5 ປີຜ່ານມາ ໄພພິບັດສ້າງຄວາມເສຍຫາຍ 5.538 ຕື້ກວ່າກີບ

ວັນທີ 23 ກໍລະກົດ 2021, ທ່ານ ພົຈວ ສາຍໃຈ ກົມມະສິດ ຮອງຫົວໜ້າກົມໃຫຍ່ເສນາ ຮອງປະທານຄະນະກຳມະການຄຸມຄອງໄພພິບັດ ກະຊວງປ້ອງກັນປະເທດ ໄດ້ລາຍງານໃນປະຊຸມສະຫລຸບວຽກງານຄຸມຄອງໄພພິບັດ ທີ່ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ (2016-2021) ປະເທດລາວເຮົາໄດ້ປະເຊີນໜ້າກັບໄພພິບັດຫລາຍຢ່າງເປັນຕົ້ນແມ່ນ: ເກີດພະຍຸ, ນໍ້າຖ້ວມ, ດິນເຊາະເຈື່ອນ, ໄພແຫ້ງແລ້ງ, ໄຟໄໝ້ປ່າ, ອາກາດເປັນຜິດ, ສັດຕູພືດລະບາດ ແລະ ພະຍາດລະບາດ ບັນຫາທີ່ສົ່ງຜົນກະທົບຮຸນແຮງທີ່ສຸດແມ່ນສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຫັກໃນປີ 2018, ໄພພິບັດນໍ້າຖ້ວມແຂວງພາກໃຕ້ ແລະ ພາກກາງ ປີ 2019, ໄພພິບັດນໍ້າຖ້ວມພາກກາງ 2020 ແລະ ບັນຫາການແພ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຊີວິດ, ຊັບສິນ, ເສດຖະກິດ-ສັງຄົມ ຢ່າງຫລວງຫລາຍ.
ເຊິ່ງຜົນສະຫລຸບໃນ 5 ປີ ຜ່ານມາ ແມ່ນມີໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດ 235 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ຈໍານວນ 1.860.165 ຄົນ, ເສຍຊີວິດ 121 ຄົນ, ສູນຫາຍ 45 ຄົນ, ສ້າງຄວາມເສຍຫາຍຕໍ່ຫລາຍຂະແໜງການ ຄິດເປັນມູນຄ່າເສຍຫາຍ ປະມານ 5.538.247.383.912 ກີບ.