ກະຕໍ້ຊິນຫຼອນລາວ ເກັບໂຕເຝິກຊ້ອມ 1 ເດືອນ ທີ່ມຽນມາ ກຽມລ່າຫຼຽນຄຳ ກົວລາລຳເປີ ເກມ 2017
July 19, 2017 - 5:02 PM




ຕາມການລາຍງານຂອງ ທ່ານ ສູນທອນ ຄຳສານ ຄູເຝິກ ທັບນັກກິລາກະຕໍ້ຊິນຫຼອນທີມ ຊາດລາວ ຈາກປະເທດມຽນມາ ແຈ້ງໃຫ້ຮູ້ວ່າ: ກິລາຊິນຫຼອນເປັນ ປະເພດກິລາໜຶ່ງທີ່ໄດ້ບັນຈຸເຂົ້າ ທັບນັກກິລາລາວ ຮ່ວມການແຂ່ງ ຂັນງານມະຫະກຳກິລາຊີເກມ ຄັ້ງທີ 29 ປີ 2017 ທີ່ ມາເລເຊຍ ເປັນເຈົ້າພາບ. ດັ່ງນັ້ນຈຶ່ງມີການ ຫ້າງຫາກະກຽມຄວາມພ້ອມ ຢ່າງຮອບດ້ານ ເພື່ອຮັບປະກັນ ຄວາມຫວັງຫຼຽນຄຳ ປະສົບ ຜົນສຳເລັດຕາມຈຸດມຸ້ງຫວັງຂອງ ຄະນະນຳ ສະຫະພັນກິລາກະຕໍ້ ແຫ່ງຊາດລາວ ຕັ້ງເປົ້າໄວ້. ໃນ ການແຂ່່ງຂັນຮ່ວມງານດັ່ງກ່າວ ໄດ້ເລີ່ມເກັບໂຕເຝິກຊ້ອມມາຕັ້ງ ແຕ່ທ້າຍເດືອນເມສາ ແລະ ເຂົ້າ ນອນສູນເຝິກຊ້ອມຢ່າງຈິງຈັງ ໃນກາງເດືອນພຶດສະພາ ຈົນມາ ເຖິງປັດຈຸບັນ ໄດ້ເກັບໂຕເຝິກຊ້ອມ ໃນໄລຍະ 1 ເດືອນເຕັມ ຄາດວ່າ ທ້າຍເດືອນກໍລະກົດນີ້ ຈະໄດ້ກັບ ເມື່ອນະຄອນຫຼວງວຽງຈັນ ເພື່ອ ສືບຕໍ່ເຝິກຝົນຖອດຖອນບົດຮຽນທີ່ເງິກຊ້ອມປຢູ່ປະເທດດັ່ງກ່າວ. ແນວໃດກໍຕາມ ເພື່ອເຮັດໃຫ້ບັນ ລຸເປົ້າໝາຍຕາມຈຸດປະສົງໃນ ການເຂົ້າຮ່ວມຄັ້ງນີ້ ສະຫະພັນກິ ລາກະຕໍ້ແຫ່ງຊາດລາວ ໄດ້ເນັ້ນ ໃຫ້ຄູເຝິກ ແລະ ນັກກິລາ ຈົ່ງພ້ອມ ພຽງກັນເອົາໃຈໃສ່ເຝິກແອບຢ່າງໜັກ ເພື່ອຫວັງຄວ້າຫຼຽນລາງ ວັນທີ່ດີທີ່ສຸດສ້າງກຽດຊື່ສຽງ ໃຫ້ແກ່ປະເທດຊາດ ພິເສດ ພວກ ເຮົາໄດ້ຮັບການຊ່ວຍເຫຼືອຈາກ ສະຫະພັນກິລາກະຕໍ້ຊິນຫຼອນ ຂອງ ສະຫະພາບມຽນມາ ທີ່ ຊ່ວຍທາງດ້ານຄູເຝິກ ຍົກລະດັບ ການເຝິກແອບໃຫ້ນັກກິລາລາວ ໄດ້ມີປະສົບການ ແລະ ມີປະສິດ ທິພາບສູງຂຶ້ນ. ເຖິງຢ່າ
ໃດກໍດີ ປັດຈຸບັນນັກກິລາຈຳ ນວນ 8 ຄົນ ມີການພັດທະນາດີ ຂຶ້ນຫຼາຍ ທຸກຄົນມີທັສະ, ເຕັນນິສ ແລະ ການເຕະຕໍ້ມີລີລາຢ່າງງົດ ງາມ. ໃນກົວລາລຳເປີ ເກມ 2017 ເຊື່ອວ່ານັກກິລາກະຕໍ້ຊິນ ຫຼອນທີມຊາດ ຈະສາມາດສ້າງ ຜົນງານໃຫ້ແກ່ນັກກິລາລາວ ໄດ້ ດີຢ່າງແນ່ນອນ.
