ແຂວງໄຊຍະບູລີໃຫ້ເວລາຕື່ມອີກ 2 ປີແກ່ຜູ້ລົງທຶນປູກກ້ວຍກ່ອນສັ່ງຢຸດຕິຖາວອນ

- 1 3 - ແຂວງໄຊຍະບູລີໃຫ້ເວລາຕື່ມອີກ 2 ປີແກ່ຜູ້ລົງທຶນປູກກ້ວຍກ່ອນສັ່ງຢຸດຕິຖາວອນ
- kitchen vibe - ແຂວງໄຊຍະບູລີໃຫ້ເວລາຕື່ມອີກ 2 ປີແກ່ຜູ້ລົງທຶນປູກກ້ວຍກ່ອນສັ່ງຢຸດຕິຖາວອນ

ອໍານາດການປົກຄອງແຂວງໄຊຍະບູລີໄດ້ເຫັນດີອະນຸຍາດໃຫ້ 5 ບໍລິສັດຂອງ ສປຈີນ ສືບຕໍ່ເກັບກູ້ຜົນຜະລິດກ້ວຍຫອມຢູ່ເມືອງໄຊຍະບູລີ ແລະ ເມືອງພຽງໃນເນື້ອທີ່ທັງໝົດ 642 ເຮັກຕາຕື່ມອີກ 2 ປີ ຫລືຮອດ 2019 ຈຶ່ງໃຫ້ຢຸດເຊົາຢ່າງຖາວອນ, ຫລັງຈາກນັກລົງທຶນໄດ້ຮ້ອງຂໍໂດຍອ້າງເຫດຜົນວ່າມີການລົງທຶນປູກກ້ວຍຈຳນວນຫລາຍ ແລະ ບໍ່ທັນໄດ້ເກັບຄືນໄດ້, ແຕ່ເນັ້ນໃຫ້ 5 ບໍລິສັດຕ້ອງປະຕິບັດທຸກເງື່ອນໄຂທີ່ພາກລັດວາງອອກເພື່ອ ຮັບປະກັນຄວາມປອດໄພດ້ານສິ່ງແເວດລ້ອມ ແລະ ສັງຄົມ ແລະ ຫ້າມບໍ່ໃຫ້ສວຍໂອກາດຂະຫຍາຍເນື້ອທີ່ປູກກ້ວຍອອກອີກເດັດຂາດ.

ເຊິ່ງບັນຫາດັ່ງກ່າວ, ທ່ານ ສົມຈິດ ຈັນທະວົງ ຫົວໜ້າພະເເນກຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນເເຂວງເມື່ອບໍ່ດົນມານີ້ວ່າ:  ຕາມບົດບັນທຶກຕົກລົງກັນເບື້ອງຕົ້ນແມ່ນໃຫ້ 5 ບໍລິສັດຢຸດເຊົາ ແລະ ທຳລາຍຕົ້ນກ້ວຍຖິ້ມທັງໝົດໃຫ້ສໍາເລັດໃນເດືອນມິຖຸນາ 2017 ນີ້, ເນື່ອງຈາກ 2 ປີຜ່ານມາມີບາງບໍລິສັດບໍ່ສາມາດປະຕິບັດຕາມເງື່ອນໄຂສັນຍາ ເຊັ່ນ: ມີການນຳເຂົ້າເເຮງງານບໍ່ຖືກຕ້ອງຕາມລະບຽບກົດໝາຍ, ລັກລອບນຳເຂົ້າ ເ ແລະ ໃຊ້ສານເຄມີບໍ່ຖືກຕ້ອງ, ບໍ່ຮັບປະກັນດ້ານສິ່ງແວດລ້ອມ ແລະ ສັງຄົມຕ່າງໆ, ອັນໄດ້ສົ່ງຜົນກະທົບອັນບໍ່ດີຕໍ່ສະພາບສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນໃກ້ຄຽງ. ແນວໃດກໍຕາມຜູ້ລົງທຶນປູກກ້ວຍໄດ້ສະເໜີຂໍເວລາເກັບກູ້ຜົນຜະລິດໄປຕື່ມອີກ 2 ປີຈຶ່ງຈະຢຸດເຊົາ, ໂດຍອ້າງເຫດຜົນວ່າໄດ້ລົງທຶນຫລາຍແລ້ວແຕ່ຍັງບໍ່ທັນສາມາດເກັບຄືນຜົນຜະລິດໄດ້, ຊຶ່ງຜ່ານການພິຈາລະນາການສະເໜີຈາກນັກລົງທຶນດັ່ງກ່າວ, ອໍານາດການປົກຄອງແຂວງໄດ້ຕົກລົງໃຫ້ສືບຕໍ່ເວລາໄປອີກ 2 ປີ, ພ້ອມທັງໃຫ້ຜູ້ລົງທຶນປະຕິບັດຕາມມາດຕະຖານດ້ານສີ່ງເເວດລ້ອມຢ່າງຖືກຕ້ອງຄື: ຕ້ອງຂຸດຂຸມຖິ້ມສິ່ງເສດເຫລືອຕາມເຕັກນິກວິຊາການ, ສ້າງບໍ່ບຳບັດນ້ຳເປື້ອນເພື່ອປ້ອງກັນບໍ່ໃຫ້ສານເຄມີຈາກຢາຂ້າຫຍ້າ ແລະ ຢາປາບສັດຕູພືດໄຫລລົງສູ່ເເມ່ນ້ຳທໍາມະຊາດ, ຕ້ອງສ້າງເຂດສະຫງວນນັບເເຕ່ເເຄມນ້ຳຂຶ້ນໄປຫາສວນກ້ວຍຢ່າງນ້ອຍ 50-100 ເເມັດ, ການນຳໃຊ້ຝຸ່ນສານເຄມີຕ່າງໆແມ່ນໃຫ້ຢູ່ໃນບັນຊີອະນຸຍາດຈາກພະເເນກກ່ຽວຂ້ອງ, ພ້ອມທັງໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກແກ່ເຈົ້າໜ້າທີ່ໃນການຕິດຕາມກວດກາເບິ່ງສະພາບການປູກກ້ວຍໃນແຕ່ລະໄລຍະ.

- Visit Laos Visit SALANA BOUTIQUE HOTEL - ແຂວງໄຊຍະບູລີໃຫ້ເວລາຕື່ມອີກ 2 ປີແກ່ຜູ້ລົງທຶນປູກກ້ວຍກ່ອນສັ່ງຢຸດຕິຖາວອນ
- 3 - ແຂວງໄຊຍະບູລີໃຫ້ເວລາຕື່ມອີກ 2 ປີແກ່ຜູ້ລົງທຶນປູກກ້ວຍກ່ອນສັ່ງຢຸດຕິຖາວອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!