ປະກາດບົ່ງຕົວແຕ່ງຕັ້ງຄະນະປະຈຳພັກກະຊວງການເງິນ ແລະ ປະກາດການຈັດຕັ້ງສັບຊ້ອນຂັ້ນກົມ-ພະແນກ


ໃນວັນທີ 9 ສິງຫາ 2021 ທີ່ຫ້ອງປະຊຸມກົມສ່ວຍສາອາກອນກະຊວງການເງິນ, ໄດ້ປະກາດບົ່ງຕົວແຕ່ງຕັ້ງກຳມະການຄະນະພັກ, ຄະນະປະຈຳພັກກະຊວງ ແລະ ປະກາດການຈັດຕັ້ງສັບຊ້ອນຂັ້ນກົມ, ຂັ້ນພະແນກ ແລະ ພະນັກງານວິຊາການຈຳນວນໜຶ່ງ, ໂດຍການເປັນປະທານຂອງທ່ານບຸນໂຈມອຸບົນປະເສີດກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ,ມີຄະນະປະຈຳພັກ,ຮອງລັດຖະມົນຕີ,ຄະນະກົມ, ຄະນະພະແນກແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ ພູທະນູເພັດ ໄຊສົມບັດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ໄດ້ຂື້ນສະເໜີຜ່ານມະຕິຕົກລົງສະບັບເລກທີ159/ຄລສພ, ລົງວັນທີ27ກໍລະກົດ2021ວ່າດ້ວຍການບົ່ງຕົວແຕ່ງຕັ້ງສະຫາຍບຸນປອນວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ເປັນກຳມະການຄະນະພັກ, ທັງເປັນກຳມະການປະຈຳພັກກະຊວງການເງິນ;ຈາກນັ້ນທ່ານອຸໄທອິນທິລາດຮອງຫົວໜ້າກົມຈັດຕັ້ງແລະພະນັກງານກະຊວງການເງິນ, ໄດ້ຂຶ້ນຜ່ານຂໍ້ຕົກລົງກະຊວງການເງິນແຕ່ງຕັ້ງຂັ້ນຮອງກົມ, ຫົວໜ້າພະແນກແລະພະນັກງານວິຊາການຈຳນວນໜຶ່ງໄປຮັບໜ້າທີ່ໃໝ່ລະອຽດດັ່ງນີ້:ກົມພາສີ,ແຕ່ງຕັ້ງທ່ານວົງວັນພັງພູມສະຫວັນຫົວໜ້າພະແນກຈັດຕັ້ງ, ບໍລິຫານແລະການເງິນເປັນຮອງຫົວໜ້າກົມພາສີ, ແຕ່ງຕັ້ງທ່ານສາຍມະໂນລິນສິນບັນດິດຫົວໜ້າພະແນກຮ່ວມມືພາສີສາກົນເປັນຮອງຫົວໜ້າກົມພາສີກະຊວງການເງິນ.
ກົມສ່ວຍອາກອນປະກາດແຕ່ງຕັ້ງທ່ານສຸພັນວິລະວົງຫົວໜ້າພະແນກບໍລິການລາຍຮັບເປັນຮອງຫົວໜ້າກົມສ່ວຍສາອາກອນ, ແຕ່ງຕັ້ງທ່ານໄພທູນທ່ຽງລະໄມຫົວໜ້າພະແນກກວດກາຫຼັງການແຈ້ງລາຍຮັບເປັນຮອງຫົວໜ້າກົມສ່ວຍສາອາກອນ, ແຕ່ງຕັ້ງທ່ານວິເລດກິນນາວົງຫົວໜ້າພະແນກແຜນການແລະການຮ່ວມມືອາກອນສາກົນເປັນຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ.
ນອກຈາກນີ້, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຈຳນວນໜຶ່ງມາຮັບໜ້າທີ່ໃໝ່ຢູ່ກົມພາສີ, ແຕ່ງຕັ້ງຂັ້ນຫົວໜ້າພະແນກມີ9ທ່ານ,ຂັ້ນຮອງຫົວໜ້າພະແນກມີ18ທ່ານ, ກົມສ່ວຍສາອາກອນ, ແຕ່ງຕັ້ງຂັ້ນຫົວໜ້າພະແນກມີ10ທ່ານ, ຂັ້ນຮອງຫົວໜ້າພະແນກມີ26ທ່ານ, ຄັງເງິນແຫ່ງຊາດ, ແຕ່ງຕັ້ງຂັ້ນຫົວໜ້າພະແນກມີ8ທ່ານ,ຂັ້ນຮອງຫົວໜ້າພະແນກມີ20ທ່ານ. ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຍົກຍ້າຍພະນັກງານຈາກກົມພາສີຮັບໜ້າທີໃໝ່ຢູ່ກົມນະໂຍບາຍການເງິນແລະນິຕິກຳ1ທ່ານແລະຍົກຍ້າຍແລະແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ກະຊວງການເງິນຈໍານວນ 2 ທ່ານນຳອີກດ້ວຍ.
ໂອກາດດັ່ງກ່າວ,ທ່ານບຸນໂຈມອຸບົນປະເສີດກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ,ລັດຖະມົນຕີກະຊວງການເງິນ, ໄດ້ໃຫ້ທິດຊີ້ນຳ ແລະ ມີຄຳເຫັນໃນການປະກາດການຈັດຕັ້ງໃນນີ້ລ້ວນແລ້ວແຕ່ເປັນຜູ້ທີ່ມີຜົນງານອັນພົ້ນເດັ່ນໃນຂະບວນການປະຕິບັດວຽກງານຕົວຈິງ.ສະນັ້ນ, ຄະນະພັກຄະນະນໍາກະຊວງການເງິນໄດ້ຄົ້ນຄວ້າຕາມຄວາມເໝາະສົມໃນວຽກງານທີ່ມີຄວາມຈໍາເປັນເພື່ອຈັດວາງສັບຊ້ອນໃຫ້ບັນດາກົມສືບຕໍ່ປັບປຸງຝຶກຝົນຫຼໍ່ຫຼອມຕົນເອງ,ມີຄວາມຮັບຜິດຊອບຕາມການຈັດຕັ້ງມອບໝາຍໃຫ້, ປຶກສາຫາລືກັນເຄົາລົບໃນການເຮັດວຽກຫັນປ່ຽນໃນຂົງເຂດທີ່ຮັບຜິດຊອບຄົ້ນຄວ້າໜ້າທີ່ການເມືອງໃຫ້ສໍາເລັດແລະມີຄຸນທາດການເມືອງທີ່ໜັກແໜ້ນຜ່ານການມອບໝາຍ.