ຫວຽດນາມແອລາຍ ຈະເປີດສາຍການບິນລະຫວ່າງປະເທດຄືນໃໝ່ ໃນກາງເດືອນກໍລະກົດນີ້

ຫວຽດນາມແອລາຍ (Vietnam Airlines) ຈະເປີດສາຍການບິນລະຫວ່າງປະເທດກັບອາຊີ, ເອີຣົບ ແລະ ອົດສະຕຣາລີ ຄືນໃໝ່ໃນກາງເດືອນນີ້.
ວັນທີ 12 ກໍລະກົດນີ້ Vietnam Airlines ໃຫ້ຮູ້ວ່າ: ໃນລະຫວ່າງກາງເດືອນກໍລະກົດນີ້ຫາເດືອນຕຸລາທີ່ຈະມາເຖິງບໍລິສັດການບິນຫວຽດນາມຈະເປີດສາຍການບິນສາກົນ ໄປ-ກັບ ກັບອາຊີ, ເອີຣົບ ແລະ ອົດສະຕຣາລີ.
ສຳລັບຂົງເຂດອາຊີ ຈະເປີດສາຍການບິນລະຫວ່າງ ຮ່າໂນ້ຍ-ໂຕກຽວ ໃນວັນພຸດ ແລະ ວັນເສົາຂອງແຕ່ລະອາທິດ. ນັບແຕ່ວັນທີ 1 ສິງຫາ ຫາ 30 ຕຸລາ ຈະເປີດເພີ່ມອີກລະຫວ່າງ ນະຄອນໂຮ່ຈິມິນ-ບາງກອກ ໃນວັນພຸດຂອງແຕ່ລະອາທິດ, ຈາກ ໂຕກຽວຫານະຄອນໂຮ່ຈິມິນ ວັນພະຫັດແຕ່ລະອາທິດ.
ໃນເດືອນເມສາທີ່ຜ່ານມາ ຫວຽດນາມໄດ້ເປີດສາຍການບິນຈາກຫວຽດນາມໄປນະຄອນຫຼວງ ໂຊນ, ໂຕກຽວ ແລະ ຊິດນີ ເພື່ອເອົາຊາວຫວຽດນາມອອກສູ່ຕ່າງແດນ.
Vietnam Airlines ຈະນຳໃຊ້ມາດຕະການປ້ອງກັນພະຍາດໃນລະດັບ 2 ຕໍ່ກັບຖ້ຽວບິນຈາກຫວຽດນາມໄປຕ່າງປະເທດແລະ ໃຊ້ມາດຕະການລະດັບ 4 ຊຶ່ງເປັນລະດັບສູງສຸດໃນລະບົບຄວາມປອດໄພຂອງບໍລິສັດສຳລັບຈາກຕ່າງປະເທດເຂົ້າມາຫວຽດນາມ.