ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ – 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ.

ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ - 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ. - 051703 2021 - ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ – 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ.
ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ - 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ. - kitchen vibe - ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ – 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ.

ທ່ານຢູ່​ໃນ​ກຸ່ມ​ນີ້​ຫລືບໍ່ ? ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ຮີບ​ສັກ​ວັກ​ຊີນ​ໂຄວິດ – 19 ທ່ານ​ໝໍ​ແນະ​ນຳ​ສະ​ເພາະ 3 ກຸ່ມນີ້ ບອກ​ເລີຍ​ວ່າ​ເລື່ອນ​ໄປ​ກ່ອນ​ອາດ​ປອດ​ໄພ​ກ່​ວາ.

ຫລັງ​ຈາກ​ທີ່​ລັດ​ຖະ​ບານ​ມີ​ມາ​ດ​ຕະ​ຖານ​ໃຫ້​ມີ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ – 19 ເພື່ອ​ເສີມ​ສ້າງ​ພູມ​ຕ້ານ​ທານ, ຫລຸດ​ຄວາມ​ຮຸນ​ແຮງ​ຂອງ​ອາ​ການ​ປ່ວຍ ລວມ​ເຖິງ​ຫລຸດ​ການ​ສູນ​ເສຍ​ຄົນ​ທີ່​ເຮົາ​ຮັກ​ຈາກ​ພ​ະ​ຍາດນີ້, ແຕ່​ກໍ​ມີ​ບາງ​ກຸ່ມ​ຄົນ​ທີ່​ຍັງ​ບໍ່​ຄວນ​ຮີບ​ຮັບ​ວັກ​ຊີນ​ໂຄວິດ – 19 ໂດຍ​ມີ​ຢູ່ 3 ກໍ​ລະ​ນີ​ດ້ວຍ​ກັນ ໄດ້​ແກ່ :

ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ - 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ. - Visit Laos Visit SALANA BOUTIQUE HOTEL - ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ – 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ.

ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ - 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ. - 061703 2021 300x200 - ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ – 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ.

  1. ຄົນ​ທີ່​ກຳ​ລັງ​ເຈັບ​ປ່ວຍ​ຢູ່ : ບໍ່​ວ່າ​ຈະ​ປ່ວຍ​ເປັນ​ພະ​ຍາດ​ຫຍັງ​ກໍ​ຕາມ ໃຫ້​ເຊົາ​ປ່ວຍ​ກ່ອນ​ຄ່ອຍ​ໄປ​ສັກ.
  2. ມີ​ພະ​ຍາດ​ປະ​ຈຳ​ໂຕ​ທີ່​ອ່າ​ວ​ອາ​ການ​ໜັກ​ ແລະ ຍັງ​ຄວບ​ຄຸມບໍ່​ໄດ້ ເຊັ່ນ : ພະ​ຍາດ​ຫົວ​ໃຈ ແລະ ຫົວ​ໃຈ​ເຕັ້ນ​ຜິດ​ຈັງ​ຫວະ ຕ້ອງ​ໃຫ້​ແພດ​ປະ​ຈຳ​ໂຕ​ປະ​ເມີນ​ມາ​ກ່ອນ​ວ່າ​ຮ່າງ​ກາຍ​ທ່ານ​ພ້ອມ​ຮັບ​ວັກ​ຊີນ​ແລ້ວ ຈຶ່ງ​ຄ່ອຍ​ໄປ​ຮັບ​ວັກ​ຊີນ.
  3. ແມ່​ຍິງ​ຖື​ພາ​ອ່ອນໆ​ໃນ​ໄລ​ຍະຕໍ່​າ​ກ່​ວາ 12 ອາ​ທິດ : ເພາະ​ໃນ​ໄລ​ຍະ​ທຳ​ອິດ​ຂອງ​ການ​ຖື​ພາ​ຈະ​ມີ​ຄວາມ​ອ່ອນ​ໄຫວ​ຂອງ​ເດັກ​ນ້ອຍ​ໃນ​ທ​ທ້ອງ​ອ່າວ​ຫລາຍ, ແຕ່​ຖ້າ​ສັກ​ວັກ​ຊີນ​ໄປ​ແລ້ວ ຫາ​ກໍ​ມາ​ຮູ້​ພາຍ​ຫລັງ​ວ່າ​ຖື​ພາກໍ​ບໍ່​ເປັນ​ຫຍັງ ເພາະ​ຄວາມ​ຈິງ​ແລ້ວ​ວັກ​ຊີນ​ປອດ​ໄພ​ຫລ​າຍ, ແຕ່​ໃຫ້​ເລື່ອນ​ເຂັມ​ທີ 2 ໃຫ້​ພົ້ນ​ໄລ​ຍະ 12 ອາ​ທິດ​ໄປ​ກ່ອນ.
  • ສຳ​ລັບ​ແມ່​ຍິງ​ຖື​ພາ​ຈຳ​ເປັນ​ຕ້ອງ​ສັກ​ວັ​ກ​ຊີນ​ໂຄວິດ-19 ເພາະ​ຖ້າ​ຕິດ​ໂຄວິດ-19 ແລ້​ວ​ອາ​ການ​ຈະ​ຮຸນ​ແຮງ​ກ່​ວາ​ແມ່​ຍິງບໍ່​ຖື​ພາ ​ເພາະ​ເວ​ລາ​ທີ່​ສັກ​ວັກ​ຊີນ​ໄປ​ແລ້ວ ພູມ​ຕ້ານ​ທານ​ໃນ​ແມ່​ຈະ​ອອກ​ທາງ​ນ້ຳ​ນົມ ກໍ​ຈະ​ເປັນ​ປະ​ໂຫຍດ​ຕໍ່​ລູກ​ທີ່​ກິນ​ນົມ​ແມ່​ຕໍ່​ໄປ. ດັ່ງ​ນັ້ນ, ກໍ​ລະ​ນີ​ແມ່​ຍິງ​ຖື​ພາ ແນະ​ນຳ​ໃຫ້​ຫລີກ​ເວັ້ນ​ການ​ສັກ​ວັກ​ຊີນ​ໂຄວິດ-19 ສະ​ເພາະ​ໃນ​ໄລ​ຍະ​ຖື​ພາ​ຕ່ຳ​ກ່​ວາ 12 ອາ​ທິດ​ທຳ​ອິດ​ເທົ່າ​ນັ້ນ.
ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ - 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ. - 4 - ໃຜ​ແດ່​ທີ່​ຍັງ​ບໍ່​ຄວນ​ສັກ​ວັກ​ຊີນ​ໂຄວິດ – 19 ເລື່ອນ​ໄປ​ກ່ອນ​ປອດ​ໄພ​ກ່​ວາ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!