ທາບທາມຮ່າງຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນຊົມໃຊ້


ວັນທີ 16 ສິງຫາ 2021 ຜ່ານມານີ້, ໄດ້ຈັດກອງປະຊຸມທາບທາມຮ່າງຄໍາແນະນໍາຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍອາກອນຊົມໃຊ້, ໂດຍການສະໜັບສະໜູນຂອງໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ PF MRP (EU-WB), ໂດຍການເປັນປະທານຂອງທ່ານ ໄພທູນ ທ່ຽງລະໄມ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີພະນັກງານ-ລັດຖະກອນຈາກສ່ວຍສາອາກອນປະຈໍາ 9 ຕົວເມືອງໃນນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈໍາແຂວງ 7 ແຂວງ, ຕາງໜ້າບັນດາກົມອ້ອມຂ້າງກະຊວງການເງິນ, ຕາງໜ້າຈາກບັນດາບໍລິສັດ ຂະໜາດໃຫຍ່ທີ່ຕິດພັນກັບອາກອນຊົມໃຊ້ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພທູນ ທ່ຽງລະໄມ ໃຫ້ຮູ້ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 9 ແລະ ວາລະແຫ່ງຊາດຂອງລັດຖະບານ ໃຫ້ປະກົດຜົນເປັນຈິງໂດຍສະເພາະການຈັດເກັບລາຍຮັບສ່ວຍສາອາກອນເຂົ້າງົບປະມານແຫ່ງລັດໃຫ້ນັບມື້ຫຼາຍຂຶ້ນ, ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຊຶ່ງເປັນໜຶ່ງໃນວຽກງານທີ່ເຄັ່ງຮ້ອນກໍ່ແມ່ນການຈັດຕັ້ງປະຕິບັດບັນດາກົດໝາຍຂົງເຂດສ່ວຍສາອາກອນທີ່ໄດ້ຮັບການຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຜ່ານມາ, ແນ່ໃສ່ຄຸ້ມຄອງເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ໄດ້ຢ່າງຖືກຕ້ອງ ແລະ ຄົບຖ້ວນ.
ກົດໝາຍວ່າດ້ວຍອາກອນຊົມໃຊ້ ແມ່ນເຄື່ອງມືຂອງລັດຖະບານໃນການຄຸ້ມຄອງອາກອນຈາກປະເພດ ສິນຄ້າ ແລະ ການບໍລິການທີ່ຟຸ້ມເຟືອຍ, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ສະນັ້ນ, ເພື່ອຮັບປະກັນ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງຕາມເນື້ອໃນຈິດໃຈທີ່ໄດ້ບັນຍັດໄວ້ໃນກົດໝາຍວ່າດ້ວຍອາກອນຊົມໃຊ້ກົມສ່ວຍສາອາກອນ, ຈຶ່ງໄດ້ຄົ້ນຄວ້າສ້າງຄໍາແນະນໍາຈັດຕັ້ງປະຕິບັດເພື່ອຜັນຂະຫຍາຍບັນດາຫຼັກການ, ລະບຽບການ, ວິທີການ ແລະ ມາດຕະຖານກ່ຽວກັບການຄິດໄລ່, ການເກັບ, ການແຈ້ງ, ການມອບ, ການຄຸ້ມຄອງ ແລະ ການຕິດຕາມການຈັດຕັ້ງປະຕິບັດອາກອນຊົມໃຊ້ ຕາມທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ມີປະສິດທິພາບປະສິດທິຜົນສູງ, ແນໃສ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດ, ທໍາມາຫາກິນ ແລະ ປະກອບອາຊີບຕ່າງໆຢູ່ໃນສປປ ລາວ ມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.
ທັງນີ້, ເພື່ອເປັນການລະດົມແນວຄວາມຄິດປະກອບຄໍາຄິດເຫັນຈາກບັນດາພາກສ່ວນກ່ຽວຂ້ອງຈາກສູນ ກາງຫາທ້ອງຖິ່ນໃສ່ຮ່າງຄໍາແນະນໍາຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນຊົມໃຊ້, ເພື່ອຮັບປະກັນໃຫ້ຮ່າງຄໍາແນະນໍາຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນຊົມໃຊ້ ໃຫ້ມີເນື້ອໃນຄົບຖ້ວນສົມບູນສອດຄ່ອງກັບກົດໝາຍອາກອນຊົມໃຊ້, ແນ່ໃສຮັບປະກັນໃຫ້ວຽກງານການເກັບລາຍຮັບເຂົ້າງົບປະມານຢ່າງຖືກຕ້ອງຄົບຖ້ວນ, ໂປ່ງໃສ່ ແລະ ສາມາດກວດສອບໄດ້ຕາມລະບຽບການ.