ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ

ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ - istock 000036322856 medium - ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ
ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ - kitchen vibe - ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ

ຄົນລາວຊາວພຸດເຮົາ ຫຼາຍໆຄົນກໍ ຈະເຂົ້າໃຈໄດ້ດີ ກ່ຽວກັບຄວາມໝາຍຂອງ ຄໍາວ່າ: ການໃຫ້ທານ, ກາຮັກສາສິນ ແລະ ການພາ ວະນາເພາະວ່າບັນຫາດັ່ງກ່າວເຫຼົ່ານັ້ນລ້ວນແລ້ວແຕ່ມີສາຍສໍາພັນຢູ່ກັບວັດວາອາຮາມທີ່ມີພິທີກໍາທາງສາສະໜາກໍຄືການເຮັດບຸນສິນກິນທານຕ່າງໆເຊິ່ງຍາມໃດກໍບໍ່ສາມາດແຍກອອກຈາກກັນໄດ້ໂດຍເດັດຂາດ.

ສະໄໝຍັງໜຸ່ມຜູ້ຂຽນກໍເຄີຍໄດ້ບວດຮຽນຂຽນ-ອ່ານ ແລະ ກໍໄດ້ຮຽນຮູ້ກ່ຽວກັບວິໄນຂອງສົງພ້ອມດ້ວຍຄວາມໝາຍຄວາມສໍາຄັນ ແລະ ວິທີປະຕິບັດກ່ຽວກັບຫຼັກທໍາຕ່າງໆຕາມຄໍາສັ່ງສອນຂອງພະພຸດທະສາດສະໜາ ແລະ ກໍຍັງຈື່ໄດ້ເລັກໆນ້ອຍໆໂດຍສະເພາະ ກໍແມ່ນ: ການໃຫ້ທານ. ການຮັກສາສິນ ແລະ ການພາວະ ນາເຫຼົ່ານັ້ນເພື່ອຈະໄດ້ເອົາມາລົມສູ່ກັນຟັງເຊິ່ງມີຄວາມໝາຍດັ່ງນີ້:
* ຄໍາວ່າ: ທານ ໝາຍເຖິງການໃຫ້, ຖວາຍ, ອຸປະ ຖໍາ, ຊຸກຍູ້ຫຼືຊ່ວຍເຫຼືອ…. ເຊິ່ງປະກອບດ້ວຍ 4 ຂໍ້ໃຫຍ່ ຄື: ໃຫ້ປັດໄຈ 4 ຢ່າງ, ໃຫ້ຄວາມຮູ້, ໃຫ້ອະໄພເຊິ່ງກັນ ແລະ ກັນ, ໃຫ້ຄວາມຊ່ວຍ ເຫຼືອທາງດ້ານແຮງງານ.
* ຄໍາວ່າ: ສິນ ໝາຍເຖິງການຮັກສາໃນການປະຕິບັດສິນທັງຫ້າຂໍ້ຕາມທີ່ຊາວພຸດເຮົາເຄີຍປະຕິບັດຜ່ານມານັ້ນກໍຄື: ປານາ, ອະ ທິນາ, ກາເມ, ມຸສາ, ສຸລາ ທັງໝົດເຫຼົ່ານີ້, ຖ້າພວກເຮົາ ຫາກເຫັນວ່າມີຫຼາຍຂໍ້ເກີນໄປກໍຄວນຫັນມາຮັກສາສິນແບບກາຍະກໍາ 4, ວາຈີກໍາ ສາມພຽງ 2 ຂໍ້ໃຫຍ່ເທົ່ານີ້ ເປັນຕົ້ນ:
1). ຕ້ອງຮັກສາການກະທໍາທາງກາຍໃຫ້ດີ ແລະ ບໍລິສຸດຄື:
– ບໍ່ຂ້າສັດ, ບໍ່ທໍາຮ້າຍ ຮ່າງກາຍ ແລະ ຂ້າຄົນອື່ນ.
– ບໍ່ລັກຊັບ ແລະ ບໍ່ປຸ້ນຈີ້ເອົາຂອງຄົນອື່ນ.
– ບໍ່ຫຼິ້ນຊູ້ສູ່ເມຍທ່ານ, ບໍ່ລ່ວງລະເມີດທາງເພດສໍາພັນ.
– ບໍ່ດື່ມນໍ້າເມົາ, ບໍ່ອາລະວາດ.
2). ຮັກສາວາຈາໃຫ້ດີ ແລະ ບໍລິສຸດຄື:
– ບໍ່ຕົວະຍົວະຫຼອກລວງ.
– ບໍ່ເວົ້າຄໍາຫຍາບຄາຍ ແລະ ບໍ່ປ້ອຍດ່າ.
– ບໍ່ນິນທາອິດສາບັງບຽດຄົນອື່ນ.
* ຄໍາວ່າ: ພາວະນາ ໝາຍເຖິງການບໍລິກໍາສິ່ງພາຍນອກ ແລະ ພາຍໃນໃຫ້ເປັນສະມາທິ ຫຼື ເວົ້າອີກຢ່າງ ໜຶ່ງກໍຄືການລະງັບສະຕິອາລົມ ແລະ ລວບລວມຈິດໃຈໃຫ້ສະຫງົບ ຈຶ່ງເອີ້ນວ່າ: ພາວະນາ.

ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ - Visit Laos Visit SALANA BOUTIQUE HOTEL - ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ
ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ - Visit Laos Visit SALANA BOUTIQUE HOTEL - ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ

– ການພາວະນາ ຈະມີທັງເມດຕາ ເພື່ອເປັນການແຜ່ເມດຕາໃຫ້ແກ່ເຈົ້າກໍານາຍເວນ ແລະ ສັດພະສິ່ງທັງຫຼາຍເຫຼົ່ານັ້ນຈົ່ງຢ່າໄດ້ຈ່ອງກໍານໍາເວນແກ່ກັນ, ຖ້າຕົກທຸກກໍຂໍໃຫ້ພົ້ນຈາກຄວາມທຸກ, ຖ້າມີສຸກແລ້ວກໍໃຫ້ມີສຸກຍິ່ງໆຂຶ້ນໄປ ພ້ອມທັງອຸເບກຂາກໍຄືປົງວາງໄວ້ທຸກຢ່າງໂດຍບໍ່ນໍາເອົາວຽກງານຫຼືບັນຫາໃດໆມາຫຍຸ້ງກ່ຽວອີກເຊິ່ງໃນນັ້ນລວມທັງກິເຫຼດ, ຕັນຫາ, ຄວາມໂລບ, ຄວາມຫຼົງໄຫຼ ທັງໝົດເຫຼົ່ານັ້ນ ເພື່ອໃຫ້ເກີດສະມາທິຈຶ່ງເອີ້ນວ່າ: ພາວະນາ.

ການພາວະນາ ຖ້າບໍ່ມີສະມາທິ ແລະ ບໍ່ສາມາດປົງວາງບັນຫາຕ່າງໆບໍ່ວ່າຈະເປັນບັນຫາພາຍນອກກໍຄື ພາຍໃນແລ້ວກໍຈະເຮັດໃຫ້ສະມາທິແຕກ ແລະ ການພາວະນານັ້ນກໍຈະບໍ່ເກີດປະໂຫຍດຫຍັງອີກ. ເພາະສະນັ້ນ, ສິ່ງສໍາຄັນສໍາລັບຄົນລາວຊາວພຸດກໍຄືຄາລະວາດ ເຮົາທັງຫຼາຍທີ່ຂາດບໍ່ໄດ້ກໍຄື: ການໃຫ້ທານ, ການຮັກສາສິນ ແລະ ການພາວະນານັ້ນແລ. ສ່ວນນັກບວດແມ່ນ: ຮັກສາສິນ, ສະມາທິ ແລະ ປັນຍາ.

ປັນຍານັ້ນໝາຍ ເຖິງຄວາມຮອບຮູ້ໃນທໍາມະຊາດກໍຄືໃນກອງສັງຂານຂອງຕົວເຮົາເອງເພື່ອຢາກໃຫ້ຫຼຸດພົ້ນຈາກຄວາມທຸກທັງປວງເຊິ່ງມັນມີຄວາມແຕກຕ່າງຈາກຄໍາວ່າ: ຄວາມສະຫຼາດ.

ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ - 5 - ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ
ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ - 3 - ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ
ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ - 4 - ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