ຫວຽດນາມ ເປີດໄຟຂຽວ ສັກວັກຊີນສະຫຼັບຍີ່ຫໍ້ “ແອສຕຣາເຊເນກາ” ກັບ “ໄຟເຊີ”
July 16, 2021 - 9:11 AM

ຫວຽດນາມອະນຸຍາດໃຫ້ສັກວັກຊີນໂຄວິດ-19 ແອສຕຣາເຊເນກາ ເຂັມທຳອິດ, ເຂັມທີສອງ ໄຟເຊີ ໂດຍຫ່າງກັນປະມານ 8 ຫາ 12 ອາທິດ.
ແຫຼ່ງຂ່າວຈາກ vnexpress ລາຍງານວ່າ: ກະຊວງສາທາລະນະສຸກຫວຽດນາມເປີດໄຟຂຽວອະນຸຍາດໃຫ້ສັກວັກຊີນສະຫຼັບຍີ່ຫໍ້ ແອສຕຣາເຊເນກາ ກັບ ໄຟເຊີ, ຊຶ່ງຊາວຫວຽດນາມທີ່ໄດ້ສັກວັກຊີນ ແອສຕຣາເຊເນກາ ເປັນເຂັມທຳອິດ ສາມາດສັກ ໄຟເຊີ ເປັນເຂັມທິດ 2 ໄດ້ ໂດຍຫ່າງກັນປະມານ 8 ຫາ 12 ອາທິດ, ໂດຍການສັກນັ້ນຈະຂຶ້ນກັບຄວາມສະໝັກໃຈຂອງແຕ່ລະຄົນ ແຕ່ຖ້າໃຜບໍ່ທັນໄດ້ສັກວັກຊີນມາກ່ອນ ກໍສາມາສັກວັກຊີນ ໄຟເຊີ ເປັນເຂັມທຳອິດໄດ້ເຊັ່ນກັນ ແລະ ເຂັມທີ 2 ເປັນ ແອສຕຣາເຊເນກາ.
ຂະນະທີ່ສຳນັກຂ່າວຣອຍເຕີລາຍງານວ່າ: ອົງການອະນາໄມໂລກໄດ້ກ່າວເຕືອນວ່າ ການສັກວັກຊີນສະຫຼັບຍີ່ຫໍ້ນັ້ນ ຈະສົ່ງຜົນໃຫ້ເກີດອັນຕະລາຍຕໍ່ສຸຂະພາບ ເນື່ອງຈາກຍັງມີຂໍ້ມູນໜ້ອຍເກີນໄປ.
ແຫຼ່ງຂ່າວ: vnexpress