ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ

ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ - aa702c7f1ec42bfb51fae183da7de847 - ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ
ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ - kitchen vibe - ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ

ວັນທີ 1 ກັນຍາ, ສຳນັກຂ່າວຕ່າງປະເທດຫລາຍສຳນັກລາຍງານວ່າ: ສປປ ເກົາຫລີ ປະຕິເສດຈະຮັບວັກຊີນໂຄວິດຊະນິດເຊື້ອຕາຍຈາກ Sinovac ເກືອບ 2 ລ້ານໂດສ ຈາກໂຄງການ COVAX ຂອງອົງການອະນາໄມໂລກ (WHO) ທີ່ຮ່ວມມືກັບພັນທະມິດ ເພື່ອສົ່ງມອບການຊ່ວຍເຫລືອດ້ານວັກຊີນໃຫ້ກຸ່ມປະເທດກຳລັງພັດທະນາ ແລະ ມີລາຍໄດ້ໜ້ອຍ ເພື່ອໃຫ້ທຸກປະເທດເຂົ້າເຖິງວັກຊີນໄດ້ຢ່າງເທົ່າທຽມກັນ.

ໂດຍ Sinovac ໄດ້ຮັບການຮ້ອງຂໍໃຫ້ຈັດສົ່ງວັກຊີນໂຄວິດຂອງຕົນໃນໂຄງການ COVAX ໄປໃຫ້ປະເທດປາຍທາງປະເທດອື່ນທີ່ອາດກຳລັງຜະເຊີນສະຖານະການຮຸນແຮງ ຫລື ມີບັນຫາດ້ານການເຂົ້າເຖິງວັກຊີນທີ່ວິກິດກວ່າ ສປປ ເກົາຫລີ ຫລັງສະພາຄວາມໝັ້ນຄົງແຫ່ງຊາດ (The Institute for National Security Strategy) ທີ່ຕັ້ງຢູ່ນະຄອນຫລວງໂຊລ ສ.ເກົາຫລີ ຄາດວ່າ ລັດຖະບານ ສປປ ເກົາຫລີ ອາດມີຄວາມກັງວົນກ່ຽວກັບປະສິດທິພາບຂອງວັກຊີນຈີນ ຫລັງຫລາຍປະເທດສັກໄປແລ້ວພູມຕ້ານທານເກີດຂຶ້ນໜ້ອຍ.

ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ

ນີ້ບໍ່ແມ່ນຄັ້ງທຳອິດທີ່ ສປປ ເກົາຫລີ ປະຕິເສດບໍ່ຂໍຮັບວັກຊີນຈາກໂຄງການ COVAX ໂດຍກ່ອນໜ້ານີ້ ໃນເດືອນກໍລະກົດຜ່ານມາ ລັດຖະບານພາຍໃຕ້ການນຳຂອງທ່ານ ກິມຈອງອຸນ ເຄີຍປະຕິເສດຈະຮັບວັກຊີນ AstraZeneca ມາແລ້ວ ເຊິ່ງຄາດວ່າມີຄວາມກັງວົນກ່ຽວກັບອາການບໍ່ເພິ່ງປະສົງ ຫລື ຜົນຂ້າງຄຽງທີ່ອາດຈະເກີດຂຶ້ນພາຍຫລັງທີ່ສັກວັກຊີນ.

WHO ເຄີຍລາຍງານສະຖານະການໂຄວິດພາຍໃນ ສປປ ເກົາຫລີ ເມື່ອວັນທີ 19 ສິງຫາຜ່ານມາ ລະບຸວ່າ: ຍັງບໍ່ພົບຜູ້ຕິດເຊື້ອໂຄວິດຄົນທຳອິດຢ່າງເປັນທາງການ ຫລັງຈາກ ສປປ ເກົາຫລີ ເປັນປະເທດຕົ້ນໆທີ່ມີການປິດຊາຍແດນປະເທດ ແລະ ຈຳກັດການເດີນທາງພາຍໃນປະເທດ ນັບແຕ່ໄລຍະທຳອິດທີ່ໂຄວິດແຜ່ລະບາດ ໂດຍໃນລາຍງານປະຈຳອາທິດຂອງ WHO ລະບຸວ່າ: ທາງການ ສປປ ເກົາຫລີ ກວດຫາເຊື້ອໄປແລ້ວ 37.291 ຄົນ ໃນຈຳນວນນີ້ມີອາການປ່ວຍຄ້າຍຄືໄຂ້ຫວັດ ແຕ່ຜົນກວດທັງໝົດກໍເປັນລົບ ບໍ່ພົບຜູ້ຕິດເຊື້ອ.

ປັດຈຸບັນ ປະເທດທີ່ພົບຜູ້ຕິດເຊື້ອແລ້ວ 188 ຈາກ 193 ປະເທດທົ່ວໂລກ ໂດຍປະເທດທີ່ຍັງບໍ່ພົບຜູ້ຕິດເຊື້ອຄົນທຳອິດຢ່າງເປັນທາງການໄດ້ແກ່ ສປປ ເກົາຫລີ, ເຕິກເມນິສະຖານ, ຕອງກາ, ຕູວາລູ ແລະ ນາອູຣູ.

ທາງການ ສປປ ເກົາຫລີ ຍັງຕັ້ງຄຳຖາມເຖິງປະສິດທິພາບ ແລະ ຄວາມປອດໄພຂອງວັກຊີນໂຄວິດ, ແຕ່ແນວນັ້ນກໍມີຄວາມສົນໃຈວັກຊີນທີ່ຜະລິດໃນຣັດເຊຍ ໂດຍໃນເດືອນກໍລະກົດຜ່ານມານີ້, ທ່ານ ເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດຂອງຣັດເຊຍ ລະບຸວ່າ: ທາງການຣັດເຊຍໄດ້ສະເໜີຈະຈັດສົ່ງວັກຊີນສັນຊາດຣັດເຊຍຄື Sputnik ຊ່ວຍເຫລືອ ສປປ ເກົາຫລີ ແລ້ວ.

ອ້າງອີງ:

ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ - 4 - ສປປ ເກົາຫລີ ປະຕິເສດຈະຮັບວັກຊີນຕ້ານໂຄວິດເກືອບ 3 ລ້ານໂດສ ຈາກໂຄງການ COVAX ຄາດກັງວົນກ່ຽວກັບປະສິດທິພາບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!