ໂຕຫຍໍ້ວັນໝົດອາຍຸ EXP ກັບ BBF ຕ່າງກັນແນວໃດ ເບິ່ງບ່ອນນີ້


ຫລາຍຄົນຍັງບໍ່ເຄີຍຮູ້ ໂຕຫຍໍ້ວັນໝົດອາຍຸ EXP ກັບ BBF ວ່າມັນຕ່າງກັນແນວໃດ. ໃນໄລຍະສະຖານະການໂຄວິດ-19 ລະບາດໄປທົ່ວ ເຮັດໃຫ້ຫລາຍເຮືອນມັກຈະໃຊ້ວິທີການຊື້ອາຫານມາກັກຕຸນເກັບຮັກສາ ຍ້ອນການເດີນທາງອອກນອກເຮືອນແຕ່ ລະເທື່ອກໍບໍ່ຕ່າງກັບການໄປສ່ຽງອັນຕະລາຍ ໂດຍສະຫລາກສິນຄ້າທີ່ຜູ້ບໍລິໂພກຄວນຮູ້ອີກຢ່າງໜຶ່ງ ເຊິ່ງຫລາຍຄົນຍັງບໍ່ຮູ້ ຍ້ອນ ໂຕຫຍໍ້ຂອງອັກສອນເທິງສະຫລາກສິນຄ້າ ຫລື ຢູ່ໂຕຜະລິດຕະພັນເອງນັ້ນ ມີຫລາກຫລາຍ ເຊິ່ງເຮັດໃຫ້ຫລາຍຄົນບໍ່ເຂົ້າໃຈ ໂດຍ ໂຕອັກສອນວັນໝົດອາຍຸທີ່ເຮົາມັກຈະເຫັນຢູ່ຕະຫລອດແມ່ນ EXP ກັບ BBF ນັ້ນມີຄວາມຕ່າງກັນດັ່ງນີ້ :
EXP ມາຈາກຄຳວ່າ Expire Date ຫລື Expiration ແປວ່າ “ໝົດອາຍຸ” ເຊິ່ງສ່ວນຫລາຍທຸກຜະລິດຕະພັນຈະມີການແຈ້ງວັນໝົດອາຍຸໄວ້ເທິງສິນຄ້າ ບໍ່ວ່າຈະເປັນທາງເທິງ ຫລື ທາງລຸ່ມ ໂດຍເມື່ອຄົບກຳນົດວັນໝົດອາຍຸທີ່ແຈ້ງໄວ້ຢູ່ຜະລິດຕະພັນແລ້ວກໍ ຄວນເອົາໄປຖິ້ມທັນທີ ເພາະຫາກຍິ່ງເກັບໄວ້ກໍບໍ່ແມ່ນຜົນດີຕໍ່ຮ່າງກາຍຕົນເອງຫລາຍປານໃດ.
BBF ມາຈາກຄຳວ່າ Best Before End ຫລື ໝາຍເຖິງ “ຄວນບໍລິໂພກກ່ອນວັນທີ່….” ແຕ່ອາຫານເຫລົ່ານັ້ນກໍຍັງສາມາດກິນໄດ້ບໍ່ບູດເນົ່າ, ພຽງແຕ່ລົດຊາດຂອງອາຫານທີ່ຄວນຈະໄດ້ຮັບຢ່າງເຕັມທີ່ຈະຫລຸດລົງ ແລະ ເຮັດໃຫ້ບໍ່ແຊບເທົ່າທີ່ຄວນ.
ແນວໃດກໍຕາມ, ກົດໝາຍຄຸ້ມຄອງຜູ້ບໍລິໂພກໄດ້ອອກກົດບັງຄັບໃຊ້ຕາມປະກາດຂອງກະຊວງສາທາລະນະສຸກ ເພື່ອເປັນປະ ໂຫຍດໃຫ້ແກ່ຜູ້ບໍລິໂພກ ແລະ ໄດ້ຮູ້ວ່າຄວນກິນຫຍັງກ່ອນໜ້າຫລັງໃຫ້ດີ, ຜູ້ບໍລິໂພກຄວນສຶກສາລາຍລະອຽດຕ່າງໆເຫລົ່ານີ້ ແລະ ກວດເບິ່ງໃຫ້ຈະແຈ້ງ ເພື່ອທີ່ຈະບໍ່ເປັນການຖິ້ມສິ່ງຂອງແບບໜ້າເສຍດາຍນຳອີກ. ດັ່ງນັ້ນ ເລືອກຊື້ສິນຄ້າ ບໍ່ວ່າອັນໃດກໍຄວນກວດ ສອບໃຫ້ລະອຽດຖີ່ຖ້ວນຂຶ້ນຕື່ມ.