ພາລະກິດຕ້ານໂຄວິດ-19 ເປັນໜ້າທີ່ຂອງທຸກຄົນ

ພາລະກິດຕ້ານໂຄວິດ-19 ເປັນໜ້າທີ່ຂອງທຸກຄົນ - patuxay monument vientiane laos dedicated to deads independance war france shot blue hour 57184848 - ພາລະກິດຕ້ານໂຄວິດ-19 ເປັນໜ້າທີ່ຂອງທຸກຄົນ
ພາລະກິດຕ້ານໂຄວິດ-19 ເປັນໜ້າທີ່ຂອງທຸກຄົນ - kitchen vibe - ພາລະກິດຕ້ານໂຄວິດ-19 ເປັນໜ້າທີ່ຂອງທຸກຄົນ

ໂດຍ: ທິດກ່ຳ

ມາຮອດໄລຍະນີ້ ເຫັນວ່າສະຖິຕິແຮງງານລາວທີ່ຕິດເຊື້ອໂຄວິດ-19 ນຳເຂົ້າມາໃນປະເທດມີຈຳນວນເພີ່ມຂຶ້ນເລື້ອຍໆ ຖ້າທຽບໃສ່ຜູ້ຕິດເຊື້ອໃນຊຸມຊົນພາຍໃນປະເທດ. ຫລ້າສຸດສະເພາະວັນທີ 5 ກໍລະກົດ 2021 ສາມາດກວດພົບແຮງງານລາວທີ່ນຳເຊື້ອພະຍາດໂຄວິດ-19 ເຂົ້າມາໃນປະເທດເຖິງ 52 ຄົນ, ແຕ່ເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອໃນຊຸມຊົນແມ່ນພຽງ 4 ຄົນເທົ່ານັ້ນ, ຍິ່ງໄປກວ່ານັ້ນ ໃນອາທິດຜ່ານມາ ປາກົດວ່າມີແຮງງານລາວບາງຄົນບໍ່ຍອມປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກ ໂດຍບໍ່ຫົວຊາກັບລະບຽບກົດໝາຍເອົາຕົວຫລົບຫລີກໜີແບບບໍ່ຮູ້ຮ່ອງຮອຍ ທັງທີ່ທາງເຈົ້າໜ້າທີ່ກ່ຽວຂ້ອງປະກາດຕາມຫາມາຕັ້ງຫລາຍວັນ ລື ມີບາງກໍລະນີ ເມື່ອມາເຂົ້າສູນກັກກໍຫາວິທີລັກໂຕນໜີຈາກສູນກັກກັນ ດັ່ງທີ່ເຫັນໃນແຫລ່ງຂ່າວເມື່ອວັນທີ 6 ກໍລະກົດ 2021 ທີ່ຜ່ານມາ. ນີ້ຄືຄວາມອັນຕະລາຍ ແລະ ຄວາມບໍ່ເປັນເຈົ້າການແກ່ຕົນເອງ ແລະ ເພື່ອນມະນຸດຮ່ວມຊາດ.

