ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ

ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ - IMG 20210628 WA0075 - ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ
ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ - kitchen vibe - ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ

ໂດຍ: ມຶກບໍ່ແຫ້ງ

ວັນປູກຕົ້ນໄມ້ແຫ່ງຊາດຜ່ານມາ ພໍດີຄົບເດືອນ ແຕ່ທີ່ສິ່ງບອກເຕືອນພວກເຮົາໃນແຕ່ລະປີກໍຄື ເຮົາຊິເອົາແຕ່ ປະລິມານບໍ່ ຫຼື ເນັ້ນຄຸນນະພາບ.

ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ - Visit Laos Visit SALANA BOUTIQUE HOTEL - ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ
ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ - Visit Laos Visit SALANA BOUTIQUE HOTEL - ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ

ໃນປີນີ້ ກະຊວງກະສິກຳ ແລະປ່າໄມ້ ໄດ້ປະກາດ ໃນເດືອນພຶດສະພາ ວ່າ ໃນປີ 2021 ນີ້ ລັດຖະບານ ຈະປູກໄມ້ໃຫ້ໄດ້ 36.​950 ​ເຮັກຕາ ໃນນີ້ 27.​500 ເຮັກຕາ ແມ່ນ ຈະປູກໄມ້ ເປັນສິນຄ້າໃນເຂດ ປ່າຜະລິດ ແລະ 5.​500 ເຮັກຕາ ແມ່ນເປັນປູກ ຮັກສາແຫຼ່ງນໍ້າ ແລະ ສິ່ງແວດລ້ອມ ແລະ ເປັນດິນ ຂອງປະຊາຊົນ ຈຳນວນ 3.​590 ເຮັກຕາ.

ເປັນເລື່ອງທີ່ດີ ທີ່ລັດຖະບານ ມີຄາດໝາຍສູ້ຊົນ ໃນແຕ່ລະປີ ແລະ ໄລຍະຍາວໃນການ ປູກຕົ້ນໄມ້, ຟື້ນຟູປ່າ ຂອງ ພວກເຮົາ ແລະ ຍັງໄດ້ ວາງຄາດໝາຍ ສູ້ຊົນໃຫ້ການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70% ພາຍໃນປີ 2025 ເຊິ່ງ ມາຮອດປັດຈຸບັນ ລັດຖະບານ ໄດ້ລາຍງານວ່າ ອັດຕາການປົກຫຸ້ມຂອງປ່າໄມ້ ຂອງ ສປປລາວນັ້ນ ມີຮອດ 62% ແລ້ວ.

ແຕ່ເຖິງຢ່າງໃດກໍຕາມ ຫາງສຽງທີ່ພວກເຮົາໄດ້ຍິນຕິດຫູ ຢູ່ປະຈຳກໍຄືວ່າ ເວລາລັດຖະບານ ປະກາດເນື້ອທີ່ເທົ່ານັ້ນເທົ່ານີ້ ຟັງເບິ່ງດູດີ ມີຄວາມຫວັງ ແຕ່ປະຊາຊົນ ກໍຍັງສົງໄສວ່າ ການບົວລະບັດຮັກສາ ບັນດາຕົ້ນໄມ້ ທີ່ໄດ້ຈັດພິທີປູກ ມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງມາຮ່ວມຫຼວງຫຼາຍນັ້ນ ຈະເຮັດໄດ້ສໍ່າໃດ ແລະ ອັດຕາການລອດຈະຮອດຂອງເບ້ຍໄມ້ທີ່ປູກຈະຮອດ 50% ບໍ່ ອັນນີ້ ແມ່ນພວກເຮົາມີບົດຮຽນຢ່າງຫຼວງຫຼາຍ ໃນໄລຍະຜ່ານມາ.

ການປູກຕົ້ນໄມ້ ບໍ່ຄວນເນັ້ນໜັກແຕ່ຈຳນວນເນື້ອທີ່ຢ່າງດຽວ ພວກເຮົາຈະເຮັດແນວໃດ ໃຫ້ຮັບປະກັນວ່າ ມີກົນໄກໃນການ ບົວລະບັດຮັກສາ ຈົນເຮັດໃຫ້ຕົ້ນໄມ້ທີ່ປູກໄປແລ້ວນັ້ນ ມີຊີວິດລອດ ແລະ ເຕີບໃຫຍ່ເປັນປ່າ ທີ່ຂຽວງາມໄດ້​ແລະ ແນ່ນອນ ພວກເຮົາກໍບໍ່ຫວັງວ່າ ຕົ້ນໄມ້ທຸກຕົ້ນ ຈະຕ້ອງລອດ, ຢ່າງຂີ້ຮ້າຍ ອັດຕາການລອດ ກໍຂໍໃຫ້ບໍ່ຫຼຸດ 50%.

