ຍີ່ປຸ່ນເລີ່ມພິມແບບທະນະບັດໃໝ່ 10.000 ເຢນ

ຍີ່ປຸ່ນເລີ່ມພິມແບບທະນະບັດ10.000 ເຢນຮູບແບບໃໝ່ ດ້ວຍຮູບໜ້າຂອງ ເອອິຈິ ຊິບຸຊາວະ ລາຄາ 10.000 ເຢນ ດ້ວຍ ເຕັກໂນໂລຊີລ້ຳສະໄໝເພື່ອປ້ອງກັນການປອມແປງ ມີກຳນົດຈະອອກມາໃຫ້ນຳໃຊ້ໃນຕົ້ນປີ 2024.
ທ່ານ ເອອິຈິ ຊິບຸຊາວະ ແມ່ນບິດາແຫ່ງລະບອບທຶນນິຍົມຂອງຍີ່ປຸ່ນ ຜູ້ກໍ່ຕັ້ງທະນາຄານ Mizuho ແລະ ອີກຫລາຍບໍລິສັດໃນ ຍີ່ປຸ່ນ, ດ້ານຫລັງເປັນສະຖານີລົດໄຟໂຕກຽວທີ່ໄດ້ຮັບການບູລະນະກັບມາເປັນເອກະລັກທີ່ສຳຄັນຂອງນະຄອນໂຕກຽວອີກຄັ້ງ.
ທະນະບັດລຸ້ນໃໝ່ນີ້ຕິດຕັ້ງເຕັກໂນໂລຊີໂຮໂລແກຣມທີ່ລ້ຳສະໄໝເຄື່ອງທຳອິດຂອງໂລກເພື່ອປ້ອງກັນການປອມແປງ ແລະ ເມື່ອທະນະບັດອຽງເຮັດມຸມ ຮູບພາບປຽບດັ່ງຈະເຄື່ອນໄຫວໃນ 3 ມິຕິ.
ນອກຈາກນີ້, ຄົນຕາບອດສາມາດລະບຸປິເພດຂອງທະນະບັດໄດ້ຢ່າງງ່າຍດາຍ ໂດຍການສຳຜັດ ແມ່ນແຕ່ຄົນຕ່າງຊາດທີ່ອ່ານ ບໍ່ອອກກໍສາມາດເຂົ້າໃຈໄດ້.
ລັດຖະມົນຕີ ອາໂສະ ໄດ້ມາເຮັດພິທີກົດເລີ່ມການພິມ ກ່າວວ່າ : “ເຮົາພູມໃຈທີ່ທະນະບັດມີຄວາມເໝາະສົມກັບຍຸກປັດຈຸບັນ ເພາະຖືກອອກແບບໃຫ້ໃຊ້ງານງ່າຍສຳລັບທຸກຄົນ ໂດຍໃຊ້ເຕັກໂນໂລຊີຕໍ່ຕ້ານການປອມແປງໃໝ່ລ້າສຸດຢ່າງເຕັມທີ່”.