ແຈ້ງເຕືອນພາຍຸໝູນເຂດຮ້ອນ “Cempaka” ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້

ແຈ້ງເຕືອນພາຍຸໝູນເຂດຮ້ອນ "Cempaka" ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້ - 216035997 4219835971442964 2000726325573297199 n - ແຈ້ງເຕືອນພາຍຸໝູນເຂດຮ້ອນ “Cempaka” ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້
ແຈ້ງເຕືອນພາຍຸໝູນເຂດຮ້ອນ "Cempaka" ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້ - kitchen vibe - ແຈ້ງເຕືອນພາຍຸໝູນເຂດຮ້ອນ “Cempaka” ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້

ວັນທີ 20/7/2021 ນີ້ ຮ່ອງຄວາມກົດດັນອາກາດຕໍ່າ ຍັງຈະພັດຜ່ານຢູ່ພາກເໜືອຂອງປະເທດລາວ ປ່ອງໃສ່ພາຍຸໝຸນເຂດຮ້ອນ ເຈິມປາກາ (Cempaka) ທີ່ກໍາລັງເຄື່ຶອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ, ຊຶ່ງຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ແຂວງຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ (ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ), ຫລວງນໍ້າທາ, (ເມືອງລອງ ແລະ ເມືອງວຽງພູຄາ), ຫລວງພະບາງ, ໄຊຍະບູລີ, ຈໍາປາສັກ (ເມືອງປາກຊ່ອງ), ເຊກອງ (ເມືອງດາກຈຶງ) ແລະ ອັດຕະປື (ເມືອງພູວົງ) ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ພ້ອມມີລົມພັດແຮງທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມກະທັນຫັນ ແລະ ນໍ້າຖ້ວມຊຸ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ແຈ້ງເຕືອນພາຍຸໝູນເຂດຮ້ອນ "Cempaka" ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້ - Visit Laos Visit SALANA BOUTIQUE HOTEL - ແຈ້ງເຕືອນພາຍຸໝູນເຂດຮ້ອນ “Cempaka” ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 19-30 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ, ອຸນຫະພູມໃນລະຫວ່າງ 21-32 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 26-33 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 18-25 ອົງສາ.

ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 80% ຂອງພາກ, ອຸນຫະພູມໃນລະຫວ່າງ 24-32 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70%, ອຸນຫະພູມໃນລະຫວ່າງ 14-26 ອົງສາ.

ແຈ້ງເຕືອນພາຍຸໝູນເຂດຮ້ອນ "Cempaka" ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້ - 5 - ແຈ້ງເຕືອນພາຍຸໝູນເຂດຮ້ອນ “Cempaka” ຈະເຮັດໃຫ້ມີຝົນຕົກໜັກຢູ່ ແຂວງພາກເໜືອ ແລະ ໃຕ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!