໍສາມາດເຂົ້າເຖິງຢາວັກຊິນໄດ້ໂດຍທົ່ວເຖິງກັນ.

ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງນັ້ນ ເມື່ອສັກຢາວັກຊິນໄປແລ້ວ ຢ້ານທຸກຄົນລະເຫລີງຕໍ່ການປ້ອງກັນຕົນເອງ ເພາະເຂົ້າໃຈວ່າສັກຢາວັກຊິນໄປແລ້ວຈະບໍ່ມີໂອກາດຕິດເຊື້ອອີກ, ແຕ່ຄວາມຈິງມັນບໍ່ເປັນແນວນັ້ນ ຢາວັກຊິນເປັນພຽງການສ້າງພູມຕ້ານທານໃຫ້ຮ່າງກາຍເຮົາແຮງຕິດເຊື້ອໄດ້ຍາກ ຫລື ຕິດກໍສາມາດປິ່ນປົວໄດ້ງ່າຍຫາຍດີໄວ. ເພາະສະນັ້ນ ມາດຕະການປະຕິບັດທາງການແພດແມ່ນຈະໄດ້ພ້ອມກັນປະຕິບັດຕະຫລອດໄປເຊັ່ນ: ໃສ່ຜ້າອະນາໄມອັດປາກອັດດັງ, ການໃຊ້ໄລຍະຫ່າງ, ໝັ່ນລ້າງມືດ້ວຍນ້ຳຢາຂ້າເຊື້ອເລື້ອຍໆ, ຫ້າມການຊຸມແຊວ ແລະ ໃກ້ຊິດກັບກຸ່ມສ່ຽງເກີນໄປ ແລະ ສິ່ງສຳຄັນທີ່ສຸດຄືການຮັກສາສຸຂະພາບຂອງຕົນບໍ່ໃຫ້ຕິດເຊື້ອໂຄວິດ-19 ນັ້ນລະຄືເສັ້ນທາງຫລີກລ່ຽງຈາກຄວາມອັນຕະລາຍຫາຍຍະນະ.

ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ - 4 - ລັດຖະບານລາວສູ້ຊົນເລັ່ງໃຫ້ພົນລະເມືອງເຂົ້າເຖິງຢາວັກຊີນຢ່າງທົ່ວເຖິງ ແລະ ເທົ່າທຽມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!