ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022 - 89401444 1274483462755431 6451703815384072192 o 610x380 1 - ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022
ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022 - kitchen vibe - ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022

– ຜູ້ບໍລິຫານການສຶກສາ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພີ່ນ້ອງ ປວງຊົນລາວ ໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ.

ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX (2021-2025), ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຂອງລັດຖະບານ ພ້ອມທັງແຜນພັດທະນາການສຶກສາ ແລະ ກິລາ (2021-2025) ແລະ ພ້ອມກັນປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ນັ້ນ. ພັກ ແລະ ລັດຖະບານຍາມໃດກໍໄດ້ຖືເອົາວຽກງານການສຶກສາ ເປັນປັດໄຈຕັດສິນໃນການພັດທະນາຊັບພະຍາກອນມະນຸດຂອງຊາດ, ເຖິງແມ່ນວ່າໃນໄລຍະໜຶ່ງສົກຮຽນຜ່ານມາ ພວກເຮົາຈະໄດ້ຮັບຜົນກະທົບໃນຫຼາຍດ້ານເປັນຕົ້ນຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ບັນຫາໄພທໍາມະຊາດທີ່ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ, ບັນຫາທີ່ໜັກໜ່ວງກວ່າໝູ່ແມ່ນການແພ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບກວ້າງຂວາງໃສ່ຊີວິດການເປັນຢູ່ຂອງປະຊາຊົນ, ເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະແມ່ນສົ່ງຜົນກະທົບຕໍ່ການຈັດຕັ້ງການຮຽນ-ການສອນ ໃຫ້ແກ່ລູກຫຼານຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ແຕ່ພວກເຮົາກໍ ໄດ້ສ້າງທຸກເງື່ອນໄຂ ແລະ ໂອກາດທີ່ເທົ່າທຽມກັນໃຫ້ແກ່ທຸກຄົນໄດ້ເຂົ້າເຖິງການສຶກສາ, ປັບປຸງ ແລະ ຍົກຄຸນນະພາບຂອງການຮຽນການສອນໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ແນໃສ່ນໍາເອົາປະເທດຊາດຂອງພວກເຮົາຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວເດີນຕາມທິດສັງຄົມນິຍົມ.

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022 - Visit Laos Visit SALANA BOUTIQUE HOTEL - ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ສົກຮຽນ 2021-2022 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ພັກ ແລະ ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງອັນຈິງໃຈ ມາຍັງຜູ້ບໍລິຫານການສຶກສາ ທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດ ໃນ ຂອບເຂດທົ່ວປະເທດມານະໂອກາດນີ້.
ການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນຂະແໜງການໜຶ່ງ ທີ່ລັດຖະບານ ໄດ້ໃຫ້ຄວາມສໍາຄັນຍິ່ງໃນການປະຕິບັດນະໂຍບາຍຂອງພັກ ແລະ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງລັດຕໍ່ວຽກງານການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ກໍຄືການພັດທະນາຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ໃນປັດຈຸບັນກໍ່ຄືອານະຄົດ.

ເຖິງແມ່ນວ່າໃນສົກຮຽນຜ່ານມາ ສະພາບການຮຽນ-ການສອນໄດ້ມີການໂຈະຊົ່ວຄາວ ແຕ່ກໍໄດ້ ດໍາເນີນໄປດ້ວຍເນື້ອໃນ ແລະ ບັນຍາກາດທີ່ດີ ແລະ ມີການພັດທະນາໄປຕາມທິດທາງຂອງການພັດທະນາແບບຍືນຍົງ, ຊຶ່ງເຫັນວ່າສົກປີຜ່ານມາພວກເຮົາໄດ້ມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ການສຶກສາກ່ອນໄວຮຽນສະເລ່ຍໃນທົ່ວປະເທດເພີ່ມຂື້ນ, ອັດຕາປະລະການຮຽນຂອງນັກຮຽນປະຖົມຫຼຸດລົງ, ອັດຕາຈົບຊັ້ນປະຖົມ, ດັດຊະນີຄວາມສະເໝີພາບຍິງ-ຊາຍ, ອັດຕາການເລື່ອນຊັ້ນ, ຊາວໜຸ່ມໃນເກນອາຍຸໄດ້ຮັບການຝຶກອົບຮົມວິຊາຊີບ, ຄູສອນໄດ້ຮັບການຝຶກອົບຮົມເພີ່ມຂຶ້ນ, ນັກສຶກສາທີ່ສະໝັກເຂົ້າຮຽນຢູ່ມະຫາວິທະຍາໄລໃນສາຍວິທະຍາສາດທໍາມະຊາດລື່ນຄາດໝາຍ ແລະ ມວນຊົນທຸກເພດ, ທຸກໄວສືບຕໍ່ເຂົ້າຮ່ວມການຫັດກາຍບໍລິຫານການອອກກໍາລັງກາຍ ແລະ ຫຼິ້ນກິລາເພື່ອສຸຂະພາບເພີ່ມຂຶ້ນ, ທັງໝົດນີ້ແມ່ນເປັນການຍົກລະດັບການສຶກສາ ແລະ ຄຸນນະພາບຊີວິດຂອງປະຊາຊົນລາວບັນດາເຜົ່າແນໃສ່ເພື່ອໃຫ້ເທົ່າທຽມກັບມາດຕະຖານຂອງບັນດາປະເທດໃນພາກພື້ນ ແລະ ສາກົນເທື່ອລະກ້າວ.
ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ຜູ້ບໍລິຫານການສຶກສາ ແລະ ກິລາ, ບັນດາສະຖາບັນການສຶກສາທຸກຂັ້ນ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງພະນັກງານອາວຸໂສ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຖ້ວນໜ້າທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ຜົນສໍາເລັດດັ່ງທີ່ກ່າວມານີ້, ພ້ອມກັນນີ້, ຂໍສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານທີ່ໃຫ້ການຊ່ວຍເຫຼືອ ແລະ ມີສ່ວນຮ່ວມໃນການພັດທະນາການສຶກສາ ແລະ ກິລາ ເຮັດໃຫ້ລະບົບການສຶກສາ ຂອງ ສປປ ລາວ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສືບຕໍ່ສະຫນັບສະໜູນໃນຕໍ່ໜ້າ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ,
ເຖິງວ່າພວກເຮົາກ້າວເຂົ້າສູ່ການໄຂສົກຮຽນໃໝ່ຂອງສົກປີ 2021-2022 ນີ້ ຈະມີອຸປະສັກ ນານາປະການ ເປັນຕົ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ19), ສະພາບການເງິນຂອງປະເທດຍັງສືບຕໍ່ຝືດເຄືອງ. ສະນັ້ນ, ເພື່ອຮັບປະກັນໃຫ້ການຮຽນ-ການສອນໃນ ສົກປີ 2021-2022 ດໍາເນີນໄປຢ່າງມີປະສິດທິຜົນ ແລະ ສືບຕໍ່ພັດທະນາລະບົບການສຶກສາຂອງປະເທດເຮົາໃຫ້ຂະຫຍາຍຕົວ ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນທົ່ວສັງຄົມໃຫ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ຂອງຕົນດັ່ງນີ້:
– ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ປະຕິບັດກົດໝາຍ-ລະບຽບການດ້ານການສຶກສາ, ພັດທະນາສະຖານການສຶກສາໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານໃນການພັດທະນາຊັບພະຍາກອນມະນຸດຕາມທິດ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຕິດພັນກັບວາລະແຫ່ງຊາດຢ່າງເດັດຂາດ ແລະ ເຂັ້ມງວດ.

– ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກອົບຮົມ ແລະ ຄົ້ນຄວ້າຫລັກສູດການ ຮຽນ-ການສອນໃໝ່, ຮຽນຮູ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອສະຫນັບສະໜູນການຮຽນ-ການສອນ, ໃຫ້ຈັດຕັ້ງທົບທວນ-ສໍາມະນາກັນຄືນຮູບແບບການຈັດການຮຽນ-ການສອນ, ວິທີການສອນ, ເຕັກນິກ ແລະ ການວັດຜົນ ແລະ ປະເມີນຜົນຜູ້ຮຽນ ໃຫ້ສອດຄ່ອງກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ປັດຈຸບັນ. ພ້ອມນີ້ກໍໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດໜ້າທີ່ ເປັນແມ່ພິມທີ່ດີຂອງຊາດດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ເຝິກຝົນ ແລະ ພັດທະນາຕົນເອງດ້ານວິຊາ ສະເພາະ ແລະ ເຕັກນິກວິທີການສອນທີ່ສ້າງສັນ, ໃຫ້ທັນກັບ ສະພາບການປ່ຽນແປງ ແລະ ເຕັກໂນໂລຊີໃໝ່ ເພື່ອສົ່ງຄວາມຮູ້ ໃຫ້ແກ່ນັກຮຽນ-ນັກສຶກສາ ໃຫ້ມີປະສິດທິຜົນສູງຂຶ້ນ.
– ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸ ເຂົ້າຮຽນໄປເຂົ້າໂຮງຮຽນຕັ້ງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ຕໍ່ການແນະນໍາລູກຫຼານໃນການສຶກສາຮ່ໍາຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າ ໃຫ້ ເຫັນຄວາມສໍາຄັນຂອງການສຶກສາ ທີ່ມີຕໍ່ອານາຄົດຂອງຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

– ສໍາລັບ, ລູກຫຼານນັກຮຽນ-ນັກສຶກສາ ຈົ່ງມີຄວາມຕັ້ງໃຈຄົ້ນຄວ້າ ຮໍ່າຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ມີຄວາມດຸຫມັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນທີ່ຮຽນດີ, ຮຽນເກັ່ງ ຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງດີຂອງປະເທດຊາດ ແລະ ເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດເພື່ອພັດທະນາ ແລະ ສ້າງສາປະເທດຊາດ.
– ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາຂັ້ນບ້ານ, ຊຸມຊົນ, ການຈັດຕັ້ງສັງຄົມ, ຜູ້ປະກອບການ ໂດຍລວມຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນໃນການສຶກສາອົບຮົມ, ບົ່ມສອນ ແລະ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນນັກສຶກສາໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.

ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດຕັ້ງທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາໃນຂອບເຂດທົ່ວປະເທດຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແຫນງການສຶກສາ ແລະ ກິລາ ແລະ ຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດໂຄວິດ-19 ໃນແຕ່ລະຂັ້ນ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນເພື່ອໃຫ້ສົກຮຽນໃໝ່ 2021-2022 ດຳເນີນໄປໄດ້ດ້ວຍດີ ແລະ ມີຜົນສໍາເລັດ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນພ້ອມກັນສາມັກຄີເປັນປຶກແຜ່ນ ເພື່ອຜ່ານຜ່າຕີຖອຍ ແລະ ເອົາຊະນະການລະບາດຂອງພະຍາດໂຄວິດ-19 ຢ່າງມີໄຊ.
(ຂໍຂອບໃຈ)

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022 - 3 - ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2021-2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!