ກະຊວງການເງິນ ແລະ ກົມກວດສອບອົງການຈັດຕັ້ງລັດ ອົງການກວດສອບແຫ່ງລັດ ຮ່ວມກັນກວດສອບລາຍຮັບ-ລາຍຈ່າຍ
ໃນວັນທີ 19 ກໍລະກົດ 2021 ຫ້ອງການກະຊວງການເງິນ ໄດ້ຈັດກອງປະຊຸມພົບປະວຽກງານກວດສອບ ລະຫວ່າງ ຫ້ອງການກະຊວງການເງິນ ແລະ ກົມກວດສອບອົງການຈັດຕັ້ງລັດ ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ຄໍາຂວັນ ສີຊານົນ ຮອງຫົວໜ້າຫ້ອງການກະຊວງການເງິນ, ທ່ານ ໄຊສົງຄາມ ອິນຍະແສງ ຮອງຫົວໜ້າກົມກວດສອບອົງການຈັດຕັ້ງລັດ ຜູ້ຊີ້ນໍາຄະນະກວດສອບແຫ່ງລັດ, ພ້ອມດ້ວຍຄະນະຂອງທັງສອງຝ່າຍເຂົ້າຮ່ວມ.
ເພື່ອເປັນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະກວດສອບແຫ່ງລັດ ທີ່ໄດ້ຮັບການແຕ່ງຕັ້ງຈາກຂັ້ນເທິງ ໃຫ້ເປັນວຽກປົກກະຕິ ແລະ ຕໍ່ເນື່ອງ, ຮັບປະກັນເຮັດໃຫ້ການກວດສອບ ດໍາເນີນໄປຢ່າງຖືກຕ້ອງຕາມລະບົບ, ຂັ້ນຕອນ ແລະ ຫຼັກການ ຂອງການເຄື່ອນໄຫວວຽກງານກວດສອບ ບົນພື້ນຖານກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ມາດຕະຖານການກວດສອບ ແລະ ລະບຽບກົດໝາຍອື່ນໆທີ່ກ່ຽວຂ້ອງ, ຈຸດປະສົງຂອງການກວດສອບ ເພື່ອຢັ້ງຢືນຄວາມຖືກຕ້ອງຕາມຕົວຈິງ ແລະ ຄວາມສອດຄ່ອງທາງດ້ານລະບຽບກົດໝາຍ ທີ່ພົວພັນກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020, ກວດກາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ແລະ ການປັບປຸງແກ້ໄຂຕາມຄໍາແນະນໍາກວດສອບ ປະຈໍາສົກປີ 2013-2014 ບົນພື້ນຖານຂໍ້ມູນຫຼັກຖານ ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິງ.
ເຊິ່ງຈະໃຊ້ເວລາໃນການເຮັດວຽກຮ່ວມກັນ ທັງໝົດ 30 ວັນ (ບໍ່ນັບວັນພັກທາງລັດຖະການ), ສ່ວນເນື້ອໃນການກວດສອບ ແມ່ນກວດກາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 027/ສພຊ, ລົງວັນທີ 27 ທັນວາ 2013 ມີຈໍານວນ 2 ຂໍ້, ກວດກາຄືນການຈັດຕັ້ງປະຕິບັດ ຄໍາແນະນໍາຜົນການກວດສອບ ປີຜ່ານມາ ຕາມບົດບັນທຶກຜົນການກວດສອບ ປະຈໍາສົກປີ 2013-2014 ສະບັບລົງວັນທີ 22 ທັນວາ 2015 ຈໍານວນ 10 ບັນຫາ, ກວດສອບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ເປັນຕົ້ນ ກວດສອບລາຍຮັບ-ລາຍຈ່າຍງົບປະມານ, ກວດສອບລາຍຮັບ-ລາຍຈ່າຍວິຊາການ, ກວດສອບໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ, ກວດສອບການຄຸ້ມຄອງຊັບສິນຂອງລັດ, ກວດສອບໜີ້ສິນ, ລະບົບການຄຸ້ມຄອງພາຍໃນ ແລະ ບັນຫາຄວາມສອດຄ່ອງດ້ານກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ຊິ່ງຄະນະກວດສອບແຫ່ງລັດ ຈະດໍາເນີນການເກັບກໍາຂໍ້ມູນຕາມແຜນການ, ວິເຄາະ, ວິໄຈ ຂໍ້ມູນ ແລະ ສ້າງແຜນການກວດສອບລະອຽດຕາມຂັ້ນຕອນ ແລະ ມາດຕະຖານການກວດສອບແຫ່ງລັດທີ່ກໍານົດໄວ້.
ໂອກາດດັ່ງກ່າວ, ທ່ານ ນາງ ຄໍາຂັວນ ສີຊານົນ ຍັງໄດ້ສະແດງຄວາມຕ້ອນຮັບ ແລະ ດີໃຈ ທີ່ຄະນະກວດສອບແຫ່ງລັດ ໄດ້ມາຮ່ວມເຮັດວຽກ ກັບຫ້ອງການກະຊວງການເງິນ ຕາມພາລະບົດບາດ ແລະ ການມອບໝາຍຂອງອົງການກວດສອບແຫ່ງລັດ. ໃນການມາເຮັດວຽກໃນຄັ້ງນີ້ ຄະນະຮັບຜິດຊອບ ຂອງຫ້ອງການກະຊວງການເງິນ ຍິນດີໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນທີ່ຈໍາເປັນໃຫ້ຄະນະກວດສອບ ເພື່ອຄວາມຖືກຕ້ອງ ສອດຄ່ອງ ຕາມລະບຽບ ຫຼັກການ ແລະ ພ້ອມກັນຄົ້ນຄວ້າປັບປຸງແກ້ໄຂ ຮ່ວມກັນ ທັງນີ້, ກໍ່ເພື່ອປັບປຸງເຮັດໃຫ້ວຽກງານ ໄດ້ຮັບການຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.