ຜູ້ຂຽນໄດ້ ຮຽນຮູ້ບົດຮຽນທີ່ດີອັນໜຶ່ງຈາກໂຄງການຂອງ ກົມປ່າໄມ້ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ທີ່ຈັດຕັ້ງຢູ່ແຂວງ ສະຫວັນນະເຂດ ທີ່ມີຊື່ໂຄງການວ່າ ການປົກປັກຮັກສາປ່າໄມ້ ແລະ ທີ່ດິນ ແບບຍືນຍົງໃນເຂດລະບົບນິເວດປ່າໂຄກພາກໃຕ້ຂອງລາວ ທີ່ເພິ່ນແທນທີ່ຈະເນັ້ນໜັກ ເນື້ອທີ່ຂອງການປູກ ແຕ່ເນັ້ນຄຸນນະພາບ ຢູ່ບ່ອນວ່າ 1) ເບ້ຍໄມ້ ຈະເອົາໄປປູກນັ້ນ ຕ້ອງເປັນເບ້ຍໄມ້ທີ່ແຂງແຮງ, ເບ້ຍໃຫຍ່ ໄດ້ຮັບການເບິ່ງແຍງໃນສວນກ້າເບ້ຍໄມ້ 6 ເດືອນ ຫາ 1​ ປີ ແລະ 2) ທີມງານຂອງໂຄງການ ຍັງໄດ້ ແຈກຢາຍ ເບ້ຍໃຫ້ໃຫ້ປະຊາຊົນລ້າ ເພື່ອປູກໃນເນື້ອທີ່ ຫົວໄຮ່ປາຍນາຂອງຕົນ ເຊິ່ງເຂົາຈະບົວລະບັດເອົງເອງຢ່າງດີ.

ເຮັດແນວນີ້ ອັດຕາການລອດຂອງເບ້ຍໄມ້ທີ່ໄດ້ປູກລົງດິນຈະສູງ ເຖິງວ່າ ບໍ່ໄດ້ຫຼາຍພັນເຕັກຕາ ກໍມີໄມ້ເກີດ ດີກວ່າ ເອົາຫົວເລກຫຼັກພັນມາອ້າງ ບາດແລ້ວເບ້ຍໄມ້ບໍ່ຍັງຈັກຕົ້ນ. ພ້ອມນັ້ນ ການປູກຕົ້ນໄມ້ ບໍ່ວ່າດິນຂອງໃຜ ປູກຢູ່ໄສ ກໍແມ່ນຊັບສິນຂອງລາວ ຈົນກ້າວໄປສູ່ຄືກັນກັບຫຼາຍປະເທດທີ່ວ່າ ສົ່ງເສີມໃຫ້ປະຊາຊົນຮັກສາປ່າໄມ້ຂອງເຂົາເຈົ້າ ແລ້ວລັດຖະບານ ຈະຈ່າຍເງິນໃຫ້, ໃຜມີປ່າຫຼາຍ ກໍມີລາຍໄດ້ຫຼາຍ.

ຄຽງຄູ່ກັບການປູກຕົ້ນໄມໃຫ້ມີຄຸນນະພາບນັ້ນ, ການປົກປັກຮັກສາ ປ່າໄມ້ທີ່ມີຢູ່, ການຟື້ນຟູໂດຍທຳມະຊາດ ຂອງປ່າໄມ້ຊຸດໂຊມນັ້ນ ກໍຖືວ່າຈະສາມາດຊ່ວຍໃຫ້ການປົກຫຸ້ມຂອງປ່າໄມ້ນັ້ນເພີ່ມຂຶ້ນຢ່າງວ່ອງໄວ. ແຕ່ວ່າພວກເຮົາ ຊິນັບເອົາປ່າໄມ້ປູກ ເພື່ອເປັນອຸດສາຫະກຳນັ້ນນຳບໍ່? ຊ່ຽວຊານ ທາງດ້ານປ່າໄມ້ ເພິ່ນບອກວ່າ ປະເພດໄມ້ ປູກເພື່ອອຸດສາຫະກຳ ສ່ວນຫຼາຍເປັນໄມ້ຕ່າງຖິ່ນ, ໃຫຍ່ໄວ ແຕ່ບໍ່ໄດ້ເພີ່ມຄຸນຄ່າທາງດ້ານ ຊີວະນາໆພັນ ແລະ ຄວາມອຸດົມສົມບູນຂອງລະບົບນິເວດແຕ່ຢ່າງໃດ ຫາກຍັງເປັນໄປຂົ່ມຂູ່ຕໍ່ພັນໄມ້ທ້ອງຖິ່ນຕື່ມອີກ.

ສະນັ້ນ ການປູກໄມ້ ໃຫ້ເປັນປ່າ ຕ້ອງເນັ້ນຄຸນຄ່າໄລຍະຍາວ, ປູກໄມ້ທີ່ເໝາະສົມກັບສະພາບທ້ອງຖິ່ນ, ໄມ້ພື້ນເມືອງ, ໄມ້ ເພີ່ມຄວາມອຸດົມສົມບູນຂອງດິນ ຈຶ່ງເຮັດໃຫ້ ການຈະເລີນເຕີບໂຕຂອງໄມ້ໄດ້ດີ ແລະມີຄຸນຄ່າທາງດ້ານລະບົບນິເວດໄປນຳ.

ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ - 3 - ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ
ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ - 4 - ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ
ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ - 5 - ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