ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ

ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ - 024c - ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ
ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ - kitchen vibe - ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ

ອີງຕາມການລາຍງານຈາກສຳນັກຂ່າວ Bloomberg ເມື່ອວັນທີ 7 ກໍລະກົດນີ້ ໃຫ້ຮູ້ວ່າ: ຈີນໄດ້ອອກຄຳປະກາດຫ້າມການກໍ່ສ້າງຕຶກສູງສຽດຟ້າທີ່ມີຄວາມສູງ 500 ແມັດ ຂຶ້ນເມື່ອ ເພື່ອຮັບປະກັນຄວາມປອດໄພ, ພາຍຫຼັງເກີດເຫດການ ຫໍຄອຍ 72 ຊັ້ນຢູ່ທີ່ເມືອງ ເສິນເຈິນ ແກວ່ງໄກວຜິດປົກະຕິ. ຄຳສັ່ງດັ່ງກ່າວຖືກປະກາດ ໂດຍຄະນະກຳມະການປັບປຸງ ແລະ ພັດທະນາແຫ່ງຊາດຈີນ ເມື່ອວັນທີ 6 ກໍລະກົດ. ອົງການດັ່ງກ່າວຍັງຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນຈຳກັດສຸດຂີດຕໍ່ກັບການກໍ່ສ້າງຕຶກສູງກວ່າ 250 ແມັດ ຂຶ້ນເມື່ອ.

ການກໍ່ສ້າງຕຶກສູງກວ່າ 100 ແມັດ ຂຶ້ນເມື່ອ ຕ້ອງໃຫ້ສອດຄ່ອງ, ກົມກືນກັບລະດັບຂອງຕົວເມືອງ ເພື່ອໃຫ້ມີຄວາມສະດວກໃນເວລາກູ້ໄພ ມອດໄຟໄດ້ງ່າຍ. ຄະນະກຳມະການດັ່ງກ່າວໃຫ້ຮູ້ວ່າ ອັນເນື່ອງມາຈາກການຄຸ້ມຄອງທີ່ອ່ອນແອ ຂາດຄວາມຮັບຜິດຊອບຂອງອຳນາດການປົກຄອງທ້ອງຖິ່ນ ຈຶ່ງເຮັດໃຫ້ຄຸນນະພາບການກໍ່ສ້າງບໍ່ມີຄວາມຮັບປະກັນ.

ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ - Visit Laos Visit SALANA BOUTIQUE HOTEL - ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ

ຂະນະນີ້ທົ່ວໂລກມີຫໍຄອຍສູງສຽດຟ້າ 10 ແຫ່ງທີ່ສູງໃນລະດັບ 500 ແມັດ ຂຶ້ນເມື່ອ, ໃນນັ້ນ 5 ແຫ່ງເປັນຂອງຈີນ ຊຶ່ງລວມມີ: ຫໍຄອຍຢູ່ທີ່ ຊຽງໄຮ້ ສູງ 632 ແມັດ, ສູນກາງການເງິນຢູ່ທີ່ ບິ່ງອານ ເສິນເຈີນ 599 ແມັດ, ສູນກາງການເງິນ CTF ຢູ່ທີ່ ກວາງໂຈ 530 ແມັດ, ສູນກາງການເງິນ CTF ຢູ່ທີ່ ທຽນຈີນ 530 ແມັດ ແລະ ຫໍຄອຍ CITIC ຢູ່ໃນນະຄອນຫຼວງປັກກິ່ງ ສູງ 528 ແມັດ.

ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ - 3 - ຈີນ ຫ້າມກໍ່ສ້າງຕຶກສູງສຽດຟ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!