ທາງການຈີນເຜີຍ 91% ຂອງນັກຮຽນອາຍຸ 12-17 ປີ ເຂົ້າຮັບວັກຊີນຕ້ານໂຄວິດຄົບໂດສແລ້ວ


ວັນທີ 15 ກັນຍາ 2021, ທາງການຈີນເປີດເຜີຍວ່າ: ນັກຮຽນອາຍຸ 12-17 ປີ ປະມານ 91% ເຂົ້າຮັບວັກຊີນໂຄວິດຄົບໂດສແລ້ວ ຫລັງຈາກເລີ່ມສັກນັບແຕ່ເດືອນກໍລະກົດຜ່ານມາ ເພື່ອສ້າງພູມຕ້ານທານກຸ່ມໃຫ້ຄອບຄົວພົນລະເມືອງກຸ່ມຕ່າງໆເພີ່ມຂຶ້ນ.
ຫລັງຈາກພາຍໃນເດືອນນີ້ ທາງການຈີນກວດພົບຜູ້ຕິດເຊື້ອໃໝ່ປະມານ 152 ກໍລະນີໃນມົນທົນຝູຈ້ຽນ ເຊິ່ງໃນຈຳນວນນີ້ເປັນນັກຮຽນທີ່ຍັງບໍ່ໄດ້ຮັບວັກຊີນໃນໂຮງຮຽນປະຖົມຢ່າງໜ້ອຍ 4 ແຫ່ງ ແລະ ໂຮງຮຽນອະນຸບານດອີກ 2 ແຫ່ງ, ກະຊວງສຶກສາທິການຈຶ່ງມີຄຳສັ່ງໃຫ້ແຕ່ລະໂຮງຮຽນເຝົ້າລະວັງສະຖານະການການແຜ່ລະບາດຂອງໂຄວິດຢ່າງໃກ້ຊິດ ໃນສະຖານທີ່ການສຶກສາບາງແຫ່ງທີ່ນັກຮຽນໄດ້ຮັບການສັກວັກຊີນແລ້ວເປັນຈຳນວນຫລາຍບໍ່ຄວນນິ້ງນອນໃຈ ຕ້ອງລະວັງຢູ່ສະເໝີ.
ປັດຈຸບັນ ວັກຊີນຫລັກທັງສອງຊະນິດຂອງຈີນໄດ້ຮັບອະນຸມັດໃຫ້ໃຊ້ໃນເດັກທີ່ອາຍຸແຕ່ 3 ປີຂຶ້ນໄປແລ້ວ, ແຕ່ທາງການຍັງບໍ່ໄດ້ກຳນົດໃຫ້ເດັກທີ່ອາຍຸຕໍ່າກວ່າ 12 ປີມີສິດເຂົ້າຮັບວັກຊີນໄດ້.
ນອກຈາກນີ້, ທາງການຈີນຍັງສະແດງຄວາມກັງວົນວ່າໃນຊ່ວງເທດສະການພັກຍາວທີ່ຈະເລີ່ມຕົ້ນຂຶ້ນໃນວັນທີ 1 ຕຸລານີ້ ການເດີນທາງທ່ອງທ່ຽວ ຫລື ກັບພູມລຳເນົາຂອງຄົນອາດຈະເຮັດໃຫ້ສະຖານະການການແຜ່ລະບາດໃນບາງພື້ນທີ່ຮ້າຍແຮງອີກ, ລັດຖະມົນຕີສຶກສາທິການຈຶ່ງແນະນຳໃຫ້ຄູ ແລະ ນັກຮຽນໃຊ້ເວລາຢູ່ໃນທີ່ພັກອາໄສໃນຊ່ວງມື້ພັກຍາວທີ່ຈະມາເຖິງ.
ຈີນຖືເປັນປະເທດທີ່ເດີນໜ້າສັກວັກຊີນໂຄວິດຫລາຍທີ່ສຸດໃນທາງປະລິມານ ສັກໄປແລ້ວ 2,16 ພັນລ້ານກວ່າໂດສ, ມີຜູ້ເຂົ້າຮັບວັກຊີນຄົບໂດສແລ້ວປະມານ 64% ຂອງພົນລະເມືອງທັງໝົດ. ຂະນະທີ່ຜູ້ຕິດເຊື້ອສະສົມມີປະມານ 1 ແສນຄົນ, ເສຍຊີວິດເກືອບ 5 ພັນຄົນ.
ອ້າງອີງ:
- https://www.reuters.com/world/china/china-has-fully-vaccinated-91-students-aged-12-17-against-covid-state-media-2021-09-15/
- https://www.globaltimes.cn/page/202109/1234320.shtml
https://news.google.com/covid19/map?hl=en-US&mid=%2Fm%2F0fbp0&gl=US&ceid=US%3Aen&state=3