ຊິລີອະນຸມັດການໃຊ້ວັກຊີນ Sinovac ໃນເດັກອາຍຸນັບແຕ່ 6 ປີຂຶ້ນໄປ


ວັນທີ 7 ກັນຍາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການຊິລີອະນຸມັດການນຳໃຊ້ວັກຊີນຕ້ານໂຄວິດຈາກ Sinovac ໃນເດັກອາຍຸນັບແຕ່ 6 ປີຂຶ້ນໄປເປັນກໍລະນີສຸກເສີນ ເພື່ອຂະຫຍາຍການສ້າງພູມຕ້ານທານກຸ່ມໃຫ້ຄວບຄຸມພົນລະເມືອງທັງໝົດເພີ່ມຂຶ້ນ.
ໃນກອງປະຊຸມຜູ້ຊ່ຽວຊານດ້ານສາທາລະນະສຸກເພື່ອພິຈາລະນາການນຳໃຊ້ວັກຊີນ Sinovac ໃນເດັກອາຍຸນັບແຕ່ 6 ປີຂຶ້ນໄປ ມີຜູ້ຊ່ຽວຊານ 5 ຄົນເຫັນພ້ອມ. ຂະນະທີ່ 2 ຄົນເຫັນພ້ອມໃຫ້ມີການນຳໃຊ້ວັກຊີນໃນເດັກອາຍຸແຕ່ 12 ປີຂຶ້ນໄປເທົ່ານັ້ນ, ສ່ວນອີກ 1 ຄົນບໍ່ເຫັນພ້ອມການນໃຊ້ວັກຊີນ Sinovac ໃນເດັກ ເນື່ອງຈາກເຫັນວ່າຍັງມີຂໍ້ມູນບໍ່ພຽງພໍ.
ກ່ອນໜ້ານີ້ ວັກຊີນຊະນິດ mRNA ຈາກ Pfizer-BioNTech ຖືເປັນວັກຊີນຕ້ານໂຄວິດພຽງຊະນິດດຽວທີ່ໄດ້ຮັບການອະນຸມັດຈາກທາງການຊິລີໃຫ້ສາມາດໃຊ້ໃນເດັກທີ່ມີອາຍຸ 12-17 ປີໄດ້ ໂດຍມີການເປີດເຜີຍແນວທາງວ່າຈະເລີ່ມສັກວັກຊີນໃຫ້ຜູ້ທີ່ອາຍຸຕໍ່າກວ່າ 12 ປີໃນເດືອນກັນຍານີ້.
ໂດຍທາງການເລີ່ມໃຊ້ວັກຊີນ Pfizer ຕໍ່ເດັກໃນຊິລີ ລວມທັງໃຊ້ສັກເປັນວັກຊີນເຂັມກະຕຸ້ນໃຫ້ຜູ້ສູງອາຍຸ ແລະ ຜູ້ທີ່ມີບັນຫາດ້ານພູມຕ້ານທານ ເຊິ່ງປັດຈຸບັນ ວັກຊີນຈາກ Sinovac ຖືເປັນວັກຊີນຊະນິດທຳອິດທີ່ໄດ້ຮັບການອະນຸມັດຈາກທາງການຊິລີໃຫ້ສາມາດໃຊ້ໄດ້ໃນເດັກທີ່ມີອາຍຸຕໍ່າກວ່າ 12 ປີ (ອາຍຸ 6 ປີຂຶ້ນໄປ).
ຊິລີມີຜູ້ຕິດເຊື້ອສະສົມ 1,64 ລ້ານຄົນ, ເສຍຊີວິດແລ້ວ 3,7 ໝື່ນຄົນ, ຍອດຜູ້ຕິດເຊື້ອໃໝ່ຢູ່ລະດັບຫລັກຣ້ອຍຄົນຕໍ່ວັນ. ຂະນະທີ່ມີຜູ້ຕິດເຊື້ອທີ່ຍັງປິ່ນປົວຢູ່ປະມານ 3.200 ຄົນ ຫລຸດລົງຈາກ 7,9 ໝື່ນຄົນ ໃນເດືອນມິຖຸນາຜ່ານມາ ໂດຍຊິລີຖືເປັນປະເທດທີ່ມີອັດຕາສ່ວນປະຊາກອນເຂົ້າຮັບວັກຊີນຄົບໂດສແລ້ວຫລາຍທີ່ສຸດເປັນອັນດັບຕົ້ນໆຂອງໂລກ, ສັກວັກຊີນໄປແລ້ວ 29,4 ລ້ານໂດສ ມີພົນລະເມືອງປະມານ 72,5% ເຂົ້າຮັບວັກຊີນຄົບໂດສແລ້ວ ໂດຍ 2 ໃນ 3 ຂອງວັກຊີນທີ່ສັກໃນຊິລີເປັນວັກຊີນຊະນິດເຊື້ອຕາຍຈາກ Sinovac.
ອ້າງອີງ:
https://www.bloomberg.com/…/chile-approves-sinovac…