ບັນດານັກກິລາກະຕໍ້ຊິນ ຫຼອນທີມຊາດລາວ ຊຸດຮ່ວມລ່າ ຫຼຽນຄຳ ກົວລາລຳເປີ ເກມ 2017 ທີ່ປະເທດມາເລເຊຍ 8 ຄົນ ປະກອບມີ ທ້າວ ສາຍຄຳ, ທ້າວ ອາດົງ ຜູ້ມີສິນ, ທ້າວ ອານຸ ສອນ ສູນດາລາ, ທ້າວ ອານຸ ສອນ ວິລະວົງສາ, ທ້າວ ຈັນທະ ລັກ ຈັນທະວົງ, ທ້າວ ໂຍທິນ ສົມ ບັດພູທອນ, ທ້າວ ວິລິຍັນ ສົມບັດ ພູທອນ ແລະ ທ້າວ ພິດທະຊັນ ບຸນ ປະເສີດ.
ສຳລັບຜົນງານຂອງທັບນັກກິລາກະຕໍ້ຊິນຫຼອນ ໃນການເຂົ້າ ຮ່ວມຊີເກມຜ່ານມາ ກໍຄືປີ 2013 ທີ່ປະເທດມຽນມາ ເປັນເຈົ້າພາບ ຈັດງານຄັ້ງທີ 27 ສາມາດຍາດ ໄດ້ 2 ຫຼຽນເງິນ ແລະ 1 ຫຼຽທອງ ຈາກປະເພດທີມຍິງ ຈາກການ ຊີງກັນທັງໝົດ 4 ລາຍການ, ທີມ ຊາຍ ຍາດໄດ້ 3 ຫຼຽນທອງ ຈາກ ທັງໝົດ 4 ລາຍການເຊັ່ນດຽວ ກັນ, ປີ 2015 ທີ່ປະເທດສິງກະ ໂປ ຈັດຊີເກມ ຄັ້ງທີ 28 ເຈົ້າ ພາບໄດ້ກຳນົດໃຫ້ມີແຕ່ປະເພດ ທີມຊາຍ ເຊິ່ງທີມ 1 ສາມາດສົ່ງ ເຂົ້າໄດ້ພຽງ 2 ລາຍການ, ສ່ວນ ຜົນງານແມ່ນສາມາດຍາດໄດ້ 2 ຫຼຽນເງິນ ທັງ 2 ລາຍການ ແລະ ຊີເກມປີນີ້ ຄັ້ງທີ 29 ຈັດຂຶ້ນ ທີ່ ປະເທດມາເລເຊຍ ເຈົ້າພາບ ກໍ ກຳນົດໃຫ່ມີແຕ່ທີມຊາຍ ເຊິ່ງທີມ ລາວໄດ້ສົ່ງເຂົ້າຮ່ວມ 2 ລາຍ ການຄື: ປະເພດລາຍການທີ 2 ແລະ ປະເພດລາຍການທີ 4.
ຂ່າວຈາກ:laosportnews.com.