ດັ່ງທີ່ຮູ້ກັນດີແລ້ວວ່າ ສະພາບຄົນຕິດເຊື້ອໂຄວິດ-19 ຢູ່ປະເທດໄທໃນປັດຈຸບັນນັບມື້ທະວີຄູນຂຶ້ນເລື້ອຍໆ ຕົວຢ່າງໃນວັນທີ 5 ກໍລະກົດ 2021 ໄດ້ມີຜູ້ຕິດເຊື້ອໃໝ່ເຖິງ 6.166 ຄົນ. ມາຮອດປັດຈຸບັນໄດ້ມີຜູ້ຕິດເຊື້ອສະສົມເຖິງ 289.233 ຄົນ, ເສຍຊີວິດເພີ່ມ 50 ຄົນ ແລະ ເສຍຊີວິດສະສົມເຖິງ 2.276 ຄົນ. ນີ້ຄືຕົວເລກທີ່ໜ້າເປັນຫ່ວງ ແລະ ໜ້າຢ້ານກົວທີ່ສຸດສຳລັບປະເທດເຮົາ ເຊິ່ງມີຊາຍແດນຕິດຈອດກັນແຕ່ເໜືອສຸດໃຕ້, ຊ້ຳບໍ່ໜຳ ສະພາບຜ່ານມາ ກໍຄືປັດຈຸບັນໄດ້ມີແຮງງານລາວໄປເຮັດວຽກຢູ່ປະເທດໄທໄດ້ເດີນທາງກັບມາປະເທດລາວແຕ່ລະມື້ຫລາຍຮ້ອຍຫລາຍພັນຄົນ ແລະ ສິ່ງທີ່ໜ້າເປັນຫ່ວງທີ່ສຸດ ກໍຄືເຂົ້າມາປະເທດຂອງຕົນພັດໄດ້ນຳເອົາເຊື້ອໂຄວິດ-19 ເຂົ້າມາພ້ອມ, ຮ້າຍແຮງກວ່ານັ້ນ ບາງຄົນຍັງຖືເບົາເຂົ້າມາແລ້ວບໍ່ຢາກກັກກັນຕົນເອງຕາມມາດຕະການຂອງຄະນະສະເພາະກິດວາງອອກ ຍັງສວຍໂອກາດລັກລອບຫລົບໜີລະບຽບກົດໝາຍຂອງບ້ານເມືອງ ຄົນປະເພດນີ້ເຂົາເອີ້ນວ່າ: ຮູ້ແລ້ວຕ່າວພາໂລ ເໝືອນມີເຈດຕະນາ ຫລື ຕັ້ງແກ້ງນຳເອົາເຊື້ອພະຍາດໂຄວິດ-19 ມາແຜ່ລາມໃສ່ປະເທດຂອງຕົນ ເບິ່ງຢ່າງໜຶ່ງຄືມີເຈດຕະນານຳເອົາເຊື້ອມາຂ້າຄົນລາວດ້ວຍກັນ ເໝືອນດັ່ງເຫດການເມື່ອເດືອນເມສາ ກໍລະນີ 59 ຜ່ານມາ. ເຮົາເປັນຄົນລາວຕ້ອງຮັກປະເທດລາວ, ຮັກເຊື້ອເຜົ່າພົງພັນ ພໍ່ແມ່ ແລະ ຍາດຕິພີ່ນ້ອງ ຢ່າຊັກນ້ຳເຂົ້າເຮືອ ຊັກເສືອເຂົ້າບ້ານ ສຸດທ້າຍມາຕົນເອງ ພໍ່ແມ່ ຍາດຕິພີ່ນ້ອງ ແລະ ປະເທດຊາດຕ້ອງໄດ້ຮັບເຄາະກຳທີ່ຕົນເອງສ້າງຂຶ້ນ.

ນັບແຕ່ປະເທດຊາດຂອງພວກເຮົາໄດ້ຮັບຜົນກະທົນຈາກໂຄວິດ-19 ເປັນຕົ້ນມາ, ພັກ ແລະ ລັດຖະບານເພິ່ນກໍໄດ້ຫາທຸກວິທີ ເພື່ອປ້ອງກັນສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ຈາກຜົນສຳເລັດ ແລະ ໄຊຊະນະທີ່ໄດ້ກ່າວມານີ້ ພວກເຮົາຕ້ອງສືບຕໍ່ປະຕິບັດຕາມມາດຕະການຕ່າງໆ ທີ່ຄະນະສະເພາະກິດໄດ້ວາງອອກ ເພາະພາລະກິດໃນການຕ້ານໂຄວິດ-19 ນັ້ນ ເປັນໜ້າທີ່ຂອງທຸກຄົນ.

ພາລະກິດຕ້ານໂຄວິດ-19 ເປັນໜ້າທີ່ຂອງທຸກຄົນ - 4 - ພາລະກິດຕ້ານໂຄວິດ-19 ເປັນໜ້າທີ່ຂອງທຸກຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!