ວັນທີ 24 ສິງຫາ 2021 ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ຫລາຍກວ່າ 212 ລ້ານຄົນ ແລ້ວ.

ວັນທີ 24 ສິງຫາ 2021 ນີ້, ຕົວເລກຜູ້ຕິດເຊື້ອໂຄວິດສົມໃນທົ່ວໂລກມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 212 ລ້ານຄົນ. ຫລັງທີ່ມີການແພ່ລະບາດມາເປັນເວລາເກືອບ 1 ປີ 8 ເດືອນແລ້ວ, ແລະ ຈຳນວນຜູ້ເສຍຊີວິດຫລາຍກ່ວາ 4.4 ລ້ານຄົນ, ອັດຕາການຕາຍແມ່ນປະມານ 2.1%, ແລະ ປະມານ 90% ຂອງການຕິດເຊື້ອທັງໝົດ. ມາຮອດປັດຈຸບັນມີປະເທດທີ່ກວດພົບຜູ້ຕິດເຊື້ອໂຄວິດແລ້ວ 188 ປະເທດ ຈາກ 193 ປະເທດ ທົ່ວໂລກ.
ລ່າສຸດ, ສະຫະລັດອາເມລິກາເປັນປະເທດທີ່ມີຜູ້ຕິດເຊື້ອສະສົມຫຼາຍທີ່ສຸດ 37.925.802 ຄົນ ແລະ ມີຜູ້ເສຍຊີວິດສະສົມຫຼາຍທີ່ສຸດຢູ່ທີ່ 6,28 ລ້ານຄົນ, ຖັດມາແມ່ນອິນເດຍ 32.449.306 ຄົນ, ບຣາຊິນ 20.583.994 ຄົນ, ຝຣັ່ງ 6.705.418 ຄົນ ແລະ ຣັດເຊຍ 6.672.373 ຄົນ.ໃນທົ່ວໂລກ, ໄດ້ມີການສັກຢາວັກຊີນຫຼາຍກວ່າ 4.97 ຕື້ໂດສ, ໂດຍຈີນເປັນປະເທດນຳໜ້າອັນດັບ1 ທີ່ມີການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຫຼາຍທີ່ສຸດ. ເຊິ່ງມີການແລ້ວຫຼາຍກວ່າ 1,95 ຕື້ໂດສ, ຕິດຕາມມາດ້ວຍ ອິນເດຍ 580,77 ລ້ານໂດສ, ສະຫະລັດອາເມລິກາ 363,26 ລ້ານໂດສ, ບຣາຊິນ 176,62 ລ້ານໂດສ, ແລະ ຍີ່ປຸ່ນ 118,31 ລ້ານໂດສ ແລະ ປະເທດອິນໂດເນເຊຍ ເປັນປະເທດທີ່ມີການສັກວັກຊີນປ້ອງກັນໂຄວິດຫຼາຍທີ່ສຸດໃນອາຊຽນ ຈຳນວນໂຕເລກທີ່ສັກແລ້ວຫລາຍກວ່າ 88,76 ລ້ານໂດສ. ແຫລ່ງຂໍ້ມູນ: worldometers